ທ່ຽວງານບຸນປະເພນີກອງເຂົ້າຫອມສັງທອງຊຶ່ງຈະຈັດຂຶ້ນວັນທີ 27-29 ມັນກອນ 2023

ເມືອງສັງທອງ ນະຄອນຫຼວງວຽງຈັນ ກຽມຈັດງານບຸນປະເພນີກອງເຂົ້າຫອມສັງທອງ ແລະ ງານວາງສະແດງສິນຄ້າຢູ່ເມືອງສັງທອງ ປະຈໍາປີ 2023 ຊຶ່ງປີນີ້ຈະໄດ້ຍ້າຍສະຖານທີ່ຈາກບ້ານໃຫຍ່ນາຈະເລີນ ເຂົ້າມາຈັດຢູ່ ບ້ານເພລາດ.

ການຈັດງານບຸນເທື່ອນີ້ແນໃສ່ເພື່ອເປັນການປົກປັກຮັກສາ ແລະສົ່ງເສີມຮີດຄອງປະເພນີວັດທະນະທໍາອັນດີງາມຂອງຊາດທັງເປັນການສຶກສາອົບຮົມປູກຈິດສໍານຶກໃຫ້ແກ່ຖັນແຖວຊາວຫນຸ່ມເຍົາວະຊົນອານຸຊົນ ແລະ ປະຊາຊົນບັນດາເຜົ່າໃຫ້ຮັບຮູ້ແບບແຜນການດໍາລົງຊີວິດ ຂອງປະຊາຊົນໃນເມື່ອກ່ອນຕິດພັນກັບຍຸກສະໄຫມປະຈຸບັນສໍາລັບການສ້າງຂະບວນການໃນງານປະເພນີດັ່ງກ່າວແມ່ນໄດ້ກະກຽມຄະນະສີລະປະເພື່ອມາສະແດງພາຍໃນງານແມ່ນມີຄວາມພ້ອມ 100% ໂດຍໄດ້ນໍາໃຊ້ສິລະປະຂອງສະຫະພັນແມ່ຍິງບ້ານ ແລະ ນ້ອງນັກຮຽນປະກອບມີ 11 ຄະນະສິລະປະ ພ້ອມນີ້ຍັງໄດ້ກຽມຈັດການແຂ່ງຂັນກີລາຊຶ່ງຈະເລີ່ມແຂ່ງຂັນກີລາໃນວັນທີ 18 ມັງກອນ 2023 ເປັນຕົ້ນໄປ ມີ ກີລາ 2 ປະເພດຄື: ປະເພດບານເຕະ ແລະ ເປຕັງຍິງ-ຊາຍ.

ງານບຸນດັ່ງກ່າວຈະຈັດຂຶ້ນໃນວັນທີ 27 ຫາ 29 ມັງກອນ 2023 ຢູ່ ບ້ານເພຍລາດ ດັ່ງນັ້ນຈຶ່ງຂໍເຊີນຊວນບັນດາທ່ານ ແລະແຂກທີ່ມີກຽດນັກທຸລະກິດ ພໍ່ຄ້າຊາວຂາຍ ແລະປະຊາຊົນຊາວນະຄອນຫຼວງວຽງຈັນ ກໍຄືບັນດາແຂວງຕ່າງໆ ນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດເດີນທາງເຂົ້າມາທ່ຽວຊົມ.