ໂຮງກາຍະສິນແຫ່ງຊາດ ພວມໄດ້ຮັບການປັບປຸງໄປສູ່ໂສມໜ້າໃໝ່ທີ່ດີຂຶ້ນກວ່າເກົ່າ

ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະທ່ອງທ່ຽວ (ຖວທ) ຮ່ວມກັບພາກເອກະຊົນ ຄື: ບໍລິສັດ ແຟສເຕີ ມີເດຍ ຈໍາກັດຜູ້ດຽວ ແລະບໍລິສັດ ໂອໂຕລາວ ວຽງຈັນ ພວມປັບປຸງໂຮງກາຍະສິນແຫ່ງຊາດ ທີ່ສ້າງຂຶ້ນມາໄດ້ 30 ກວ່າປີ ໄປສູ່ໂສມໜ້າໃໝ່ທີ່ດີຂຶ້ນ, ທັງມີຄວາມສວຍງາມ ແລະຈະມີການບໍລິການຫລາຍກິດຈະກໍາກວ່າເກົ່າເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດໃຫ້ນັບມື້ຫລາຍຂຶ້ນ.

ທ່ານ ພອນດິດຖາ ສຸລິວົງ ຜູ້ອຳນວຍການບໍລິສັດໂອໂຕລາວວຽງຈັນ ໃຫ້ສຳພາດວ່າ: ປັດຈຸບັນ, ບໍລິສັດໂອໂຕລາວວຽງຈັນໃນນາມຄູ່ຮ່ວມພັດທະນາໂຮງກາຍະສິນແຫ່ງຊາດ ພວມປັບປຸງໂຮງກາຍຍະສິນແຫ່ງຊາດໃຫ້ມີໃບຫນ້າໃຫມ່ ເພື່ອພ້ອມຮັບໃຊ້ມວນຊົນເຂົ້າມາຊົມການສະແດງກາຍະສິນຢ່າງເບີກບານມ່ວນຊື່ນໂດຍການປັບ ປຸງສະຖານທີ່ພາຍໃນ ແລະພາຍນອກຂອງໂຮງກາຍະສິນດັ່ງກ່າວ. ໃນນີ້ສະເພາະພາຍໃນ ໄດ້ປັບປຸງສຳເລັດເກືອບຮ້ອຍສ່ວນຮ້ອຍເປັນຕົ້ນ: ລະບົບໄຟແສງສີ, ສຽງ, ປັບປຸງສະຖານທີ່ນັ່ງຂອງຜູ້ຊົມໃຫ້ມີຄວາມສະດວກສະບາຍ ແລະອື່ນໆ. ສ່ວນທາງດ້ານນອກອ້ອມຮອບໂຮງກາຍະສິນໄດ້ສໍາເລັດການຮື້ຖອນອາຄານຕ່າງໆ ຮຽບຮ້ອຍແລ້ວຕໍ່ໄປແມ່ນກະກຽມສ້າງເປັນຫ້ອງວາງສະແດງ ແລະຈໍາໜ່າຍສິນຄ້າ ເປັນຕົ້ນ: ຮ້ານຂາຍເຄື່ອງທີ່ລະນຶກ, ຮ້ານສະດວກຊື້, ຮ້ານກາເຟ, ສວຍສີຂຽວ, ບ່ອນຈອດລົດ ແລະສິ່ງອຳນວຍຄວາມສະດວກອື່ນໆ ດ້ວຍການຕົບແຕ່ງໃຫ້ມີຄວາມສວຍງາມຂຶ້ນກວ່າເກົ່າ.

ທ່ານ ພອນດິດຖາ ສຸລິວົງ ໃຫ້ຮູ້ຕື່ມວ່າ: ຈຸດປະສົງໃນການມີສ່ວນຮ່ວມພັດທະນາໂຮງກາຍະສິນແຫ່ງແຫ່ງຊາດເພື່ອແນໃສ່ເຮັດໃຫ້ໂຮງກາຍະສິນດັ່ງກ່າວມີໂສມໜ້າໃໝ່ ແລະເຮັດໃຫ້ກອງກາຍະສິນແຫ່ງຊາດມີຄວາມສາມາດກຸ້ມຕົນເອງໄດ້ໃນຕໍ່ໜ້າ. ສິ່ງສໍາຄັນເພື່ອປະກອບສ່ວນດຶງດູດນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດເຂົ້າມາຊົມການສະແດງກາຍະສິນຂອງລາວໃຫ້ຫລາຍຂຶ້ນກໍຄືທ່ອງທ່ຽວຢູ່ນະຄອນຫລວງວຽງຈັນ ໃຫ້ນັບມື້ເພີ່ມຂຶ້ນໃນຕໍ່ໜ້າ, ເຊີ່ງໃນວັນທີ 20-22 ເດືອນມັງກອນ 2023 ນີ້, ທີ່ໂຮງກາຍະສິນແຫ່ງຊາດຈະມີການສະແດງກາຍະສິນໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວ, ວັນທີ 20 ມັງກອນ ຄົບຮອບ 74 ປີ, ທັງເປັນການທົດລອງລະບົບແສງ, ສີ, ສຽງ ແລະອື່ນໆພາຍໃນໂຮງກາຍະສິນແຫ່ງຊາດຕື່ມອີກ.