ປະຊາຊົນບ້ານພັດທະນາຄີລີຂຸ້ນຂ້ຽວສຸມໃສ່ການຜະລິດເຂົ້າໃນລະດູແລ້ງປີ 2023 ເພື່ອໃຫ້ທ່ວງທັນທັນຕາມລະດູການ

ໃນວັນທີ 11 ມັງກອນ 2023 ທ່ານ ສິນປະເສີດ ພັນທະນາໄລ ນາຍບ້ານພັດທະນາຄີລີ. ໄດ້ໃຫ້ສໍາພາດກ່ຽວກັບຂະບວນການຜະລິດເຂົ້າໃນລະດູແລ້ງປະຈຳປີ 2023 ຂອງຊາວກະສິກອນພາຍໃນບ້ານຂອງຕົນຕໍ່ກັບຜູ້ສື່ຂ່າວທ້ອງຖີ່ນຂອງເມືອງຊຶ່ງກອນອື່ນທ່ານກໍ່ໄດ້ໃຫ້ຮູ້ເຖີ່ງສະພາບເງື່ອນໄຂ ແລະ ຈຸດພິເສດຂອງບ້ານວ່າ: ບ້ານພັດທະນາຄີລີນັບວ່າເປັນບ້ານໜຶ່ງທີ່ຂື້ນກັບຄະນະພັກຮາກຖານກຸ່ມ II ເມືອງຊະນະສົມບູນ ແຂວງຈຳປາສັກ, ປະກອບມີ 2 ຄຸ້ມ - ບ້ານທີ່ຂື້ນກັບຄື: ຄຸ້ມຄີລີ ແລະ ຄຸ້ມຄຳຢາດ,ມີຜົນລະເມືອງທັງໝົດ 1.867 ຄົນ.ຍິງ 975 ຄົນ , ມີ 362 ຫຼັງຄາເຮືອນ ເທົ່າກັບ 394 ຄອບຄົວ, ລວມມີເນື້ອທີ່ທັງໝົດ 756 ເຮັກຕາ.ໃນນັ້ນເນື້ອທີ່ນາປີມີ 527 ເຮັກຕາ,ນາແຊງມີ 310 ເຮັດຕາ ປະຊາຊົນສ່ວນໃຫຍ່ແມ່ນຢຶດຖື່ເອົາອາຊີບການເຮັດນາເປັນຊີບຕົ້ນຕໍ ແລະ ປັ້ນເຕົາປະຢັດເປັນອາຊີບສຳຮອງ.ໂດຍມີແມ່ນໍ້າລຳເຊໄຫຼຜ່ານໃຈການຄຸ້ມ-ບ້ານ ແລະມີໂຄງການຊົນລະປະທານທີ່ເປັນຂອງບ້ານຊຶ່ງເປັນເງື່ອນໄຂອຳນວຍຄວາມສະດວກເຂົ້າໃນການຜະລິດກະສິກຳໂດຍສະເພາະກໍ່ແມ່ນການປູກເຂົ້າໃນລະດູແລ້ງ ເພື່ອບໍລິໂພກ ແລະຈຳໜ່າຍຂາຍເປັນສີນຄ້າສ້າງລາຍຮັບໃຫ້ກັບພໍ່ແມ່ປະຊົນພາຍໃນບ້ານຕະຫຼອດໄລຍະຜ່ານມາ.

ໂອກາດນີ້ ທ່ານ ສິນປະເສີດ ພັນທະນາໄລ ໃຫ້ສໍາພາດຕື່ມອິກວ່າ: ພາຍຫຼັງທີ່ພໍ່ແມ່ປະຊາຊົນໄດ້ສຳເລັດການມ້ຽນມັດຜົນຜະລິດເຂົ້ານາປີປະຈຳປີ 2022 ແລ້ວ.ຕົກມາທ້າຍເດືອນທັນວາ 2022 ກໍ່ໄດ້ເລີ່ມລົງມືສຸ່ມໃສ່ຂະບວນການຜະລິດເຂົ້າໃນແລ້ງປະຈໍາປີ 2023 ຂອງຕົນຢ່າງເປັນຂະບວນການຟົດຟຶ້ນ ໂດຍສະເພາະໃນປີນີ້ມີເນື້ອທີ່ການຜະລິດທັງໝົດ 310 ເຮັດຕາ, ມີຄອບຄົວພໍ່ແມ່ປະຊາຊົນເຮັດນາຕົວຈິງທັງໝົດ 220 ຄອບຄົວ. ໃນນັ້ນສ່ວນໃຫຍ່ແມ່ນໄດ້ຖືເອົາການເຮັດນາຫວ່ານກວມເອົາ 70% ຂອງເນື້ອທີ່ການຜະລິດ ເຊີ່ງຈາກການສອບຖາມພໍ່ແມ່ປະຊາຊົນທີ່ເຮັດຫວ່ານຕົວຈິງສ່ວນໃຫ່ຍສາເຫດທີ່ຫັນມາເຮັດນາຫວ່ານເນື້ອງຈາກບາງຄອບຄົວແມ່ນຂາດເຂີນທາງດ້ານແຮງງານ ແລະຈະຊ່ວຍປະຢັດທັວເວລາພ້ອມທັງຫຼຸດຜ່ອນຕົ້ນທຶນໃນການຜະລິດໄດ້ຫຼາຍພໍສົມຄວນ.ມາຮອດປັດຈຸບັນຂະບວນການຜະລິດເຂົ້າໃນລະດູແລງຂອງພໍ່ແມ່ປະຊາຊົນຊາວບ້ານທະຄີລີສາມາດປັກດຳ ແລະຫວ່ານໄດ້ທັງໝົດກວມເອົາ 70% ຂອງເນື້ອທີ່ຄາດວ່າທ້າຍເດືອນມັງກອນ 2023 ຈຶ່ງຈະໃຫ້ສຳເລັດ.