ຄະນະສະຖາປັດຕະຍະກຳສາດ, ມຊ ມອບລາງວັນແຂ່ງຂັນປະກວດແບບສາລາຊົມນົກ

ໃນວັນທີ 10 ມັງກອນ, 2023 ຄະນະສະຖາປັດຕະຍະກຳສາດ, ມະຫາວິທະຍາໄລແຫ່ງຊາດໄດ້ຈັດພິທີມອບລາງວັນການແຂ່ງຂັນປະກວດແບບສາລາຊົມນົກທີ່ຈະນໍາໄປກໍ່ສ້າງຢູ່ສວນນົກນາໆຊາດ ກວາງຊູ ໜານຊາ, ປະເທດຈີນ. ການປະກວດແບບດັ່ງກ່າວ ໂດຍການເປັນເຈົ້າພາບຂອງຄະນະສະຖາປັດຕະຍະກໍາສາດ, ມະຫາວິທະຍໄລແຫ່ງຊາດ ໄດ້ຈັດຕັ້ງປະຕິບັດເລີ່ມແຕ່ວັນທີ 10 /7/ 2022 ເປັນຕົ້ນມາ, ມີຜູ້ເຂົ້າຮ່ວມການແຂ່ງຂັນຈາກມະຫາວິທະຍາໄລຕ່າງໆ ໃນທົ່ວປະເທດລວມມີທັງໝົດ 33 ທີມ.

ການດຳເນີນປະກວດຄັດເລືອກແບບດັ່ງກ່າວໄດ້ຈັດເປັນ 3 ຮອບ ໂດຍມີຄະນະກໍາມະການຕັດສິນທີ່ເປັນຕົວແທນຈາກປະເທດຈີນ 5 ທ່ານ ແລະຄະນະກຳມະການຈາກກະຊວງໂຍທາທິການ ແລະຂົນສົ່ງ, ສະມະຄົມສະຖາປະນິກ ແລະວິສະວະກອນແຫ່ງຊາດ, ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລສຸພານຸວົງ ແລະມະຫາວິທະຍາໄລຈໍາປາສັກ ພາກສ່ວນລະ 1 ທ່ານ, ລວມຄະນະກຳມະການທັງໝົດມີຈໍານວນ 10 ທ່ານ.
ຜົນການແຂ່ງຂັນມີດັ່ງນີ້:

- ອັນດັບທີ 1 ມີ 2 ຜົນງານຄື: ຈາກນັກສຶກສາຄະນະສະຖາປັດຕະຍະກຳສາດ, ມະຫາວິທະຍາໄລສຸພານຸວົງ 1 ຜົນງານ ແລະຈາກນັກສຶກສາຄະນະສະຖາປັດຕະຍະກຳສາດ, ມະຫາວິທະຍາໄລແຫ່ງຊາດ 1 ຜົນງານ. ລວມເງິນລາງວັນອັນດັບທີ 1 ແມ່ນ: 37,000,000 ກີບ ແລະ ໄດ້ຮັບລາງວັນ Excellence Reward ໃນຫົວຂໍ້ Comprehensive Award ຈາກປະເທດຈີນ.
- ອັນດັບ 2 ມີ 2 ຜົນງານ ໄດ້ຮັບເງິນລາງວັນ 18,294,000 ກີບ.
- ອັນດັບ 3 ມີ 2 ຜົນງານ ໄດ້ຮັບເງິນລາງວັນ 13,728,000 ກີບ.
- ພິເສດສໍາຫຼັບຜົນງານອັນດັບ ທີ 1 ທັງ 2 ຜົນງານຈະຖືກນໍາໄປກໍ່ສ້າງຢູ່ສວນນົກນາໆຊາດທີ່ເມືອງໜານຊາ ສ.ປ ຈີນ ແລະກໍ່ສ້າງຢູ່ສວນສາທາລະນະເພື່ອການຮຽນຮູ້ຂອງຄະນະສະຖາປັດຕະຍະກໍາສາດ, ມະຫາວິທະຍາໄລແຫ່ງຊາດ.