ລັດຖະບານຍີ່ປຸ່ນ ມອບລົດຕູ້ເຢັນຂົນສົ່ງວັກຊີນໃຫ້ ສປປ ລາວ ເພື່ອຍົກສູງອັດຕາປົກຄຸມການໃຫ້ວັກຊີນກັນພະຍາດໃນເຂດຊົນນະບົດ

ລັດຖະບານຍີ່ປຸ່ນ ໄດ້ມອບລົດຕູ້ເຢັນຂົນສົ່ງວັກທືນ ຈຳນວນ 2 ຄັນ (RVTV) ໃຫ້ແກ່ລັດຖະບານ ສປປ ລາວ ເພື່ອຍົກສູງອັດຕາປົກຄຸມການໃຫ້ວັກຊີນກັນພະຍາດໃນເຂດຊົນນະບົດ 2 ແຂວງພາກໃຕ້ຄື: ເຊກອງ ແລະແຂວງອັດຕະປື ໄດ້ມີຂຶ້ນວັນທີ 7 ມັງກອນ 2023, ທີ່ແຂວງອັດຕະປື, ໂດຍຜ່ານອົງການຢູນິເຊບເພື່ອ ສະໜັບສະໜູນໂຄງການໃຫ້ວັກຊີນກັນພະຍາດ ແລະ ຮັບວັກຊີນປ້ອງກັນພະຍາດໂຄວິດ-19 ຢູ່ແຂວງດັ່ງກ່າວ. ມີທ່ານ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳລາວ, ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງ ສາທາລະນະສຸກ ແລະທ່ານຜູ້ຕາງໜ້າຂອງອົງການຢູນິເຊບ ພ້ອມສອງແຂວງກ່ຽວຂ້ອງເຂົ້າຮ່ວມ.


ໂອກາດນີ້, ທ່ານ ລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່າ: ປັດຈຸບັນປະຊາກອນລາວໄດ້ຮັບວັກຊີນກັນພະ ຍາດໂຄວິດ-19ເຂັມທີ1 ຫລາຍກ່ວາ 85%, ເຊິ່ງສະແດງໃຫ້ເຫັນວ່າຂະບວນການໃຫ້ວັກຊີນກັນພະຍາດໂຄ ວິດ-19 ຢູ່ ສປປ ລາວ ແມ່ນປະສົບຜົນສຳເລັດໃນລະດັບໜຶ່ງ. ເຖິງຢ່າງໃດກໍຕາມ, ຍັງມີບາງເມືອງໃນແຂວງພາກ ໃຕ້ທີ່ຍັງບໍ່ທັນບັນລຸເປົ້າໝາຍເນື່ອງຈາກຄວາມຫຍຸ້ງຍາກດ້ານພູມສັນຖານ ແລະເສັ້ນທາງຄົມມະນາຄົມ. ພ້ອມນີ້ຕ່າງໜ້າໃຫ້ລັດຖະບານລາວຂໍຂອບໃຈລັດຖະບານປະເທດຍີ່ປຸ່ນທີ່ມອບລົດຂົນສົ່ງວັກຊີນຈຳນວນ 2 ຄັນ ໃຫ້ແກ່ລັດຖະບານ ສປປ ລາວ ໂດຍຜ່ານອົງການຢູນິເຊບ ເຮັດໃຫ້ກະຊວງສາທາລະນະສຸກສາມາດຂົນສົ່ງວັກຊົນໄປເຂດຫ່າງໄກສອກຫລືກຂອງປະເທດໄດ້ຢ່າງປອດໄພ ແລະມີປະສິດທິພາບ.

ລົດຕູ້ເຢັນຂົນສົ່ງວັກຊິນ (RVTVs) ແມ່ນຍານພາຫະນະຂົນສົ່ງວັກຊີນທີ່ມີຄຸນນະພາບຕາມມາດຕາຖານຂອງອົງການອະນາໄມໂລກ (WHO). ເປັນລົດທີ່ສາມາດຂົນສົ່ງວັກຊີນໄດ້ຢ່າງປອດໄພຢູ່ໃນອຸນຫະພູມລະຫວ່າງ 2- 8°C. ດ້ວຍຄວາມສາມາດໃນການເດີນທາງໃນເຂດທີ່ຄວາມຫຍຸ້ງຍາກລົດຕູ້ເຢັນຂົນສົ່ງວັກຊີນ (RVTV) ນີ້ ສາມາດຮັກສາຄວາມເຢັນຈົນກ່ວາຈະຮອດຈຸດສຸດທ້າຍຂອງລະບົບຕ່ອງໂສ້ຄວາມເຢັນ ເຊິ່ງແມ່ນໂຮງໝໍນ້ອຍ.

ທ່ານເອກອັກຄະລັດຖະທູດຍີ່ປຸ່ນ ກ່າວວ່າ: ໃນການຮັບມືກັບສິ່ງທ້າທາຍເຫລົ່ານີ້, ລັດຖະບານຍີ່ປຸ່ນໄດ້ຕັດສິນໃຈຈັດຕັ້ງປະຕິບັດໂຄງການນີ້ທັນທີຫລັງຈາກການປະກາດການແຜ່ລະບາດຂອງຂອງພະຍາດໂຄວິດ-19, ໂດຍອີງ ໃສ່ແນວຄວາມຄິດແມ່ນເພື່ອສ້າງຄວາມສະດວກໃນການຈັດສົ່ງວັກຊີນໃຫ້ທຸກໆຄົນທີ່ຕ້ອງການວັກຊີນ ແລະ ຈະສືບຕໍ່ປະຕິບັດຕາມຄວາມປາຖະໜາອັນແຮງກ້າຂອງພວກເຮົາໃນການສືບຕໍ່ຮ່ວມມືຢ່າງໃກ້ຊິດກັບປະຊາຄົມ ສາກົນ ແລະຄູ່ຮ່ວມມືພັດທະນາຄືອົງການຢູນິເຊບ.
ທ່ານ ດຣ ເພຍ ເຣເບລໂລ ບຣົດໂຕ Dr Pia Rebello Britto, ຜູ້ຕາງໜ້າຂອງອົງການຢູນິເຊບ ໃຫ້ຮູ້ວ່າ: ໂຄງການ ສັກຢາກັນພະຍາດຮອບປົກກະຕິໄດ້ຊ່ວຍຊີວິດຄົນຫລາຍລ້ານຄົນໃນທົ່ວໂລກ ໃຫ້ເດັກມີການເລີ່ມຕົ້ນຂອງ ຊີວິດທີ່ດີທີ່ສຸດ. ແຕ່ສັງເກດເຫັນວ່າ, ໃນໄລຍະທົດສະວັດທີ່ຜ່ານມາ ແມ່ນຍັງຢູ່ໃນສະພາບທີ່ມີຄວາມສ່ຽງຍ້ອນວ່າອັດຕາການຮັບວັກຊີນຍັງບໍ່ທັນເຖິງລະດັບຄາດໝາຍຖ້າທຽບໃສ່ໂຕເລກກ່ອນການແຜ່ລະບາດ. ດັ່ງນັ້ນ, ຍ້ອນການສະໜັບສະໜູນຂອງລັດຖະບານຍີ່ປຸ່ນ, ພວກເຮົາກໍາລັງດໍາເນີນວຽກງານນີ້ດ້ວຍການນໍາໃຊ້ວິທີການປະດິດສ້າງໃໝ່ເພື່ອນຳເອົາວັກຊີນໄປໃຫ້ເດັກນ້ອຍ ບໍ່ວ່າເຂົາເຈົ້າຈະຢູ່ບ່ອນໃດກໍຕາມ ແລະໃຫ້ເຂົາເຈົ້າໄດ້ວັກ ຊືນທີ່ຢູ່ໃນສະພາບທີ່ປອດໄພ. ພ້ອມຈະເລັ່ງລັດວຽກງານສັກຢາກັນພະຍາດຮອບປົກກະຕິ ແລະຂະຫຍາຍ ການສັກວັກຊີນໂຄວິດ-19 ໃຫ້ເຂົ້າເຖິງເຂດທີ່ຫ່າງໄກສອກຫລີກທີ່ສຸດ.