ກອງປະຊຸມເປີດກວ້າງ ຄົບຄະນະບໍລິຫານງານພັກກະຊວງການເງິນ ຄັ້ງທີ 4 ສະໄໝທີ III

ໃນລະຫວ່າງວັນທີ 9-11 ມັງກອນ 2023 ນີ້, ຄະນະບໍລິຫານງານພັກກະຊວງການເງິນໄດ້ດຳເນີນກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກກະຊວງການເງິນ ຄັ້ງທີ 4 ສະໄໝທີ III,ໂດຍການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການເງິນ, ມີສະຫາຍຮອງເລຂາຄະນະບໍລິຫານງານພັກກະຊວງ, ຄະນະປະຈຳພັກ, ກຳມະການພັກ, ເລຂາຄະນະພັກ, ເລຂາໜ່ວຍພັກຮາກຖານ, ພ້ອມພະນັກງານ-ສະມາຊິກພັກເຂົ້າຮ່ວມ.

ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ມີຄຳເຫັນຕໍ່ກອງປະຊຸມບາງຕອນສຳຄັນວ່າ: ກອງປະຊຸມຄັ້ງນີ້ມີຄວາມໝາຍຄວາມສຳຄັນຢ່າງຍິ່ງຊຶ່ງຈະໄດ້ມີການສະຫລຸບຕີລາຄາຄືນການຊີ້ນຳໆພາ,ຜ່ານຮ່າງບົດສຳຫຼວດ,ການຈັດຕັ້ງປະຕິບັດແຜນງານຕ່າງໆກໍຄືການຊີ້ນຳໆພາຂອງອົງຄະນະພັກກະຊວງ, ເຊື່ອມຊຶມ, ລົງເລິກ, ເອກະສານສຳຄັນຂອງພັກ. ພ້ອມນັ້ນ, ສະຫາຍເລຂາຄະນະພັກບໍລິຫານງານພັກກະຊວງໄດ້ຍົກໃຫ້ເຫັນບັນຫາຫຍຸ້ງຍາກ,ສິ່ງທ້າທາຍຕ່າງໆຈາກພາຍໃນ ແລະພາກພື້ນທີ່ສົ່ງຜົນກະທົບຕໍ່ເສດຖະກິດຂອງລາວເວົ້າສະເພາະແມ່ນບັນຫາອັດຕາເງິນເຟີ້ ແລະລາຄານໍ້າມັນເຊື້ອໄຟທີ່ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນກໍ່ຄືພະນັກງານ-ລັດຖະກອນທົ່ວປະເທດ, ລວມທັງສົ່ງຜົນກະທົບຕໍ່ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ.

ໃນປີ 2023 ເປັນປີທີ່ມີການສະສົມບັນຫາທີ່ໜັກໜ່ວງທີ່ສຸດຂອງຂະແໜງການເງິນໃນຫລາຍດ້ານເປັນຕົ້ນ: ແມ່ນການແບກຫາບພາລະໜີ້ສິນສາທາລະນະທັງພາຍໃນ ແລະຕ່າງປະເທດຕ້ອງແກ້ໄຂ,ການຄວບຄຸມລາຄາສິນຄ້າ, ແກ້ໄຂຄ່າຄອງຊີບໃຫ້ແກ່ພະນັກງານ-ລັດຖະກອນທົ່ວປະເທດ. ແຕ່ເຖິງຢ່າງໃດກໍຕາມພາຍໃຕ້ການຊີ້ນຳໆພາຂອງພັກ ແລະລັດໃນໄລຍະຜ່ານມາແມ່ນສາມາດແກ້ໄຂບັນຫາທັງປະຄັບປະຄອງໃຫ້ຢູ່ໃນຈັງຫວະທີ່ດີໄວ້ໄດ້, ສາມາດຮັກສາໄດ້ຄວາມສະຫງົບໂດຍພື້ນຖານ, ຮັກສາໄດ້ຄວາມໝັ້ນທ່ຽງຂອງເສດຖະກິດແຫ່ງຊາດ. ພັກ ແລະລັດ ແມ່ນຈະໄດ້ສືບຕໍ່ຮັກສາການເຕີບໂຕຂອງ ຈີດີພີໃຫ້ໄດ້ 4,5%, ສູ້ຊົນເກັບລາຍຮັບໃຫ້ໄດ້ຕາມລະດັບຄາດໝາຍ, ຍູ້ແຮງການຜະລິດພາຍໃນເພື່ອທົດແທນການນຳເຂົ້າສິນຄ້າຈາກພາຍນອກ ແລະ ບັນຫາອື່ນໆ.

ເຖິງຢ່າງໃດກໍຕາມຕໍ່ກັບບັນດາສິ່ງທ້າທາຍຂໍ້ຫຍຸ້ງຍາກດັ່ງກ່າວ, ກະຊວງການເງິນໄດ້ມີກົນໄກວິທີທາງອອກທີ່ດີໂດຍກຳນົດແຜນງານຢ່າງລະອຽດຢ່າງຍືນຍົງໃນການຮັບມືກັບບັນຫາຕ່າງໆ ໂດຍພາຍໃຕ້ການຊີ້ນຳໆພາຢ່າງໃກ້ຊິດຂອງ ພັກ ແລະລັດ ເຊື່ອແນ່ວ່າສະມາຊິກພັກ-ພະນັກງານ ກະຊວງການເງິນ ຈະສາມາດຜ່ານຜ່າບັນຫາຂໍ້ຫຍຸ້ງຍາກ ແລະອຸປະສັກຕ່າງໄປໄດ້ເພື່ອພ້ອມກັນກ້າວໄປສູ່ການຈັດຕັ້ງປະຕິບັດວຽກງານໃຫ້ສຳເລັດຕາມເປົ້າໝາຍທີ່ວາງໄວ້.
ຂປລ.