ບ້ານຄໍ້ ເມືອງຈຳພອນ ເປີດນຳໃຊ້ເສັ້ນທາງເບຕົງ

 
ໃນ 8 ມັງກອນ 2023 ນີ້ຢູ່ບ້ານຄໍ້ ເມືອງຈຳພອນ ຈັດງານສະເຫລີມສະຫລອງ ແລະເປີດນຳໃຊ້ເສັ້ນທາງເບຕົງຂອງບ້ານໂດຍມີຍາທ່ານ ປານ ສຸພັນໂທ ປະທານ ອພສ ແຂວງ, ພະອາຈານ ແກ້ວອຸດອນ ໂຊຕິທັມໂມ ປະທານ ອພສ ເມືອງ, ພະອາຈານ ກັນຫາ ຕິກຂະຍາໂນ ທີ່ປຶກສາ ອພສ ເມືອງ, ມີທ່ານ ພູລຳພອນ ສີຫາວົງ ເຈົ້າເມືອງຈຳພອນ, ມີຮອງເຈົ້າເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການທີ່ກ່ຽວຂ້ອງພ້ອມດ້ວຍປະຊາຊົນເຂົ້າຮ່ວມຢ່າງຫລວງຫລາຍ.
 
ໃນງານດັ່ງກ່າວ, ທ່ານ ເຕະ ແສງສຸລິຈັນ ນາຍບ້ານບ້ານຄໍ້ ໄດ້ໃຫ້ຮູ້ວ່າ: ບ້ານຄໍ້ ມີ 178 ຫລັງຄາເຮືອນ, ມີ 236 ຄອບຄົວ, ມີຜົນລະເມືອງ 1,014 ຄົນ, ຍິງ 516 ຄົນ, ຜ່ານມາ ທາງອຳນາດການປົກຄອງບ້ານໄດ້ເອົາໃຈໃສ່ໃນການຊອກຫາແຫລ່ງລາຍຮັບ ແລະປຸກລະດົມພໍ່ແມ່ປະຊາຊົນປະກອບ ສ່ວນໃນການພັດທະນາບ້ານ ໂດຍສະເພາະສ້າງພື້ນຖານໂຄງລ່າງຂອງບ້ານເຊັ່ນ: ເລີ່ມໃນປີ 2019-2020 ໄດ້ສ້າງຫ້ອງການຫລັງໃໝ່ທີ່ມີມູນຄ່າ 123 ລ້ານກີບ ແລະໃນປີ 2020 ພະອາຈານ ກັນຫາ ຕິກຂະຍາໂນ ໄດ້ມີແນວຄິດລິເລີ່ມ ແລະ ປືກສາຫາລື ກັບອຳນາດການປົກຄອງພາຍໃນບ້ານ ເພື່ອຢາກສ້າງເສັ້ນທາງເບຕົງ ແລະ ທາງຊອຍອ້ອມບ້ານໃນໄລຍະທີ 1 ມີຄວາມຍາວ 1.500 ແມັດ, ມີຄວາມໜາ 20-25 ຊັງຕີແມັດ, ກວ້າງ 6-8 ແມັດ, ມີມູນຄ່າທັງໝົດ 500 ລ້ານກີບ ແລະ ໃນໄລຍະທີ 2 ເລີ່ມ ແຕ່ວັນທີ 10 ທັນວາ 2022 ຫາ 3 ມັງກອນ 2023 ໃນໄລຍະທາງ 700 ແມັດ, ມີຄວາມໜາ 20-25 ຊັງຕີແມັດ, ກວ້າງ 6-8 ແມັດ, ມີມູນຄ່າທັງໝົດ 325 ລ້ານກີບ.
 
ພາຍຫລັງກໍ່ສ້າງສຳເລັກແລ້ວ, ທຸກພາກສ່ວນກ່ຽວຂ້ອງ, ພ້ອມດ້ວຍພໍ່ແມ່ປະຊາຊົນຈຶ່ງຕົກລົງຈັດຕັ້ງສະເຫລີມສະຫລອງ ແລະເປີດນຳໃຊ້ເສັ້ນທາງເບຕົງຂອງບ້ານຂື້ນພ້ອມທັງມອບໃຫ້ປະຊາຊົນເປັນຜູ້ນຳໃຊ້ ແລະປົກປັກຮັກສາຕໍ່ໄປ.
ຂປລ. ແຫລ່ງຂ່າວຈາກ ແຂວງສະຫວັນນະເຂດ