ບໍລິສັດ ຟໍເຕ-ໂຕໂກ ຈັດງານເປີດໂຕ ແບຣນໃໝ່ເພື່ອສະແດງໃຫ້ເຫັນເຖິງ ບາດກ້າວຕໍ່ໄປໃນການພັດທະນາຂອງບໍລິສັດ

ນະຄອນຫຼວງວຽງຈັນ, ສປປ ລາວ - ບໍລິສັດ ຟໍເຕ-ໂຕໂກ ຊຶ່ງເປັນບໍລິສັດນຳໜ້າດ້ານປະກັນໄພທົ່ວໄປ ໄດ້ເປີດໂຕເຄື່ອງໜາຍການຄ້າ ໃໝ່ ແລະ ຄຳຂວັນ ‘ດຳເນີນຊີວິດຢ່າງໝັ້ນໃຈ ຫຼື (Live with confidence)’ ເພື່ອເປັນຂີດໝາຍສະແດງເຖິງການຂະຫຍາຍໂຕໃນບາດກ້າວຕໍ່ໄປຂອງບໍລິສັດ. ໃນປັດຈຸບັນ, ບໍລິສັດ ຟໍເຕ-ໂຕໂກ ຈະຖືກຮັບຮູ້ກັນໃນນາມ ຟໍເຕ ໂດຍໃຫ້ສອດຄ່ອງກັບສຳນັກງານໃຫຍ່ທີ່ຕັ້ງຢູ່ໃນປະເທດກຳປູເຈຍ ຊຶ່ງໄດ້ຖືກສ້າງຕັ້ງຂຶ້ນມາແລ້ວ 20 ກວ່າປີ ຊຶ່ງເປັນ ບໍລິສັດປະກັນໄພທົ່ວໄປທີ່ໃຫຍ່ທີ່ສຸດພ້ອມທັງເປັນ ບໍລິສັດປະກັນໄພຊີວິດທີ່ຂະຫຍາຍໂຕໄວ.
.
ໂດຍການເປັນສ່ວນໜຶ່ງຂອງແບຣນໃໝ່, ຟໍເຕ ໄດ້ດັດປັບ ວິໃສທັດ, ພັນທະກິດ ແລະຄ່ານິຍົມໃຫ້ຊັດເຈນຂຶ້ນເພື່ອເນັ້ນໜັກໃສ່ການສະໜອງຜະລິດຕະພັນ ແລະໃຫ້ບໍລິການທີ່ເປັນນະວັດຕະກຳໃໝ່ໂດຍສຸມໃສ່ລູກຄ້າເປັນຫຼັກ ແລະການຂະຫຍາຍປະກັນໄພທົ່ວໄປ ແລະປະກັນໄພຊີວິດເຂົ້າສູ່ຕະຫຼາດເພີ່ມຂຶ້ນໃນພາກພື້ນ.
.
ການພັດທະນາແບຣນ ແລະຄຳຂວັນໃໝ່ ‘ດຳເນີນຊີວິດຢ່າງໝັ້ນໃຈ ຫຼື (Live with confidence)’ ມີຈຸດປະສົງເພື່ອເຮັດໃຫ້ການປະກັນໄພ ແລະການບໍລິການທາງການເງິນ ມີຄວາມເປັນທຳກັບທຸກຄົນ ດ້ວຍວິທີການສ້າງຄວາມເຂັ້ມແຂງ ໃນຂະນະດຽວກັນກໍຍັງຍຶດຖືເອົາການຂະຫຍາຍໂຕແບບຍືນຍົງ ແລະ ການສ້າງຄວາມອາດສາມາດໃຫ້ແກ່ປະຊາຊົນ.
.
ທ່ານ Charles Cheo, ປະທານຄະນະບໍລິຫານງານຂອງກຸ່ມບໍລິສັດ ຟໍເຕ ໄດ້ກ່າວວ່າ, “ຟໍເຕ ໄດ້ສ້າງຄວາມສຳເລັດຈາກຄວາມເອົາໃຈໃສ່ລູກຄ້າ, ແນວຄິດກ້າວໜ້າ ແລະນະວັດຕະກຳ ໃນ 2 ທົດສະວັດທີ່ຜ່ານມາ. ພວກເຮົາເຊື່ອວ່າການສ້າງຄວາມເທົ່າທຽມຂອງແບຣນໃຫ້ເຂັ້ມແຂງ ຄຽງຄູ່ກັບສະພາບທາງດ້ານການເງິນທີ່ໝັ້ນຄົງຂອງພວກເຮົາອີງຕາມຄະແນນຄວາມໜ້າເຊື່ອຖືທົ່ວໂລກ ລະດັບ ‘AA’ ໃນດ້ານການຈັດລຳດັບທາງດ້ານການເງິນລະດັບປະເທດ, ຈະເພີ່ມມູນຄ່າໃຫ້ແກ່ຜູ້ຖືຮຸ້ນຂອງພວກເຮົາ ແລະປ່ຽນແປງ ຟໍເຕ ໃຫ້ເປັນ ບໍລິສັດນຳໜ້າໃນລະດັບພາກພື້ນ. ພວກເຮົາຄາດຫວັງຈະປະສົບຜົນສຳເລັດຫຼາຍຂຶ້ນໃນອີກຫຼາຍທົດສະວັດຂ້າງໜ້າ.”
.
ທ່ານ Youk Chamroeunrith, ຜູ້ບໍລິຫານສູງສຸດຂອງກຸ່ມຟໍເຕ ໄດ້ກ່າວວ່າ “ເຖິງເວລາແລ້ວທີ່ພວກເຮົາຈະກ້າວໄປຂ້າງໜ້າ ແລະ ເຮັດໃຫ້ມີຄວາມທັນສະໄໝສຳລັບຍຸກດີຈິຕອນໃນປັດຈຸບັນ. ເອກະລັກຂອງ ແບຣນໃໝ່ຂອງພວກເຮົາແມ່ນສະແດງໃຫ້ເຫັນເຖິງຄວາມໝັ້ນໃຈ ແລະທັດສະນະຄະຕິທີ່ດີ ໃນການກ້າວໄປຂ້າງໜ້າເພື່ອເປັນຄອບຄົວ ຟໍເຕ ໜຶ່ງດຽວ ພ້ອມກັບຈຸດປະສົງຊັດເຈນ ໂດຍສອດຄ່ອງກັບ ວິໃສທັດ ເພື່ອປົກປ້ອງ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ທຸກຄົນໃນພາກພື້ນ ເພື່ອອານາຄົດທີ່ດີກວ່າ - ສໍາລັບຄົນໜຶ່ງ ແລະທຸລະກິດໜຶ່ງໃນເວລາດຽວກັນ.”
.
ທ່ານ Sean Thorninn, ຜູ້ບໍລິຫານສູງສຸດຂອງ ຟໍເຕ ລາວ ໄດ້ກ່າວວ່າ “ ຕັ້ງແຕ່ບໍລິສັດຂອງພວກເຮົາສ້າງຕັ້ງຂຶ້ນໃນປີ 2007, ເປົ້າໝາຍຂອງພວກເຮົາແມ່ນເພື່ອກຳນົດມາດຕະຖານສຳລັບຂົງເຂດວຽກງານນີ້ໃນ ສປປ ລາວ ໂດຍສຸມໃສ່ ໃນການນຳສະເໜີຜະລິດຕະພັນປະກັນໄພທີ່ເປັນນະວັດຕະກຳໃໝ່ ແລະ ເໜາະສົມ ພ້ອມທັງໃຫ້ການບໍລິການລູກຄ້າທີ່ດີກວ່າ. ພວກເຮົາ ໃນນາມ ຜູ້ບໍລິຫານຂອງ ຟໍເຕ ລາວ, ຈະເອົາໃຈໃສ່ໂດຍເຮັດໃຫ້ລູກຄ້າ, ພະນັກງານ ແລະສັງຄົມລາວໄດ້ຮັບປະສົບການທີ່ດີນັບຈາກນີ້ເປັນຕົ້ນໄປເພື່ອທີ່ທຸກຄົນຈະສາມາດດຳເນີນຊີວິດຢ່າງໝັ້ນໃຈ.”
.
ທ່ານ ນາງ Sharliza Rahman, ຜູ້ບໍລິຫານຝ່າຍດີຈິຕອນ ແລະແບຣນ ຂອງກຸ່ມຟໍເຕ ໄດ້ກ່າວວ່າ “ພວກເຮົາໄດ້ພັດທະນາ ແບຣນ ແລະ ສານຕໍ່ຂໍ້ຄວາມຂອງ ຟໍເຕ ເພື່ອສະທ້ອນຕົວຕົນຂອງພວກເຮົາໃນປັດຈຸບັນໃຫ້ດີຍິ່ງຂຶ້ນ ແລະໃຫ້ສອດຄ່ອງກັບຄວາມຫວັງຢ່າງສູງໃນອານາຄົດ. ເປັນການສະແດງໃຫ້ເຫັນເຖິງຄວາມຕັ້ງໃຈຂອງພວກເຮົາເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຊົນ ໂດຍການກະກຽມເຄື່ອຂ່າຍຄວາມປອດໄພຊຶ່ງຊ່ວຍເຮັດໃຫ້ປະຊາຊົນດັ່ງກ່າວມີຄວາມກ້າເພື່ອຈະໄດ້ຮັບແຮງບັນດາໃຈຂອງຕົນ. ການພັດທະນາແບຮນຂອງພວກເຮົາໄດ້ດຳເນີນການຢ່າງລະອຽດໃນຂະນະດຽວກັນກໍຍັງຄົງຮັກສາມໍລະດົກ ແລະ ປະຫວັດສາດຂອງພວກເຮົາໄວ້ຢ່າງແທ້ຈິງເພື່ອເຮັດໃຫ້ ແບຣນຂອງພວກເຮົາ ມີເອກະລັກຮູບແບບໃໝ່ເຕັມໄປດ້ວຍພະລັງ ແລະ ຄວາມໝັ້ນໃຈ.”
.
ໃນເດືອນຕໍ່ໜ້າ, ຟໍເຕ ຈະນຳສະເໜີເອກະລັກຂອງແບຣນທີ່ພັດທະນາໃໝ່ໃນຂັ້ນຕອນຕ່າງໆ ໂດຍຜ່ານຈຸດສຳຜັດທີ່ມີຄວາມຫຼາກຫຼາຍ ແລະ ລະດົມການເຮັດການຕະຫຼາດໃນພາກພື້ນ ກໍຄື ປະເທດກຳປູເຈຍ ແລະສປປ ລາວ.
.
ຟໍເຕ ໄດ້ຖືກຍອມຮັບໃນພາກພື້ນໃນນາມເປັນບໍລິສັດ ປະກັນໄພພາຍໃນປະເທດແຫ່ງປີ ຈາກລາງວັນປະກັນໄພໃນອາຊີ ຫຼື (Insurance Asia Awards) ສອງຄັ້ງ ແລະ ເປັນ ບໍລິສັດ ປະກັນໄພທົ່ວໄປທີ່ດີທີ່ສຸດ ໃນປະເທດກໍາປູເຈຍຈາກ Global Banking and Finance Review ເປັນເວລາ 8 ປີ ຕິດຕໍ່ກັນ.
.
ກ່ຽວກັບ ຟໍເຕ ປະກັນໄພ
ຟໍເຕ ແມ່ນເປັນຜູ້ນຳໃນການຂະຫຍາຍໂຕຂອງຂົງເຂດວຽກງານປະກັນໄພທີ່ເກີດຂຶ້ນໃໝ່ໃນອາຊີຕາເວັນອອກສຽງໃຕ້ ພ້ອມກັບ ວິໃສທັດການປົກປ້ອງ ແລະສ້າງຄວາມເຂັ້ມແຂງໃຫ້ແກ່ທຸກຄົນໃນພາກພື້ນເພື່ອອານາຄົດທີ່ດີກວ່າ - ສໍາລັບຄົນໜຶ່ງ ແລະທຸລະກິດໜຶ່ງໃນເວລາດຽວກັນ.
.
ຟໍເຕ ໄດ້ສ້າງຕັ້ງຂຶ້ນໃນປະເທດກຳປູເຈຍ ປີ 1999 ແລະ ຍັງຄົງຍຶດຖືເອົາພັນທະກິດເພື່ອສະໜອງຜະລິດຕະພັນ ແລະການບໍລິການທີ່ເປັນນະວັດຕະກຳໃໝ່ໂດຍສຸມໃສ່ລູກຄ້າເປັນຫຼັກ, ສ້າງຄວາມອາດສາມາດໃຫ້ແກ່ປະຊາຊົນ ແລະປະກອບສ່ວນເຂົ້າໃນການພັດທະນາຂົງເຂດວຽກງານປະກັນໄພເຂົ້າໃນຕະຫຼາດທີ່ເຮົາດຳເນີນທຸລະກິດຢູ່. ການນຳສະເໜີປະກັນໄພທົ່ວໄປ ແລະປະກັນໄພຊີວິດໃນປະເທດກຳປູເຈຍ ແລະ ປະກັນໄພທົ່ວໄປໃນ ສປປ ລາວ ແມ່ນຄູ່ຮ່ວມທຸລະກິດທີ່ຕ້ອງການຂອງບໍລິສັດປະກັນໄພລະຫວ່າງປະເທດ.
.
ພ້ອມກັນນີ້, ຟໍເຕ ຍັງເປັນຜູ້ໃຊ້ແຮງງານທີ່ຖືກເລືອກເພື່ອສະເໜີສະຖານທີເຮັດວຽກໃຫ້ແກ່ຜູ້ໃຊ້ແຮງງານໂດຍການໃຫ້ລາງວັນແກ່ຄວາມສຳເລັດ ແລະໂອກາດໃຫ້ແກ່ຂະຫຍາຍໂຕຂອງພະນັກງານໂດຍຜ່ານການພັດທະນາ ແລະການສຶກສາທາງວິຊາຊີບ.