ເນື່ອງໃນໂອກາດວັນສ້າງຕັ້ງອົງການໄອຍະການປະຊາຊົນ ແຫ່ງ ສປປ ລາວ ຄົບຮອບ 33 ປີ (9/1/1990-9/1/2023) ໃນວັນທີ 9 ມັງກອນ 2023 ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ(ອອປສ) ພ້ອມດ້ວຍບັນດາຄະນະພັກ-ຄະນະນຳ, ພະນັກງານຫລັກແຫລ່ງ ອົງການໄອຍະການປະຊາຊົນສູງສຸດ, ຄະນະນຳອົງການໄອຍະການປະຊາຊົນພາກກາງ, ອົງການໄອຍະການປະຊາຊົນນະ ຄອນຫລວງວຽງຈັນ, ອົງການໄອຍະການປະຊາຊົນ 4 ເຂດ ນະຄອນຫລວງວຽງຈັນ ແລະ ຄະນະນຳອົງການໄອຍະການທະຫານຂັ້ນສູງ ໄດ້ວາງກະຕ່າດອກໄມ້ ທີ່ອະນຸສາວະລີ ຮູບຫລໍ່ປະທານ ໄກສອນ ພົມວິຫານ ເພື່ອເປັນການສະແດງຄວາມເຄົາລົບຮັກ ແລະ ຮູ້ບຸນຄຸນ ຢ່າງເລິກຊຶ່ງ ເຖິງຜົນງານ, ການເສຍສະຫລະ ແລະ ຄຸນງາມຄວາມດີ ຂອງ ປະທານ ໄກສອນ ພົມວິຫານ ນັກຮົບປະຕິວັດ, ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ທີ່ໄດ້ອຸທິດຕົນ ໃນພາລະກິດປະຕິວັດ, ໄດ້ສຸມທຸກສະຕິປັນຍາ ແລະ ຄວາມຮູ້ ຄວາມສາມາດຂອງຕົນ ເຂົ້າໃນພາລະກິດປົດປ່ອຍຊາດ ຕະຫລອດຫລາຍທົດສະວັດອັນຍືດເຍື້ອຍາວນານ ຈົນສາມາດຍາດໄດ້ໄຊຊະນະຢ່າງສົມບູນ, ນຳພາປະຊາຊົນ ປະຕິບັດພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດມີຜົນສຳເລັດ.
 
ຄະນະພັກ-ຄະນະນຳ ກໍຄືຄົນຮຸ່ນໃໝ່ໃນຂົງເຂດອົງການໄອຍະການປະຊາຊົນ, ພະນັກງານ ອົງ ການໄອຍະການທະຫານ ແລະ ປະຊາຊົນບັນດາເຜົ່າ ໄດ້ຈົດຈໍາລໍ້າລຶກ, ກະຕັນຍູຮູ້ບຸນຄຸນ ຢ່າງເລິກເຊິ່ງ ແລະ ຈະພ້ອມກັນສືບທອດພາລະກິດປະຕິວັດຂອງປະທານ ໄກສອນ ພົມວິຫານ, ສືບທອດພາລະກິດຂອງພັກ, ພາລະກິດຂອງລັດ ແລະ ຂອງປະຊາຊົນ ໂດຍເຮັດທຸກຢ່າງ ເພື່ອພັກ, ເພື່ອລັດ ແລະ ເພື່ອປະຊາຊົນ ປະກອບສ່ວນນໍາພາປະເທດຊາດ ກ້າວເດີນສູ່ຈຸດໜາຍສັງຄົມນິຍົມ ຢ່າງມີໄຊ.
ຂ່າວ ອອປສ. ຂປລ.