ລະດົມຄວາມເຫັນໃສ່ຮ່າງນິຕິກໍາ ກ່ອນນໍາເຂົ້າພິຈາລະນາໃນກອງປະຊຸມ ສະພາປະຊາຊົນ ນະຄອນຫຼວງວຍງຈັນ

ສະພາປະຊາຊົນນະຄອນຫລວງວຽງຈັນ ຈັດສໍາມະນາຮ່າງນິຕິກໍາຂອງ ນວ ຈໍານວນ 4 ສະບັບ ກ່ອນຈະນໍາເຂົ້າພິຈາລະນາ ໃນກອງປະຊຸມສະໄໝສາມັນເທື່ອທີ 4 ສະພາປະຊາຊົນ ນວ ຊຸດທີ 2 ໃນລະຫວ່າງວັນທີ 4-5 ມັງກອນ 2023 ທີ່ຫ້ອງວ່າການນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນທາມ ພຸດທະວົງສາ ຮອງປະທານສະພາປະຊາຊົນ ນວ, ມີທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງ ນວ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ, ສະມາຊິກສະພາປະຊາຊົນ ນວ ແລະຄະນະຮັບຜິດຊອບຮ່າງນະຕິກໍາເຂົ້າຮ່ວມ.

ໂອກາດນີ້ທ່ານ ບຸນທາມ ຜາທຸມມະວົງ ໄດ້ກ່າວວ່າ: ໂດຍປະຕິບັດກົດໝາຍວ່າດ້ວຍການສ້າງນະຕິກໍາ ແລະກົດໝາຍວ່າດ້ວຍສະພາແຫ່ງຊາດ ແລະສະພາປະຊາຊົນແຂວງທີ່ກໍານົດກ່ຽວກັບກົນໄກຂັ້ນຕອນໃນການພິຈາລະນາບັນດາຮ່າງນະຕິກໍາສໍາຄັນພື້ນຖານຂອງ ນວ ກ່ອນການດໍາເນີນກອງປະຊຸມສະໄໝສາມັນຂອງສະພາປະຊາຊົນແຕ່ລະຄັ້ງ. ດັ່ງນັ້ນ, ເພື່ອເປັນການລະດົມຄວາມຄິດເຫັນຈາກບັນດາສະ ມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ ນວ ໃນນາມເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນ ນວ ໃສ່ບັນດາຮ່າງນິຕິກໍາທີ່ສໍາຄັນ ເພື່ອເປັນການປະກອບສ່ວນປັບປຸງເນື້ອໃນບັນດາຮ່າງນິຕິກໍາເຫຼົ່ານັ້ນ ໃຫ້ມີຄວາມສົມບູນ ຄົບຖ້ວນ ຖືກຕ້ອງສອດຄ່ອງກັບລັດຖະທໍາມະນູນ ແລະ ກົດໝາຍ ພ້ອມທັງສອດຄ່ອງກັບສະພາບຈຸດພິເສດ ແລະ ຄວາມເປັນຈິງຂອງ ນວ ກ້າວໄປສູ່ການນໍາສະ ເໜີບັນດາຮ່າງນິຕິກໍາ 4 ສະບັບເຂົ້າພິຈາລະນາ ແລະ ຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 4 ສະພາປະຊາຊົນ ນວ ຊຸດທີ 2 ທີ່ຈະໄຂຂຶ້ນໃນກາງເດືອນມັງກອນນີ້.

ບັນດາເນື້ອໃນນິຕິກໍາ 4 ສະບັບທີ່ຈະຄົ້ນຄວ້າ ແລະປຶກສາຫາລືປະກອບຄໍາຄິດເຫັນໃນການສໍາມະນາຄັ້ງນີ້ປະກອບມີ: ຮ່າງລັດຖະບັນຍັດຂອງປະທານປະເທດວ່າດ້ວຍ ນວ ປະກອບມີ 7 ໝວດ 51 ມາດຕາ; ຮ່າງລັດຖະບັນຍັດຂອງປະທານປະເທດວ່າດ້ວຍອາກອນຕົວເມືອງ ປະກອບມີ 10 ໝວດ 31 ມາດຕາ ທັງສອງນິຕິກໍານີ້ ເປັນນິຕິກໍາສ້າງຂຶ້ນໃໝ່ເພື່ອເປັນການຜັນຂະຫຍາຍມະຕິກົມການເມືອງສູນກາງພັກວ່າດ້ວຍການພັດທະນາ ນວ ໃນໄລຍະໃໝ່ ແລະເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກ ນວ ໃຫ້ເປັນນິຕິກໍາອັນລະອຽດ; ຮ່າງແຜນຈັດສັນທີ່ດິນ ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມຮອບດ້ານຂອງ ນວ ປະກອບມີ 4 ພາກໃຫຍ່ ເປັນນິຕິກໍາທີ່ເຄີຍພິຈາລະນາຜ່ານມາແລ້ວ ເຊິ່ງໄດ້ຮັບຮອງເອົາດ້ານຫລັກການ ແລະ ໃຫ້ອົງການປົກຄອງ ນວ ໄປຄົ້ນຄວ້າແຜນລະອຽດເພື່ອນໍາມາສະເໜີຕໍ່ກອງປະຊຸມຕື່ມ; ຮ່າງຂໍ້ຕົກລົງຂອງເຈົ້າຄອງ ນວ ວ່າດ້ວຍການຈັດຕັ້ງປະຕິບັດມາດຕະການສ້າງ ນວ ສະອາດ (ສ.ສະອາດ) ປະກອບມີ 8 ໝວດ 29 ມາດຕາ ແມ່ນນິຕິກໍາຜັນຂະຫຍາຍນະໂຍບາຍ ສ.ສະອາດ ຂອງ ນວ ທີ່ໄດ້ມີນະໂຍບາຍກ່ອນໜ້ານີ້ແລ້ວ.
ຂ່າວ: ຂປລ.