ລັດຖະມົນຕີ ກະຊວງສາທາລະນະສຸກ ເຄື່ອນໄຫວວຽກງານ ຢູ່ 4 ແຂວງພາກໃຕ້

ໃນລະຫວ່າງວັນທີ 3-10 ມັງກອນ 2023 ນີ້, ທ່ານ ບຸນແຝງ ພູມມະໄລສິ ລັດຖະມົນຕີກະຊວງສາທາລະນະສຸກພ້ອມດ້ວຍ ທ່ານ ໂຄບະຢະຊິ ເຄັນອິຈິ (KOBAYASHI Kenichi)ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳລາວ, ທ່ານ ນາງ ເພຍ ຣີ ແບນໂລ ບະຣິດໂຕ ຜູ້ຕາງໜ້າອົງການອຸຍນີເຊບ ປະຈຳລາວ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ 4 ແຂວງ ພາກໃຕ້ ຄື: ສາລະວັນ, ຈໍາປາສັກ, ເຊກອງ ແລະອັດຕະປື ເພື່ອທົບທວນຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດ 11 ຕົວຊີ້ບອກ ຂອງວຽກງານສາທາລະສຸກ ລວມທັງການຄຸ້ມຄອງການສັກຢາກັນພະຍາດ.

ທ່ານ ອາຄົມ ລຳວິຈິດ ຫົວໜ້າພະແນກ ສາທາລະນະສຸກແຂວງສາລະວັນ ໄດ້ລາຍງານຄວາມຄືບໜ້າ, ສິ່ງທ້າທາຍ ແລະ ທິດທາງໃນຕໍ່ໜ້າ ຂອງການປະຕິບັດວຽກງານສາທາລະນະສຸກແຂວງ ໂດຍສະເພາະ ການຈັດຕັ້ງປະຕິບັດ 11 ຕົວຊີ້ບອກ ທີ່ສະພາແຫ່ງຊາດ ກໍຄື ສະພາປະຊາຊົນແຂວງຮັບຮອງ ເຊິ່ງອັດຕາເດັກລຸ່ມ 5 ປີ ນໍ້າໜັກຕໍ່າກວ່າມາດຕະຖານ ຄາດໝາຍ 2022 (25%), ປະຕິບັດໄດ້ 11 ເດືອນ (12,39 %), ລວງສູງບໍ່ໄດ້ມາດຕະຖານ ຄາດໝາຍ (33%), ປະຕິບັດໄດ້ 18,52%, ອັດຕາ ການຕາຍຂອງເດັກລຸ່ມ 1 ປີ ຄາດໝາຍ (26/1.000),ປະຕິບັດໄດ້ 15,12/1.000, ອັດຕາການຕາຍຂອງເດັກລຸ່ມ 5 ປີ ຄາດໝາຍ (32/1.000), ປະຕິບັດໄດ້ 19,09/1.000, ອັດຕາສ່ວນການຕາຍ ຂອງ ແມ່ ຄາດໝາຍ (120/100.000), ປະຕິບັດໄດ້ 93/100.000, ອັດຕາການເກີດລູກມີແພດ ຄາດໝາຍ (84%), ປະຕິບັດໄດ້ 76,32%, ອັດຕາການໃຫ້ວັກຊິນກັນພະຍາດ (Penta3) ຄາດໝາຍ (96%), ປະຕິບັດໄດ້ 93,57% (ຄາດວ່າໝົດປີບັນລຸ 97%), ອັດຕາຊົມໃຊ້ນ້ຳສະອາດ ຄາດໝາຍ(92%), ປະຕິ ບັດໄດ້ 94,65%, ອັດຕາຊົມໃຊ້ວິດຖ່າຍ ຄາດໝາຍ (87%), ປະຕິບັດໄດ້ 79,23% (ໝົດປີຈະບັນລຸໃນຕົ້ນເດືອນ 1/2023 ຈະປະກາດ 2 ເມືອງ ເປັນເມືອງຢຸດຕິການຖ່າຍຊະຊາຍ), ອັດຕາການປົກຄຸມດ້ວຍປະກັນສຸຂະພາບ 100%, ອັດຕາການຮັບຮອງບ້ານສາທາລະນະສຸກແບບຢ່າງ ຄາດໝາຍ(64%), ປະຕິບັດໄດ້ 67,47%, ດ້ານວຽກງານສັກຢາປ້ອງກັນພະຍາດໂຄວິດ-19 ເຂັມທີ 1 ປະຕິບັດໄດ້ 81,75%, ເຂັມທີ 2 ປະຕິບັດໄດ້ 68,86% ແລະ ເຂັມກະຕຸ້ນ 1 ປະຕິບັດໄດ້ 30,66% ດ້ານການຄວບຄຸມພະຍາດໄຂ້ຍູງລາຍໃນປີ 2022 (ມີການລະບາດແຕ່ບໍ່ຮຸນແຮງ), ມີທັງໝົດ 1.445 ກໍລະ ນີ, ເສຍຊີວິດ 3 ແລະ ກໍລະນີ ແລະ ໂຄວິດ-19 ມີຜູ້ຕິດເຊື້ອ 4.988 ກໍລະນີ, ຍິງ 2.507 ກໍລະນີ, ເສຍຊີວິດ 23 ກໍລະນີ, ຍິງ 13 ກໍລະນີ. ໃນນັ້ນ, ຕິດເຊື້ອໃນຊຸມຊົນ 3.478 ກໍລະນີ, ຍິງ 1.736 ກໍລະນີ, ແຮງງານນໍາເຂົ້າ 1.510 ກໍລະນີ, ຍິງ 1.771 ກໍລະນີ.

ໃນວັນດຽວກັນ, ຄະນະຜູ້ແທນຍັງໄດ້ໄປຢ້ຽມຢາມໂຮງໝໍແຂວງສາລະວັນ, ສາງເກັບຢາ ແລະໂຮງຮຽນແພດສາດແຂວງ. ນອກຈາກນີ້, ຄະນະຜູ້ແທນຍັງໄດ້ຢ້ຽມຢາມ ໂຮງໝໍເມືອງສະໝ້ວຍ ແລະ ຕະໂອ້ຍ ແລະ ພົບປະກັບອຳນາດການປົກຄອງແຂວງ ແລະ ເມືອງ ເພື່ອຮັບຟັງສິ່ງທ້າທາຍ ໃນວຽກງານການສັກຢາກັນ. ນອກຈາກນີ້, ຄະນະຜູ້ແທນຍັງໄດ້ກວດກາຄືນຄວາມຄືບໜ້າ ຂອງການສັກຢາປ້ອງກັນ ພະຍາດໂຄ ວິດ-19 ຢູ່ບັນດາແຂວງ ໃນນັ້ນມີບັນດາສິ່ງທ້າທ້າຍກ່ຽວກັບການຄຸ້ມຄອງການຊ່ວຍເຫລືອທີ່ຕໍ່າ.

ໂອກາດເຄື່ອນໄຫວວຽກງານຄັ້ງນີ້, ຍັງຈະມີການມອບ-ຮັບ ລົດຂົນສົ່ງວັກຊີນຕູ້ເຢັນ WHO-PQS ຈຳນວນ 2 ຄັນ ທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານຍີ່ປຸ່ນ ຜ່ານອົງການອຸຍນີເຊບ ປະຈໍາ ສປປ ສາວ ໃຫ້ພະແນກສາທາລະນະສຸກ ແຂວງອັດຕະປື ແລະ ແຂວງເຊກອງ ໃນວັນທີ 7 ມັງ ກອນ 2023. ພາຫະນະຂົນສົ່ງວັກຊິນຕູ້ເຢັນ (RVTV) ເປັນລົດ 4WD (ສີ່ລໍ້) ແລະ ປະກອບມີຕູ້ເຢັນທີ່ຕິດຢູ່ໃນລົດ. RVTV ແມ່ນໃຊ້ສໍາລັບການຂົນສົ່ງທີ່ປອດໄພ ຂອງວັກຊິນທີ່ອຸນຫະພູມລະ ຫວ່າງ 2-8°C ແລະ ສາມາດເດີນທາງໄກ ແລະ ທຸລະກັນດານ. ນອກຈາກນີ້, ລັດຖະບານຍີ່ປຸ່ນ ຍັງໄດ້ໃຫ້ການສະໜັບສະໜູນ ມູນຄ່າຫຼາຍກວ່າ 1,1 ລ້ານໂດລາສະຫະລັດ ເພື່ອປັບປຸງລະບົບຕ່ອງໂສ້ຄວາມເຢັນ ຢູ່ ສປປ ລາວ, ລວມທັງການຈັດຫາຕູ້ເກັບຮັກສາວັກຊິນ 697 ໜ່ວຍ, ຖົງພາຍວັກຊິນ 500 ໜ່ວຍ ແລະ ຫີບເຟັນ 100 ໜ່ວຍ. ອຸປະກອນທັງໝົດໄດ້ຖືກແຈກຢາຍ ແລະຕິດຕັ້ງຕາມແຜນການປະຕິບັດການທີ່ໄດ້ອະນຸມັດຈາກລັດຖະບານ ສປປ ລາວ.