ແຂວງຫົວພັນປະກາດຮັບຮອງດອກຄາຍປ່າເປັນດອກໄມ້ເອກະລັກຂອງແຂວງ ພ້ອມທັງເປີດງານນິທັດສະການທ່ຽວຊົມດອກຄາຍປ່າ ແລະດອກຊາກຸຣະ ປະຈໍາປີ 2022

ພິທີດັ່ງກ່າວໄດ້ຈັດຂື້ນຢູ່ສວນສາທາລະນະຫົວພັນ-ແທັງຮວ່າ ໃນວັນທີ 25 ທັນວາທີ່ຜ່ານມາ ໂດຍເປັນກຽດເຂົ້າຮ່ວມໃນງານມີ ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງໆຫົວພັນ, ທ່ານ ໂຄບາຢາກິ ເຄນອີຈິ, ເອກອັກຄະລາດຖະທູດຍີ່ປຸ່ນປະຈໍາລາວ, ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ-ວັດທະນາທຳ ແລະ ທ່ອງທ່ຽວ ພ້ອມດ້ວຍແຂກທີ່ຖືກເຊີນ ແລະ ບັນດາພໍ່ແມ່ປະຊາຊົນຊາວແຂວງຫົວພັນເຂົ້າຮ່ວມນຳ.

ແຂວງຫົວພັນເປັນແຂວງທີ່ມີທີ່ຕັ້ງຄວາມສໍາຄັນທາງປະຫັວດສາດເປັນຖີ່ນກໍາເນີດຂອງ ສປປ ລາວ, ເປັນແຂວງທີ່ມີທ່າແຮງດ້ານການທ່ອງທ່ຽວປະຫັວດສາດ, ທໍາມະຊາດ ແລະວັດທະນະທໍາເປັນຕົ້ນແມ່ນ: ປະຫັວດສາດເມືອງວຽງໄຊ, ຫີນຕັ້ງຫົວເມືອງ, ພູຜາຖີ່, ບໍ່ນໍ້າຮ້ອນເມືອງຮ້ຽມ, ນໍ້າຕົກຕາດສະເຫຼີຍ ພ້ອມດຽວກັນສີ່ງທີ່ໂດດເດັ່ນແມ່ນການຕໍ່າຫູກທໍ່ໄຫມສີໄມ້ລາຍມືອັນປານີດຂອງເອື້ອຍນ້ອງແມ່ຍິງຊາວແຂວງຫົວພັນນອກນີ້ຍັງມີອາຫານທີ່ເປັນເອກະລັກຂອງຕົນ, ມີວິຖີຊີວິດທີ່ດັ້ງເດີມປະຊາຊົນບັນດາເຜົ່າທີ່ມີມູນເຊື້ອໂອບເອື້ອອາລີຮັກແຂກແພງຄົນ, ນອກນີ້, ຍັງເປັນແຂວງທີ່ມີທີ່ຕັ້ງພູມສັນຖານທີ່ມີຫ້ວຍເລິກພູສູງ, ມີອາກາດຫນາວເຢັນ, ມີຄວາມອຸດົມສົມບູນທາງດ້ານທໍາມະຊາດ, ມີພູຜາປ່າໄມ້ຂຽວສົດງົດງາມຕະຫຼອດປີພ້ອມທັງຄວາມສວຍງາມຂອງດອກໄມ້ທໍາມະຊາດຕາມລະດູການຫຼາຍຊະນິດເຊັ່ນ: ດອກບານ, ດອກປີບ,ດອກແຄ, ດອກຝາງແດງ, ດອກຮ້ານ ແລະດອກໄມ້ຊະນິດຕ່າງໆ ເດັ່ນກ່ວາຫມູ່ແມ່ນດອກຄາຍປ່າເຊີ່ງມີຄວາມເປັນເອກະລັກສະເພາະ ແລະງົດງາມພິເສດເປັນສີບົວຈາງ ແລະສີບົວເຂັ້ມມີລັກສະນະຄ້າຍຄືດອກຊາກຸຣະດອກໄມ້ປະຈໍາຊາດຂອງຍີ່ປຸ່ນເຊີ່ງພົບເຫັນຫຼາຍກ່ວາຫມູ່ແມ່ນຢູ່ເມືອງຫົວເມືອງ, ເມືອງຊໍາເຫນືອ ແລະເມືອງອື່ນໆ.

ໃນໄລຍະຜ່ານມາກໍ່ຄືປະຈຸບັນອຳນາດການປົກຄອງແຂວງຫົວພັນໄດ້ສຸມໃສ່ການພັດທະນາເທດສະບານຕົວເມືອງຊໍາເຫນືອມີຄວາມສວຍສົດງົດງາມ, ເປັນຕົວເມືອງສີຂຽວແບບທໍາມະຊາດຄຽງຄູ່ກັບການພັດທະນາບັນດາເມືອງຕ່າງໆພາຍໃນແຂວງ; ໃນປີ 2008 ທາງແຂວງໄດ້ເລີ້ມປູກດອກຄາຍປ່າ ຫຼືເອີ້ນວ່າ: “ດອກພັນພະນາ” ປູກເປັນຕົ້ນໄມ້ປະດັບພາຍໃນເທດສະບານຕົວເມືອງຊໍາເຫນືອຈໍານວນ 400 ຕົ້ນ ແລະ ໃນປີ 2010 ກໍ່ໄດ້ມີການປູກເພີ່ມຕາມເສັ້ນທາງເລກ 6 ແຕ່ພູເລົ້າ ຫາ ເທດສະບານຕົວເມືອງຊໍາເຫນືອ-ວຽງໄຊ ແລະລຽບຕາມເສັ້ນທາງສະຫນາມບິນຫນອງຄ້າງ ແລະບ່ອນອື່ນໆທີ່ມີເງື່ອນໄຂ.

ມາຮອດປັດຈຸບັນທົ່ວແຂວງຫົວພັນໄດ້ປູກດອກຄາຍປ່າທັງຫມົດຈໍານວນ 160,552 ຕົ້ນ, ຄາດຄະເນ 2023-2025 ຈະປູກເພີ່ມຕື່ມຕາມຈຸດຕ່າງໆໃນ 10 ເມືອງພາຍໃນແຂວງ; ປັດຈຸບັນຕົ້ນດອກຄາຍປ່າ ແລະ ຕົ້ນດອກຊາກຸຣະຈໍານວນຫນື່ງໄດ້ອອກດອກເບັ່ງບານສວຍງາມເປັນທີ່ປະທັບໃຈ ແລະ ດຶງດູດແຂກຄົນໃຫ້ເຂົ້າມາຢ້ຽມຢາມ ແລະ ທ່ຽວຊົມເຮັດໃຫ້ກະແສຈາກການທ່ອງທ່ຽວຕ່າງແດນມາເປັນການທ່ອງທ່ຽວພາຍໃນຫຼາຍຂື້ນໂດຍສະເພາະແມ່ນການທ່ອງທ່ຽວ“ ລາວ-ທ່ຽວ-ລາວ” ນັກທ່ອງທ່ຽວສ່ວນຫຼາຍແມ່ນສົນໃຈການທ່ຽວຊົມທໍາມະຊາດ, ສໍາພັດອາກາດບໍລິສຸດ;ດອກຄາຍປ່າຈາກທໍາມະຊາດທີ່ມີຄວາມງາມໂດດເດັ່ນ, ມີສະເຫນ່ເປັນເອກະລັກສະເພາະໄດ້ສ້າງຄວາມປະທັບໃຈ ແລະໄດ້ກາຍມາເປັນກະແສນິຍົມຂອງນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດເຊີ່ງເປັນທ່າແຮງດືງດູດແຂກຄົນໃຫ້ເຂົ້າມາຢ້ຽມ ຢາມ ແລະທ່ຽວຊົມແຂວງຫົວພັນນັບມື້ເພີ່ມຂື້ນ,ເຮັດໃຫ້ແຂວງກໍ່ຄືປະຊາຊົນຊາວແຂວງຫົວພັນມີລາຍຮັບເພີ້ມຂື້ນຈາກການຈຳໜ່າຍສີນຄ້າອຸປະ ໂພກ- ບໍລິໂພກ, ການບໍລິການເຮືອນພັກ-ຮ້ານອາຫານ;ໂດຍເຫັນໄດ້ທ່າແຮງ ແລະຄວາມສໍາຄັນດັ່ງກ່າວ,ອົງການປົກຄອງແຂວງຫົວພັນຈີ່ງໄດ້ເຫັນດີ ແລະຕົກລົງຮັບຮອງເອົາດອກຄາຍປ່າເປັນດອກໄມ້ເອກະລັກຂອງແຂວງຫົວພັນຜ່ານການເຫັນດີເປັນເອກະພາບຂອງສະພາປະຊາຊົນແຂວງຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງແຂວງຫົວພັນສະບັບເລກທີ796/ຈຂ.ຫພ, ລົງວັນທີ 10 ມິຖຸນາ 2022 ເພື່ອເປັນການໂຄສະນາເຜີຍແຜ່ໃຫ້ແຂກທັງພາຍໃນ ແລະຕ່າງປະເທດຮັບຮູ້.

ພ້ອມດຽວກັນນີ້ກໍ່ໄດ້ມີການເປີດງານນິທັດສະການທ່ຽວຊົມດອກຄາຍປ່າ ແລະດອກຊາກຸຣະ ປະຈໍາປີ 2022, ໂດຍບັນ ດາທ່ານແຂກທີ່ເຂົ້າຮ່ວມງານໄດ້ພ້ອມກັນເຂົ້າຮ່ວມພິທີປູກຕົ້ນຄາຍປ່າຢູ່ສວນສາ ທາລະນະຫົວພັນ-ກວ້າງນິງ, ທ່ຽວຊົມຕະຫຼາດນັດ, ຊົມຄວາມສວຍສົດງົດງາມຂອງດອກຄາຍປ່າລຽບຕາມສາຍທາງເລກ 6 ແຕ່ຊຳເໜືອຫາວຽງໄຊ ແລະ ເຂົ້າທ່ຽວຊົມສວນດອກຊາກຸຣະ ຢູ່ສວນສາ ທາລະນະມິດຕະພາບລາວ-ຢີປຸ່ນ ທີ່ເມືອງວຽງໄຊ ແລະສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຈຳນວນໜຶ່ງຢູ່ເທດສະບານເມືອງວຽງໄຊຕື່ມອີກ.

ວຽກງານການທ່ອງທ່ຽວພາຍໃນແຂວງໄດ້ມີການພັດທະນາຢ່າງຕໍ່ເນື່ອງ, ໃນປີ 2015 ສະມະຄົມຄົນພິການອາຊີເພື່ອການພັດທະນາປະເທດຍີ່ປຸ່ນ ເຊີ່ງເປັນອົງການທີ່ບໍ່ສັງກັດລັດຖະບານຕາງຫນ້າໃຫ້ລັດຖະບານຍີ່ປຸ່ນໄດ້ສ້າງສວນດອກຊາກຸຣະມິດຕະພາບ “ລາວ-ຍີ່ປຸ່ນ" ຢູ່ທີ່ເມືອງວຽງໄຊ ເພື່ອເປັນການສະເຫຼີມສະຫຼອງສາຍພົວພັນທາງການທູດຂອງສອງປະເທດຄົບຮອບ 60 ປີ ແລະ ເພື່ອເປັນການຜູກແຫນ້ນຄວາມສາມັກຄີລະຫ່ວາງປະຊາຊົນ 2 ຊາດ ລາວ-ຍີ່ປຸ່ນໃຫ້ນັບມື້ແຫນ້ນແຟ້ນຍິ່ງຂື້ນ;ຜ່ານມາແຂວງຫົວພັນໄດ້ຮັບລາງວັນການທ່ອງທ່ຽວແບບອານຸລັກໂດຍການມີສ່ວນຮ່ວມຂອງປະ ຊາຊົນຈາກອົງການທ່ອງທ່ຽວໂລກ; ລາງ ວັນການພັດທະນາການທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສ ປ ປ ລາວ.

ເມືອງວຽງໄຊໄດ້ຮັບລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ແລະ ໃນບໍ່ດົນມານີ້ແຂວງຫົວພັນກໍ່ໄດ້ປະກາດຮັບຮອງເອົາຂັບຊໍາເຫນືອ ແລະພູມປັນຍາການຕໍ່າຜ້າໄຫມມ້ອນຫົວພັນເປັນມໍລະດົກທາງດ້ານວັດທະນະທໍາລະດັບທ້ອງຖີ່ນຂອງແຂວງຫົວພັນ; ປັດຈຸບັນອຳນາດການປົກຄອງແຂວງໄດ້ເລັ່ງໃສ່ພັດທະນາເສັ້ນທາງເຂົ້າເຖີງແຫຼ່ງທ່ອງທ່ຽວ, ພັດທະນາແຫຼ່ງທ່ອງທ່ຽວ, ປັບປຸງ ແລະສ້າງສີ່ງອຳນວຍຄວາມສະດວກຕ່າງໆເພື່ອບໍລິການໃຫ້ແກ່ນັກທ່ອງທ່ຽວ.

ໂອກາດນີ້ທ່ານ ແລະທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງໆຫົວພັນ, ທ່ານ ໂຄບາຢາກິ ເຄນອີຈິ, ເອກອັກຄະລາດຖະທູດຍີ່ປຸ່ນປະຈໍາລາວ ແລະທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ-ວັດທະນາທຳ ແລະທ່ອງທ່ຽວ ໄດ້ຮ່ວມຕັດແຖບຜ້າ, ລັ່ນຄ້ອງ ແລະປ່ອຍປຸ້ມເປົ້າເປີດງານຢ່າງເປັນທາງການ.
ຂ່ວ-ພາບ: ໄອແກ້ວ