ຮອງປະທານສະພາແຫ່ງຊາດ ຮ່ວມບຸນກິນຈຽງ ປະຈຳປີ 2022 ຢູ່ເມືອງໂພນໂຮງ

ບູນປະເພນີກິນຈຽງ ຫລື ນໍ່ເປ້ເຈົ່າ ປະຈຳປີ 2022 ຂອງປະຊາຊົນເຜົ່າມົ້ງ ກຸ່ມບ້ານພັດທະນາ-ນາເລົາ (ຫລັກ52) ເມືອງໂພນໂຮງ ແຂວງວຽງຈັນ ຈັດຂຶ້ນເປັນທາງການ ໃນວັນທີ 26 ທັນວາ 2022 ນີ້ ຢູ່ເດີນກິນຈຽງບ້ານໂພນຄຳເໜືອ ໂດຍມີທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ, ມີ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ,ມີຕ່າງໜ້າການນຳຂັ້ນແຂວງ, ການນຳຂອງເມືອງ, ຄະນະຈຸດສຸມກຸ່ມບ້ານ,ເຈົ້າກົກເຈົ້າເຫລົ່າ-ຊິງຊາວ, ມີພາກສ່ວນກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງຫລວງຫລາຍ ເຊິ່ງສະແດງອອກເຖິງວັດທະນະທຳ ຮີດຄອງປະເພນີຂອງພີ່ນ້ອງເຜົ້າມົ້ງ ທີ່ໄດ້ປະຕິບັດກັນມາແຕ່ດຶກດາມບັນ ຈົນຮອດປັດຈຸບັນ.

ໂອກາດນີ້, ຄະນະປະທານທ່ານ ຈະເລີນ ເຢຍປາວເຮີ ແລະທ່ານ ຄໍາພັນ ສິດທິດໍາພາ ໄດ້ໃຫ້ກຽດໂອ້ລົມ ແລະອວຍພອນຕໍ່ພິທີໂດຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານ ທີ່ຄະນະກຸ່ມບ້ານ,ອົງການປົກຄອງແຕ່ລະບ້ານຕະຫລອດຮອດພໍ່ປະຊາຊົນຍາດມາໄດ້ໃນໄລຍະຜ່ານມາ. ພ້ອມນີ້, ຍັງໄດ້ຍົກໃຫ້ເຫັນການຫັນປ່ຽນໃນການສ້າງສາພັດທະນາປະເທດຊາດ ໂດຍສະເພາະແຂວງວຽງຈັນ ກໍຄືເມືອງໂພນໂຮງ ເປັນຕົ້ນກຸ່ມບ້ານພັດທະນານາເລົາ (ຫລັກ52), ພ້ອມຍັງໄດ້ເນັ້ນໜັກໃຫ້ຄະນະພັກກຸ່ມບ້ານ ອົງການປົກຄອງແຕ່ລະບ້ານ ກໍຄື ເຜົ່າ ຈົ່ງສືບຕໍ່ສຸມໃສ່ການຜະລິດທາງດ້ານກະສິກຳຕາມທ່າແຮງໃນການປູກ, ການລ້ຽງໃຫ້ເປັນຂະບວນພົ້ນເດັ່ນ, ກ້າວເປັນອຸດສາຫະກຳປຸ່ງແຕ່ງທີ່ທັນສະໄໝ, ສົ່ງເສີມວຽກງານບໍລິການວຽກງານທ່ອງທ່ຽວ ແລະ ຮັກສາໄດ້ປະເພນີອັນດີງາມ, ຄວາມສາມັກຄີປອງດອງ,ເປັນເຈົ້າການ ແລະມີສ່ວນຮ່ວມໃນການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ທີ່ເມືອງກໍຄືບັນດາບ້ານວາງອອກແນໃສ່ຍົກສູງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນບັນດາເຜົ່າໃຫ້ມີຊີວິດທີ່ດີຂຶ້ນ.

ໃນພິທີ, ທ່ານວັນໄຊ ພົມມະຈັກ ຫົວໜ້າຈຸດສຸມກຸ່ມບ້ານພັດທະນາ-ນາເລົາ ໄດ້ກ່າວວ່າ: ຜ່ານການປະຕິບັດວຽກງານໄລຍະຜ່ານມາສາມາດຍາດໄດ້ຜົນງານຫລາຍດ້ານເປັນຕົ້ນພາຍໃນກຸ່ມແມ່ນມີຄວາມສະຫງົບ, ປະຊາຊົນພາຍໃນກຸ່ມບ້ານ ໄດ້ເປັນເຈົ້າການມີສ່ວນຮ່ວມໃນການປະຕິບັດໜ້າວຽກເຮັດວຽກງານແຕ່ລະບ້ານແມ່ນມີຜົນສຳເລັດ, ແຕ່ລະບ້ານແມ່ນມີທ່າແຮງທາງດ້ານເສດຖະກິດ, ມີການປູກຝັງ, ລ້ຽງສັດແບບຟາມ ແລະບໍລິການຄ້າ-ຂາຍ ມີການຂະຫຍາຍຢ່າງຕໍ່ເນື່ອງຊຶ່ງໄດ້ກາຍເປັນທ່າແຮງທີ່ສຳຄັນໃນຍົກສູງຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ.