ຈີນ-ອາຊຽນ ປະຊາຄົມຮ່ວມຊາຕາກຳ ຜົນງານຂອງ ສຸລິຍາ ມູນນະຣາດ

ໃນວັນທີ 22 ທັນວາ 2022 ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໄດ້ຈັດພິທີໄຂປື້ມຈີນ-ອາຊຽນ ປະຊາຄົມຮ່ວມຊາຕາກຳ ຜົນງານຂຽນຂອງທ່ານ ປອ ນາງ ສຸລິຍາ ມູນນະຣາດ ຫົວຫນ້າພະແນກພົວພັນສາກົນ ຫ້ອງການພົວພັນການຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດມີທ່ານ ວິຈິດ ຊິນດາວົງ ອະດີດ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ສປປ ລາວປະຈຳ ສປ ຈີນ ອະດີດຮອງປະທານຄະນະກຳມະການຮ່ວມມືລາວ-ຈີນ ທ່ານ ໄມ ໄຊຍະວົງ ຫົວໜ້າສະຖາບັນການຕ່າງປະເທດ ທ່ານ ພອນທະວີ ບຸດດາລາ ຫົວໜ້າກົມຂ່າວກະຊວງການຕ່າງປະເທດພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.

ໂອກາດນີ້ ທ່ານ ວິຈິດ ຊິນດາວົງ ໄດ້ກ່າວວ່າ: ປື້ມເຫຼັ້ມນີ້ເປັນຜົນງານຂຽນຂອງທ່ານ ປອ ນາງ ສຸລິຍາ ມູນນະຣາດ ຜູ້ເປັນນັກປາດໜຸ່ມດີເດັ່ນ ແລະເປັນຕົ້ນແບບຂອງຜົນສຳເລັດໃນການແລກປ່ຽນວັດທະນະທຳລາວ-ຈີນ ເຊິ່ງໃນປື້ມເຫຼັ້ມນີ້ ໄດ້ວິເຄາະປະຫວັດສາດ ສະພາບການປັດຈຸບັນ ແລະ ບັນຫາຄົງຄ້າງໃນການພັດທະນາອາຊຽນທີ່ຕິດພັນກັບຂໍ້ມູນຄວາມເປັນຈິງ ແລະກໍລະນີຕົວຈິງຈຳນວນຫຼາຍໂດຍໄດ້ຊີ້ໃຫ້ເຫັນວ່າໃນຖານະທີ່ເປັນອົງການຈັດຕັ້ງພາກພື້ນອາຊຽນຄວນສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນຢູ່ພາຍໃນ ສ້າງຕັ້ງກົນໄກການຮ່ວມມືກັບປະເທດອື່ນ ແລະອົງການຈັດຕັ້ງອື່ນຕໍ່ພາຍນອກເພື່ອໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ພັດທະນາໄປພ້ອມກັນ ຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ ໄດ້ສ້າງກາລະໂອກາດຮ່ວມມືອັນດີແກ່ອາຊຽນ ເຮັດໃຫ້ອາຊຽນໄດ້ເຊື່ອມໂຍງກັບຈີນ ອາຊີໃຕ້ ແລະ ປະເທດອື່ນໆ ມະໂນທັດປະຊາຄົມຮ່ວມຊາຕາກຳ ສາມາດນຳອາຊຽນໄປສູ່ຂອບການຮ່ວມມືທີ່ໃຫຍ່ກວ່າເກົ່າ ຈາກການສ້າງປະຊາຄົມຮ່ວມຊາຕາກຳໃນອາຊີຕາເວັນອອກສ່ຽງໃຕ້ໄປສູ່ປະຊາຄົມຮ່ວມຊາຕາກຳໃນອາຊີ ແລະທ້າຍສຸດແມ່ນການສ້າງເປັນປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

ທ່ານ ປອ ນາງ ສຸລິຍາ ມູນນະຣາດ ໄດ້ກ່າວວ່າ: ສຳລັບປື້ມດັ່ງກ່າວເປັນບົດຄົ້ນຄວ້າວິໄຈຂອງຂ້າພະເຈົ້າໃນລະດັບປະລິນຍາເອກທີ່ໄດ້ສຶກສາຢູ່ ສປ ຈີນ ໄດ້ຮັບເປັນບົດຄົ້ນຄວ້າດີເດັ່ນ ແລະໄດ້ຮັບຖືກຄັດເລືອກຈາກສຳນັກພິມຂອງ ສປ ຈີນ ນຳໄປຕີພິມເຜີຍແຜ່ອອກສູ່ຜູ້ອ່ານເຊິ່ງໃນປື້ມຫົວນີ້ຂ້າພະເຈົ້າໄດ້ນຳເອົາຈຸດເດັ່ນຂອງຈີນ ແລະ ປະຊາຄົມອາຊຽນມານຳສະເໝີເຊິ່ງປື້ມນີ້ ປະກອບມີ 8 ພາກຄື:
1. ຄວາມເປັນມາ ແລະ ວິວັດທະນາການຂອງທິດສະດີປະຊົມຄົມ
2. ອາຊຽນແລະປະຊາຄົມອາຊຽນ
3. ຈຸດສຳຄັນການຮ່ວມມືຄວາມໝັ້ນຄົງຂອງປະຊາຄົມອາຊຽນ
4. .ການກໍ່ສ້າງປະຊາຄົມອາຊຽນ
5. ປັດໄຈຈຳກັດ ແລະ ອະນາຄົດການພັດທະນາຂອງການກໍ່ສ້າງປະຊາຄົມ
6. ອາຊຽນ ແລະ ປະຊາຄົມຮ່ວມຊາຕາກຳ
7. ຜົນສະທ້ອນຂອງປະຊາຄົມອາຊຽນຕໍ່ຈີນ
8. .ໜຶ່ງແລວໜຶ່ງເສັ້ນທາງ ກັບປະຊາຄົມອາຊຽນຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ
ສຳລັບຈຸດປະສົງສ້າງປຶ້ມດັ່ງກ່າວຂຶ້ນມາ ກໍເພື່ອໃຫ້ຜູ້ທີ່ສົນໃຈໄດ້ຮຽນຮູ້ກ່ຽວກັບຈີນ ແລະປະຊາຄົມອາຊຽນຫຼາຍຂຶ້ນໃນເບື້ອງຕົ້ນແມ່ນໄດ້ພິມ ຈຳນວນ 1.000 ເຫຼັ້ມແຈກຢາຍໂດຍບໍ່ໄດ້ເສຍຄ່າໃຫ້ກັບຜູ້ທີ່ສົນໃຈພ້ອມນັ້ນກໍຈະນຳໄປມອບໃຫ້ຫ້ອງສະໝຸດພາຍໃນໂຮງຮຽນ ແລະມະຫາວິທະຍາໄລຈຳນວນໜຶ່ງ.
ຂ່າວ: ເພັດສະໝອນ