ຈັດງານພົບປະອະດີດນາຍທະຫານກອງທັບ ປະຊາຊົນລາວ ທີ່ຮຽນຢູ່ໂຮງຮຽນກອງທັບປະຊາຊົນຫວຽດນາມ

ວັນທີ 22 ທັນວາ 2022 ກະຊວງປ້ອງກັນປະເທດໄດ້ ຈັດງານພົບປະອະດີດນາຍທະຫານກອງທັບປະຊາຊົນລາວທີ່ຮຽນຢູ່ໂຮງຮຽນກອງທັບປະຊາຊົນຫວຽດນາມ ໃນໂອກາດ ສະເຫຼີມສະຫຼອງປີສາມັກຄີມິດຕະພາບລະຫວ່າງ ຫວຽດນາມ-ລາວ, ລາວ-ຫວຽດນາມ ແລະວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 78 ປີ ໃນປີ 2022 ໂດຍການເຂົ້າຮ່ວມຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ສະຫາຍ ພົນໂທ ເລືອງ ດິງ ຮົ້ງ ເລຂາຄະນະພັກຫົວໜ້າການເມືອງ ວິທະ ຍາຄານ ປ້ອງກັນຊາດ ສສ ຫວຽດນາມ, ສະຫາຍ ຟາມ ມິງ ຈ້ຽນ ຕາງໜ້າສະຖານເອກ ອັກທຄະລັດຖະທູດ ສສ ຫວຽດ ນາມ ປະຈຳ ສປປ ລາວ, ມີບັນດາສະຫາຍກຳມະການສູນກາງພັກ, ຄະນະປະຈຳສະພາແຫ່ງ ຊາດ, ຄະນະນຳກະຊວງປ້ອງກັນປະເທດ, ຄະນຳບັນດາກົມໃຫຍ່, ບັນດາອະດີດການນຳກະຊວງປ້ອງກັນປະເທດ, ຮອງລັດຖະ ມົນຕີ, ບັນດາພະນັກງານຫຼັກແຫ່ງກະຊວງປ້ອງກັນປະເທດ, ຄູ-ອາ ຈານ, ອະດີດນັກສືກສາ ນາຍທະຫານກອງທັບປະຊາ ຊົນລາວ ທີ່ຮຽນຈົບຈາກໂຮງຮຽນ, ວິທະຍາຄານກອງທັບປະຊາຊົນຫວຽດນາມ, ນັກທຸລະກິດ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ. ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວວ່າ: ການຈັດງານພົບປະອະດີດນັກສຶກສາທະຫານກອງທັບປະຊາຊົນລາວທີ່ຮຽນ ຈົບຈາກ ສສ ຫວຽດນາມ, ແມ່ນກິດຈະກໍາໜຶ່ງທີ່ສໍາຄັນ, ເປັນການປະກອບສ່ວນໃນການ ສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ແລະກໍ່ແມ່ນກົງກັບວັນສ້າງຕັ້ງກອງທັບປະ ຊາຊົນຫວຽດນາມ ຄົບຮອບ 78 ປີ, ເຊິ່ງພັກ-ລັດຖະ ບານຫວຽດນາມໄດ້ຈັດຕັ້ງສະເຫຼີມສະຫຼອງ ວັນບຸນທີ່ສໍາຄັນຂອງຊາດ, ວັນ ບຸນທີ່ມີມູນເຊື້ອອົງອາດກ້າຫານ ເຊິ່ງໄດ້ເຕີບໃຫຍ່ຂະຫຍາຍຕົວ ພາຍໃຕ້ຄັນທຸງຂອງພັກກອມມູ ນິດຫວຽດນາມ ແລະ ມີຜົນສຳ ເລັດອັນ ຍິ່ງໃຫຍ່ຕະຫຼອດມາ ພັກ, ລັດ, ກອງທັບ ແລະ ປະຊາຊົນ ລາວຈົດຈຳລ້ຳລຶກຢູ່ສະເໝີ ແລະ ຢ່າງເລິກເຊິ່ງວ່າ ທຸກໄຊຊະນະ ໃນພາລະກິດປະຕິວັດເພື່ອປົດ ປ່ອຍຊາດ, ພາລະກິດປົກປັກຮັກ ສາ ແລະ ສ້າງສາປະເທດຊາດ ລ້ວນແຕ່ຕິດພັນກັບຄວາມສາ ມັກຄີ ແລະ ການຊ່ວຍເຫຼືອລໍ້າ ຄ່າ, ຂອງກອງທັບ ແລະ ປະຊາ ຊົນຫວຽດນາມອ້າຍນ້ອງ. ໃນພິທີທີ່ມີຄວາມໝາຍສໍາຄັນ ນີ້, ພວກເຮົາຍິ່ງຈົດຈໍາລໍ້າລຶກ, ຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຈາລຶກບັນດາຄຳສັ່ງສອນຂອງປະທານ ໂຮ່ຈິມິນຜູ້ຍິ່ງໃຫຍ່, ປະທານ ໄກສອນພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ, ຜູ້ທີ່ໄດ້ກໍ່ສ້າງຮາກຖານ ແລະ ເປັນແວ່ນແຍງໃສແຈ້ງເຊິ່ງໄດ້ຮັບການເພີ່ມພູນຄູນສ້າງຈາກ ຮຸ່ນການນຳປະຕິວັດຂອງສອງພັກ, ສອງລັດ, ສອງກອງທັບ ແລະປະຊາຊົນສອງຊາດ ໄດ້ກາຍເປັນມໍລະດົກອັນລໍ້າຄ່າໃຫ້ແກ່ສອງຊາດ ແລະສອງກອງທັບລາວ-ຫວຽດນາມ, ຫວຽດນາມ-ລາວຕະຫຼອດມາ, ສາຍພົວພັນ ແລະ ການຮ່ວມມືລະຫວ່າງ ຫວຽດນາມ-ລາວ ຢູ່ໃນຖ່ວງທ່າ ພັດທະນາອັນຈົບງາມ, ນັບມື້ນັບເລິກເຊິ່ງ ແລະກວ້າງຂວາງ, ມີປະສິດທິຜົນໃນທຸກຂົງເຂດພິເສດແມ່ນໃນຂົງເຂດດ້ານການເມືອງ, ປ້ອງກັນຊາດ, ປ້ອງກັນຄວາມສະ ຫງົບ, ການສຶກສາ, ການກໍ່ສ້າງຊັບພະຍາກອນມະນຸດ, ການຮ່ວມມືດ້ານເສດຖະກິດ ໄດ້ເພີ່ມທະວີດ້ານຄຸນນະພາບ. ພັກ, ລັດ, ກອງທັບ ແລະ ປະຊາຊົນລາວຍາມໃດກໍຖືສຳຄັນ, ໃຫ້ບູລິມະສິດສູງສຸດ ແລະ ຈະເຮັດ ສຸດຄວາມສາມາດພ້ອມກັບພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດນັບມື້ນັບເກີດດອກອອກຜົນຢ່າງບໍ່ຢຸດຢັ້ງ. ສະຫາຍ ພົນໂທ ເລືອງ ດິງ ຮົ້ງ ໄດ້ຂຶ້ນກ່າວຄຳປາໄສວ່າຄະນະພະນັກງານກອງທັບປະຊາຊົນ ຫວຽດນາມ ສຸດທີ່ມີຄວາມເບີກບານມ່ວນຊື່ນທີ່ໄດ້ເຂົ້າຮ່ວມງານພົບປະອາດິດນັກສຶກສາການທະຫານລາວທີ່ໄດ້ສຶກສາຮໍ່າຮຽນຢູ່ສສ ຫວຽດນາມ. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍແທດເໝາະກັບຕົວຈິງເພື່ອແນໃສ່ລະນືກເຖິງຄວາມຮູ້ບຸນຄຸນສະແດງເຖິງນໍ້າໃຈອັນປະເສີດຄວາມເຫັນອົກເຫັນໃຈລະ ຫວ່າງອາຈານ ແລະ ນັກສຶກສາ, ຫວຽດນາມ ແລະລາວແມ່ນສອງປະເທດບ້ານໃກ້ເຮືອນຄຽງ, ຕິດພັນຢ່າງສະໜິດສະໜົມເຊິ່ງກັນ ແລະກັນໃນຕະຫຼອດໄລຍະປະຫວັດສາດອັນຍາວນານໃນການສ້າງສາ ແລະພັດທະນາປະເທດຊາດ.

ຜ່ານຜ່າສິ່ງທ້າທາຍທີ່ດຸເດືອດຂອງສົງຄາມ ແຕ່ນໍ້າໃຈມິດຕະພາບອັນສົດໃສເປັນຄູ່ຮ່ວມສູ້ຮົບ, ສາຍພົວພັນມິດຕະພາບ ຫວຽດນາມ-ລາວຍັງສະເໝີຕົ້ນສະເໝີປາຍ, ບໍລິສຸດຜຸດ ຜ່ອງແບບທໍາມະຊາດ, ເປັນກົດເກນຄົງຕົວ ແລະ ຫຍາຍຕົວ ຂອງສອງຊາດ, ສາຍພົວພັນນັ້ນ ໄດ້ກາຍເປັນເອກະລັກທີ່ສວຍ ງາມຢ່າງສະເໝີຕົ້ນສະເໝີປາຍ, ປອດໃສ “ມີໜື່ງບໍ່ມີສອງ” ໃນປະຫວັດສາດໂລກ ແລະແມ່ນຊັບສົມບັດອັນລໍ້າຄ່າຂອງສອງພັກ,ສອງຊາດ,ແມ່ນປັດໄຈຮັບປະກັນການຄົງຕົວ ແລະການຂະຫຍາຍຕົວຂອງສອງຊາດ. ພຶດຕິກໍາໄດ້ສະແດງໃຫ້ເຫັນວ່າ: ແຕ່ລະບັ້ນໄຊຊະນະໃນພາລະ ກິດຕໍ່ສູ້ປົດປ່ອຍຊາດ, ເອກະພາບປະເທດຊາດໃນສະໄໝກ່ອນກໍ່ຄືແຕ່ລະຜົນງານໃນການປ່ຽນແປງໃໝ່, ກໍ່ສ້າງ ແລະປົກປັກ ຮັກສາປະເທດຊາດໃນປັດຈຸບັນ ນີ້ຂອງສອງປະເທດລ້ວນແຕ່ມີການຕິດພັນກັບການພັດທະນາຢ່າງດີງາມຂອງສາຍພົວ ພັນ ສາມັກຄີພິເສດ ຫວຽດນາມ-ລາວ.

ບັນດາສະຫາຍນັກສຶກສາລາວທີ່ໄດ້ຮໍ່າຮຽນຢູ່ຫວຽດນາມ ໄດ້ ແລະກໍາລັງຮັບຜິດຊອບບັນດາໜ້າທີ່ສໍາຄັນໃນບັນດາອົງການນໍາພາຂອງພັກ, ລັດ, ກອງທັບປະຊາຊົນລາວ; ຫຼາຍ ສະຫາຍໄດ້ກາຍ ເປັນການນໍາ ຂັ້ນສູງ, ບັນດານາຍພົນ, ບັນດາ ຜູ້ບັນຊາດີເດັ່ນຂອງກອງທັບປະຊາຊົນປະຕິວັດລາວ, ບັນດາອະດິດນັກສຶກສາລາວໄດ້ສຶກສາຢູ່ ບັນດາວິ ທະຍາຄານ, ໂຮງຮຽນ ຂອງກອງທັບປະຊາ ຊົນຫວຽດນາມໄດ້ ແລະ ກໍາລັງແມ່ນປັດໃຈສໍາຄັນປະກອບສ່ວນໃນການກໍ່ສ້າງກອງທັບປະຊາຊົນລາວ ນັບມື້ເຂັ້ມແຂງ; ພ້ອມກັນນັ້ນ ເປັນຂົວຕໍ່ກັບກອງທັບລະ ຫວ່າງ ສອງປະເທດ, ບໍ່ຢຸດຢັ້ງໃນການ ເພີ່ມທະວີ, ເພີ່ມພູນຄູນສ້າງໃຫ້ສາຍພົວພັນສາມັກຄີພິເສດສະເໝີຕົ້ນ, ສະເໝີປາຍ ແລະ ສາຍ ພົວພັນຮ່ວມສໍາພັນສູ້ຮົບຫວຽດນາມ-ລາວ, ລາວ-ຫວຽດນາມ ນັບມື້ນັບໝັ້ນຄົງທະນົງແກ່ນ. ພ້ອມດຽວກັນນີ້ອະດີດນາຍທະ ຫານກອງທັບປະຊາຊົນລາວທີ່ຮຽນຢູ່ໂຮງຮຽນກອງທັບປະຊາຊົນຫວຽດນາມກໍ່ຍັງໄດ້ຂື້ນກ່າວແດງຄວາມຮູ້ສຶກຕໍ່ ສະຖາບັນການສຶກສາ ແລະຄູ-ອາຈານທີ່ໄດ້ໃຫ້ການສິດສອນສົ່ງຄວາມຮູ້, ໃນນີ້ມີ ສະຫາຍ ພົນໂທ ແສງນວນ ໄຊຍະລາດ, ພົນຕີ ວົງສັກ ພັນທະວົງ, ພົນຈັດຕະວາ ສົງກາ ບຸນຄຸນ, ພົນຈັດຕະວາ ບົວສິງ ອິນທະວົງ, ພົນຈັດ ຕະວາ ສຸລິນພອນ ຄຳພະຈັນ ແລະຕາງໜ້ານັກສຶກສາ ສສ ຫວຽດນາມ ທີ່ມາສຶກສາຢູ່ມະຫາວິທະຍາໄລແຫ່ງຊາດລາວ.
ໂດຍ: ອາຫວຸ້ນ