ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ອັດລົງດ້ວຍຜົນສໍາເລັດ ເຈົ້າພາບເປັນເຈົ້າຫຼຽນຄໍາ

ງານມະຫະກຳກິລາ ແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ຫຼື ຊຽງຂວາງເກມ 2022 ໄດ້ມີພິທີປິດຢ່າງຍິ່ງໃຫຍ່ ແລະ ຈົບລົງດ້ວຍຜົນສໍາເລັດອັນຈົບງາມ ໃນຕອນແລງວັນທີ 22 ທັນວາ ນີ້ ທີ່ສະໜາມກິລາໄຫຫີນ ຢູ່ບ້ານຄັງໜອງຫຼວງ ເມືອງແປກ ແຂວງຊຽງຂວາງ ໂດຍການກ່າວປິດງານດັ່ງກ່າວຢ່າງເປັນທາງການຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ມີທ່ານ ບຸຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ປະທານຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງເກມ, ມີບັນດາທ່ານການນໍາຈາກສູນກາງ ແລະ ທ້ອງຖິ່ນ ພ້ອມດ້ວຍຄະນະນັກກິລາ, ລວມເຖິງມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.

ກ່ອນພິທີທາງການເລີ່ມຂຶ້ນ ມວນຊົນທີ່ມາຮ່ວມງານ ໄດ້ຮັບຊົມການສະແດງຄອນເສີດ ແລະ ເມື່ອກ້າວສູ່ພິທີປິດຢ່າງເປັນທາງການ ກໍໄດ້ເລີ່ມຕົ້ນຂຶ້ນໂດຍມີຂະບວນສວນສະໜາມຂອງ 31 ກ້ອນກຳລັງ ເດີນເຂົ້າສູ່ສະໜາມ ຊຶ່ງປະກອບມີ ກອງດຸລິຍາງ; ປ້າຍຄໍາຂວັນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງເກມ; ໂລໂກ້ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI; ກ້ອນກໍາລັງທຸງຊາດ, ທຸງກິລາ, ທຸງງານ; ກໍາມະການຕັດສິນ; ຕາມມາດ້ວຍກ້ອນກຳລັງແຕ່ລະປະເພດກິລາ ມີ 25 ກ້ອນກຳລັງ ແລະ ຕາມມາດ້ວຍກ້ອນກຳລັງປອດຄວັນຢາສູບ.

ທ່ານ ບຸນຈັນ ສີວົງພັນ ໄດ້ກ່າວສະຫຼຸບລາຍງານຜົນສໍາເລັດຂອງການແຂ່ງຂັນ ໃຫ້ຮູ້ວ່າ: ຊຽງຂວາງເກມ ໄດ້ເລີ່ມແຂ່ງຂັນມາແຕ່ວັນທີ 14/11/2022; ມີ 22 ພາກສ່ວນເຂົ້າຮ່ວມ ຄືທີມນັກກິລາຈາກ 17 ແຂວງ, 1 ນະຄອນຫຼວງວຽງຈັນ ແລະ 4 ກະຊວງ, ມີນັກກິລາເຂົ້າຮ່ວມທັງໝົດ 3.093 ຄົນ ເພື່ອຊີງໄຊໃນ 25 ປະເພດກິລາ ລວມຫຼຽນຄໍາ 363 ຫຼຽນ, ຫຼຽນເງິນ 363 ຫຼຽນ ແລະ ຫຼຽນທອງ 532 ຫຼຽນ. ໃນນີ້, ໄດ້ຈັດການແຂ່ງຂັນຢູ່ນະຄອນຫຼວງວຽງຈັນ 2 ປະເພດກິລາຄື: ກິລາລອຍນ້ຳ ແລະ ກິລາຍິງປືນ. ສ່ວນຈັດການແຂ່ງຂັນຢູ່ແຂວງຊຽງຂວາງແມ່ນໄດ້ເລີ່ມມາແຕ່ວັນທີ 1/12/2022 ແລະ ຈັດພິທີເປີດງານຢ່າງເປັນທາງການ ໃນວັນທີ 13/12/2022; ມາຮອດນີ້ ກໍໄດ້ມີພິທີປິດລົງຢ່າງເປັນທາງການ ຊຶ່ງຕະຫຼອດໄລຍະການຈັດງານຄັ້ງນີ້ ຄະນະກໍາມະການຈັດການແຂ່ງຂັນທຸກປະເພດກິລາ ໄດ້ປະຕິບັດຕາມກົດລະບຽບ, ກະຕິກາຂອງການແຂ່ງຂັນ ໂດຍມີຄວາມຊື່ສັດ ແລະ ເປັນທໍາທຸກປະການ; ນັກກິລາທຸກຄົນ ໄດ້ປະຕິບັດຕາມຕາຕະລາງຂອງການແຂ່ງຂັນ, ເຄົາລົບກົດລະບຽບ, ກົດກະຕິກາ, ມີໄມຕີຈິດມິດຕະພາບ, ຮູ້ເສຍ, ຮູ້ຊະນະ, ຮູ້ອະໄພຊຶ່ງກັນ ແລະ ກັນ (ດ້ວຍນໍ້າໃຈນັກກິລາ). ການແຂ່ງຂັນໄດ້ສ້າງຄວາມສາມັກຄີອັນດີງາມ, ຄວາມເຂົ້າອົກເຂົ້າໃຈຊຶ່ງກັນ ແລະ ກັນ ລະຫວ່າງກະຊວງ-ອົງການ ກັບແຂວງຕ່າງໆ ດ້ວຍຄວາມເບີກບານມ່ວນຊື່ນ. ນອກນັ້ນ, ຍັງໄດ້ແລກປ່ຽນປະສົບການທາງດ້ານວັດທະນະທຳ, ຮີດຄອງປະເພນີ ແລະ ດ້ານອື່ນໆ ຢ່າງຫຼວງຫຼາຍ. ຜ່ານການແຂ່ງຂັນຜົນປະກົດວ່າ ທີມນັກກິລາແຂວງຊຽງຂວາງ ເຈົ້າພາບ ສ້າງຜົນງານໄດ້ຢ່າງໂດດເດັ່ນ ໄດ້ເປັນເຈົ້າຫຼຽນຄໍາ ໂດຍຍາດມາໄດ້ເຖິງ 62 ຫຼຽນຄຳ, 60 ຫຼຽນເງິນ ແລະ 95 ຫຼຽນທອງ ລວມ 217 ຫຼຽນ ເປັນອັນດັບທີ 1. ສ່ວນອັນດັບທີ 2 ນະຄອນຫຼວງວຽງຈັນ ໂດຍຍາດໄດ້ 58 ຫຼຽນຄຳ, 51 ຫຼຽນເງິນ ແລະ 97 ຫຼຽນທອງ ລວມ 206 ຫຼຽນ; ອັນດັບທີ 3 ກະຊວງປ້ອງກັນປະເທດ ແຊັມເກົ່າ (ເຈົ້າຫຼຽນຄໍາ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ X ທີ່ແຂວງອຸດົມໄຊ) ຊຶ່ງໃນຊຽງຂວາງເກມ ຍາດໄດ້ 51 ຫຼຽນຄໍາ, 49 ຫຼຽນເງິນ 36 ຫຼຽນທອງ ລວມ 136 ຫຼຽນ.

ທ່ານ ພັນຄໍາ ວິພາວັນ ກໍໄດ້ກ່າວປິດງານຢ່າງເປັນທາງການ ໂດຍກ່ອນອື່ນທ່ານໄດ້ກ່າວຍ້ອງຍໍຊົມເຊີຍ ຕໍ່ຄະນະຮັບຜິດຊອບຈັດງານ, ຄະນະພັກ-ອົງການປົກຄອງແຂວງຊຽງຂວາງ, ກະຊວງສຶກສາທິການ ແລະ ກິລາ, ທຸກຂະແໜງການທີ່ກ່ຽວຂ້ອງ, ບັນດາຄະນະນັກກິລາ, ຄູຝຶກ, ກໍາມະການຕັດສິນ, ຜູ້ປະກອບການ ແລະ ພີ່ນ້ອງຮ່ວມຊາດທຸກທົ່ວໜ້າ ຕະຫຼອດຮອດເພື່ອນມິດຕ່າງປະເທດ ທີ່ໄດ້ໃຫ້ການປະກອບສ່ວນ ທາງດ້ານເຫື່ອແຮງ, ສະຕິປັນຍາ, ວັດຖຸຢ່າງຫຼວງຫຼາຍ ເຮັດໃຫ້ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ສໍາເລັດລົງຢ່າງຈົບງາມ ຕາມຈຸດປະສົງຄາດໝາຍທຸກປະການ. ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງບັນດາຜູ້ເຂົ້າຮ່ວມພິທີ ພ້ອມກັນຊົມເຊີຍ ຜົນສໍາເລັດຂອງງານກິລາຄັ້ງນີ້ ຊຶ່ງເປັນການ ຢືນຢັນອີກເທື່ອໜຶ່ງຂອງການນໍາພາອັນຖືກຕ້ອງຂອງພັກ-ລັດ, ຄວາມເປັນປຶກແຜ່ນ, ຄວາມຕັດສິນໃຈສູງ, ຄວາມເສຍສະຫຼະຂອງການຈັດຕັ້ງພັກ-ລັດ, ເອກະຊົນ, ຂອງປະຊາຊົນບັນດາເຜົ່າ ໃນການຈັດງານມະຫະກຳກິລາແຫ່ງຊາດ. ຂໍໃຫ້ພວກເຮົາທັງໝົດຈົ່ງໄດ້ສືບຕໍ່ເສີມຂະຫຍາຍມູນເຊື້ອ ທີ່ດີງາມນີ້ໄວ້ ໃຫ້ຍືນຍົງຕະຫຼອດໄປ ແລະ ທ່ານ ນາຍົກລັດຖະມົນຕີ ກໍໄດ້ປະກາດປິດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຢ່າງເປັນທາງການ

ພາຍຫຼັງການກ່າວປິດງານ, ກໍໄດ້ມີພິທີເຊີນທຸງຊາດ ແລະ ທຸງກິລາ ລົງຈາກຍອດເສົາ ພ້ອມດຽວກັນກັບໄຟອ່າງທວນໄຟຄ່ອຍໆມອດລົງ ແລະ ໄດ້ມີການມອບ-ຮັບທຸງກິລາແຫ່ງຊາດ ໃຫ້ນະຄອນ ຫຼວງວຽງຈັນ ເຈົ້າພາບງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ໂດຍທ່ານ ບຸນຈັນ ສີວົງພັນ ມອບໃຫ້ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາ ແລະ ກິລາ ກໍໄດ້ມອບຕໍ່ໃຫ້ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຊຶ່ງໂອກາດນີ້ ທ່ານເຈົ້າຄອງນະຄອນຫຼວງວຽງຈັນໄດ້ກ່າວບາງເນື້ອໃນສຳຄັນວ່າ: ໃນອີກ 3 ປີຂ້າງໜ້າ, ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ກໍຖືຮອບວຽນທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ຊຶ່ງຖືວ່າເປັນຄັ້ງທີ 3 ສຳລັບນະຄອນຫຼວງວຽງຈັນ ຊຶ່ງຄັ້ງທີ 1 ປີ 1985, ຄັ້ງທີ 2 ປີ 2000. ແຕ່ເຖິງຢ່າງໃດກໍຕາມ, ທີ່ມີຫຼາຍກິດຈະກໍາທີ່ສໍາຄັນຂອງພັກ, ຂອງຊາດ ທີ່ນະຄອນຫຼວງວຽງຈັນ ຈະຕ້ອງໄດ້ກະກຽມ ຈຶ່ງສະເໜີຂໍຈັດໃນປີ 2025. ໂອກາດນີ້, ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ກໍໄດ້ຕາງໜ້າຄະນະພັກ-ອົງການປົກຄອງນະຄອນຫຼວງວຽງຈັນ ແລະ ຊາວນະຄອນຫຼວງວຽງຈັນ ເຊີນຊວນບັນດາທ່ານການນໍາພັກ-ລັດ, ຄະນະນໍາ, ຄູຝຶກ ແລະ ກ້ອນກໍາລັງນັກກິລາຈາກບັນດາແຂວງ, ຊາວລາວທຸກທົ່ວໜ້າ, ແຂກພາຍໃນ ແລະ ຕ່າງປະເທດ ເພື່ອກະກຽມ ແລະ ເຂົ້າຮ່ວມ “ນະຄອນຫຼວງວຽງຈັນເກມ”.

ຈາກນັ້ນ, ຂະບວນສວນສະໜາມ ກໍເດີນອອກສະໜາມ ແລະ ພິທີກໍໄດ້ເລີ່ມການສະແດງຂອງເຈົ້າພາບງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ກໍຄື ນະຄອນຫຼວງວຽງຈັນ ທີ່ມີຊື່ວ່າ: “ຊາວນະຄອນຫຼວງຍິນດີຕ້ອນຮັບ” ດ້ວຍບົດຟ້ອນ: “ຍິນດີຕ້ອນຮັບສູ່ນະຄອນຫຼວງເກມ”, ການສະແດງບົດຟ້ອນບັ້ງໄຟກ່ານເມືອງພວນ ແລະ ບົດຟ້ອນນັດພົບກັນໃໝ່; ຕາມດ້ວຍການຈູດບັ້ງໄຟດອກ, ເລີ່ມການສະແດງພິທີປິດ ແລະ ຈົບພິທີຢ່າງເປັນທາງການ.