ນາຍົກລັດຖະມົນຕີ ເນັ້ນໃຫ້ຂະແໜງການເງິນເອົາໃຈໃສ່ຫຼາຍບັນຫາ

ກອງປະຊຸມສະຫຼຸບວຽກງານການເງິນປະຈໍາປີ 2022 ແລະ ທິດທາງ ປີ 2023 ໄດ້ປິດລົງໃນວັນທີ 22 ທັນວາ ນີ້ ທີ່ສູນຝຶກອົບຮົມ ແລະ ການຮ່ວມມືສາກົນ (ICTC), ເປັນກຽດເຂົ້າຮ່ວມຂອງ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີ ກະຊວງການເງິນ, ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ, ພະນັກງານນໍາພາຫຼັກແຫຼ່ງຂອງກະຊວງການເງິນເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ພັນຄໍາ ວິພາວັນ ໄດ້ໂອ້ລົມຕໍ່ກອງປະຊຸມຄັ້ງນີ້ວ່າ: ປີ 2023 ເປັນປີທີ 3 ຊຶ່ງເປັນໄລຍະກາງສະໄໝໃນການຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX, ພ້ອມທັງເປັນປີສຸດທ້າຍຂອງການຜັນຂະຫຍາຍປະຕິບັດວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເຂົ້າສູ່ວຽກງານຕົວຈິງ ພາຍຫຼັງທີ່ໄດ້ກະກຽມຄວາມພ້ອມ ແລະ ເລີ່ມປະຕິບັດແຕ່ປີ 2021 ເປັນຕົ້ນມາ. ໃນປີ 2023 ນີ້, ປະເທດພວກເຮົາຍັງຈະສືບຕໍ່ປະເຊີນກັບສິ່ງທ້າທາຍຫຼາຍຢ່າງ ເປັນຕົ້ນໄພເງິນເຟີ້, ນໍ້າມັນເຊື້ອໄຟ ແລະ ລາຄາສິນຄ້າ-ສະບຽງອາຫານຍັງສືບຕໍ່ສູງຂຶ້ນ. ສະນັ້ນ, ພວກເຮົາຈະຕ້ອງໄດ້ພ້ອມກັນສຶກສາຄົ້ນຄວ້າ, ຮູ້ຄາດຄະເນ-ວິເຄາະວິໄຈຕໍ່ຜົນກະທົບ, ໂອກາດ ແລະສິ່ງທ້າທາຍຈາກສະພາບການປ່ຽນແປງຂອງພາກພື້ນ ແລະ ສາກົນເພື່ອວາງນະໂຍບາຍ ແລະ ມາດຕະການປ້ອງກັນ ແລະຮັບມືຢ່າງເໝາະສົມ ແລະທັນການເພື່ອບໍ່ໃຫ້ປະເທດເຮົາຕົກຢູ່ໃນທ່າຮັບເກີນໄປ.

ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ຂະແໜງການເງິນສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານຢູ່ໃນຂົງເຂດການເງິນ ໃຫ້ມີຄວາມຈົງຮັກພັກດີ, ມີຈັນຍາບັນ, ຮັກວິຊາຊີບ, ມີຄວາມອົດທົນເສຍສະຫຼະ ແລະປະຕິບັດວິໄນແຜນການ-ການເງິນຢ່າງເຄັ່ງຄັດ,ຍົກສູງສະຕິຄວາມຮັບຜິດຊອບໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ແລະ ຖືເອົາຜົນປະໂຫຍດຂອງປະເທດຊາດເປັນກົກ, ເປັນເຈົ້າການປະສານສົມທົບໃນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບ ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໃຫ້ເປັນຮູບປະທຳ, ນໍາໃຊ້ທຸກນະໂຍບາຍ ແລະ ມາດຕະການແກ້ໄຂ, ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບໂດຍພື້ນຖານ, ແກ້ໄຂຄວາມກົດດັນດ້ານການເງິນ ໃຫ້ຜ່ອນເບົາລົງເທື່ອລະ, ສືບຕໍ່ສຸມໃສ່ຢ່າງເລັ່ງດ່ວນໃນການຈັດຕັ້ງປະຕິບັດບັນດານະໂຍບາຍ ແລະ ມາດຕະການໃນການຄຸ້ມຄອງເສດຖະກິດມະຫາພາກທາງດ້ານການເງິນ, ເງິນຕາ ເພື່ອສ້າງຄວາມໝັ້ນທ່ຽງໃຫ້ເສດຖະກິດ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນ, ຜູ້ປະກອບການຕໍ່ກັບສະພາບເສດຖະກິດຂອງປະເທດເຮົາ. ສິ່ງສໍາຄັນສະເພາະໜ້າຕ້ອງຮັກສາສະຖຽນລະພາບອັດຕາເງິນເຟີ້, ເຮັດໃຫ້ສ່ວນຕ່າງອັດຕາແລກປ່ຽນຂອງທະນາຄານ ແລະ ຕະຫຼາດໃຫ້ຍັບໃກ້ເຂົ້າກັນ, ສ້າງກົນໄກໃນການຄຸ້ມຄອງເງິນຕາຕ່າງປະເທດ ເພື່ອເພີ່ມຄັງສໍາຮອງເງິນຕາຕ່າງປະເທດ; ຊຸກຍູ້, ສົ່ງເສີມ ທຸລະກິດ-ວິສາຫະກິດພາຍໃນ ແລະ ຕ່າງປະເທດຢ່າງແຂງແຮງ. ເປັນເຈົ້າການບຸກທະລຸແກ້ໄຂຂອດຂັ້ນການບໍລິການປະຕູດຽວໃຫ້ໄດ້ໄວ. ເພີ່ມທະວີຄວາມເປັນເຈົ້າການປະຕິບັດຄໍາສັ່ງ ສະບັບເລກທີ 02/ນຍ ແລະ 03/ນຍ ຢ່າງເຂັ້ມງວດ, ຮັບປະກັນຄຸນນະພາບ, ຮັບປະກັນຄວາມຖືກຕ້ອງ, ໂປ່ງໃສ, ໜ້າເຊື່ອຖື ຕາມຈິດໃຈຮັບໃຊ້ປະຊາຊົນຢ່າງບໍ່ມີເງື່ອນໄຂ ແນໃສ່ດຶງດູດການລົງທຶນຕ່າງປະເທດຢ່າງມີຈຸດສຸມ; ເລັ່ງວຽກງານການເງິນຢ່າງຮອບດ້ານ ແລະ ແຂງແຮງ ຕາມຍຸດທະສາດທີ່ລັດຖະບານ ໄດ້ຮັບຮອງໃຫ້ມີຄວາມຄືບໜ້າໄວ ແລະ ຮັບປະກັນການເກັບລາຍຮັບໃຫ້ໄດ້ຕາມແຜນ ແລະ ລື່ນແຜນ. ສູ້ຊົນຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2023 ໃຫ້ບັນລຸໄດ້ຕາມລະດັບຄາດໝາຍ; ພ້ອມກັນນັ້ນ, ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ອົງການປົກຄອງທ້ອງຖິ່ນທຸກຂັ້ນເພີ່ມທະວີຄວາມຮັບຜິດຊອບຕາມໜ້າທີ່, ຂອບເຂດສິດຂອງຕົນໃນການຈັດຕັ້ງປະຕິບັດ ບັນດາກົດໝາຍ, ນິຕິກຳໃຕ້ກົດໝາຍ ທີ່ໄດ້ກຳນົດອອກ ໃນວຽກງານຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼລາຍຮັບງົບປະມານແຫ່ງລັດຢ່າງເຂັ້ມງວດ; ເລັ່ງດ່ວນປະຕິຮູບການບໍລິຫານ ລັດວິສາຫະກິດໃຫ້ສໍາເລັດໂດຍໄວ ແລະ ເປັນຮູບປະທໍາ, ໂດຍການຄົ້ນຄວ້າຫັນກົນໄກປະຕິຮູບ, ຫຼັກການ, ວິທີການ ແລະ ມາດຕະການໄລຍະກາງ ແລະ ຍາວໃນການປັບປຸງລັດວິສາຫະກິດໃຫ້ມີຄວາມເຂັ້ມແຂງ ໄປຄຽງຄູ່ກັບການປະຕິຮູບລັດວິສາຫະກິດຍຸດທະສາດຈໍານວນໜຶ່ງທີ່ຂາດທຶນ ແລະ ດຳເນີນທຸລະກິດບໍ່ມີປະສິດທິຜົນດ້ວຍຫຼາຍຮູບແບບເປັນຕົ້ນການຊອກຄູ່ຮ່ວມທຸລະກິດຍຸດທະສາດເຂົ້າມາດຳເນີນທຸລະກິດ ແລະປັບປຸງຮູບແບບການບໍລິຫານໃຫ້ໄດ້ມາດຕະຖານສາກົນ; ຄົ້ນຄວ້າ, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວຽກງານຕາມທິດສາມສ້າງຂອງຂະແໜງການເງິນ ລະຫວ່າງກະຊວງ ແລະທ້ອງຖິ່ນ, ໃນການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານເພື່ອໃຫ້ມີຄວາມເປັນເອກະພາບ ແລະ ຈັດຕັ້ງປະຕິບັດໄດ້ຢ່າງເປັນຮູບປະທໍາ ດ້ວຍຄວາມເຈົ້າເປັນການສູງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຕາມພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຕົນ; ການສ້າງແຜນງົບປະມານແຫ່ງລັດ ໃນໄລຍະໃໝ່ ເລີ່ມປີ 2023 ແລະ ປີຕໍ່ໆໄປ. ພ້ອມທັງ ແກ້ໄຂບັນດາຈຸດອ່ອນ ແລະ ຂໍ້ຄົງຄ້າງທີ່ຜ່ານມາ ແລະເສີມຂະຫຍາຍຈຸດດີໃຫ້ມີປະສິດທິຜົນສູງຂຶ້ນໄປເລື້ອຍໆ. ສືບຕໍ່ການຫັນເປັນທັນສະໄໝເຂົ້າໃນການຄຸ້ມຄອງເກັບລາຍຮັບ-ລາຍຈ່າຍຂະ ແໜງການເງິນ ໃຫ້ສໍາເລັດໂດຍໄວ ເພື່ອສ້າງຄວາມສະດວກໃຫ້ແກ່ຜູ້ປະກອບການສາມາດຂະຫຍາຍທຸລະກິດ, ປະຕິບັດພັນທະໃຫ້ລັດ ຢ່າງຄົບຖ້ວນຕາມກົດໝາຍຢ່າງເຂັ້ມງວດ. ຄົ້ນຄວ້າເພີ່ມແຫຼ່ງລາຍຮັບງົບປະມານທີ່ເປັນທ່າແຮງ ໂດຍສະເພາະຈາກຂະແໜງການທ່ອງທ່ຽວ ໃນໂອກາດທີ່ລາວເຮົາຕິດອັນດັບ 25 ປະເທດທີ່ໜ້າທ່ຽວທີ່ສຸດໃນໂລກໃຫ້ຖືເອົາໂອກາດດັ່ງກ່າວນີ້ ໂດຍໃຫ້ຂະແໜງການເງິນສົມທົບກັບຂະແໜງການກ່ຽວຂ້ອງສຸມໃສ່ຄົ້ນຄວ້ານະໂຍບາຍ, ມາດຕະການເພີ່ມລາຍຮັບທີ່ເປັນເງິນຕາເຂົ້າງົບປະມານ; ເດັດຂາດແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນຂະແໜງການເງິນຢ່າງແທ້ຈິງ, ໃຫ້ມີມາດຕະການເຂັ້ມງວດຕື່ມ, ຫຼາຍພາກສ່ວນໃນສັງຄົມນໍາໃຊ້ເຄື່ອງມືທັນສະໄໝ, ເຄັ່ງຄັດປະຕິບັດວິໄນຕໍ່ຜູ້ລະເມີດກະທຳຜິດ ແລະຍ້ອງຍໍຜູ້ທີ່ມີຜົນງານທັງພາກລັດ ແລະພາກທຸລະກິດ.
(ຂ່າວ-ພາບ: ບຸນອູ້ມ)