ນາຍົກລັດຖະມົນຕີ ເນັ້ນຂະແໜງການເງິນ ສຸມໃສ່ແກ້ໄຂການຮົ່ວໄຫຼຂອງງົບປະມານ

ທ່ານ ຄຳພັນ ວິພາວັນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມບັນດາພະນັກງານຫລັກແຫລ່ງຂະແໜງການເງິນໃນໂອກາດການດຳເນີນກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງຂະແໜງການເງິນ ປະຈຳປີ 2022 ແລະ ທິດທາງແຜນການປີ 2023 ໃນວັນທີ 22 ທັນວາ 2022 ທີ່ນະຄອນຫລວງວຽງຈັນ ໂດຍທ່ານໄດ້ເນັ້ນບາງບັນຫາທີ່ຈະຕ້ອງໄດ້ສຸມໃສ່ແກ້ໄຂໃນຕໍ່ໜ້າໃຫ້ເປັນຮູບປະທຳເປັນຕົ້ນແມ່ນສະຖຽນລະພາບເສດຖະກິດມະຫາພາກຍັງມີຄວາມບອບບາງ ແລະຍັງບໍ່ມີຄວາມໝັ້ນທ່ຽງ; ມາດຕະການແກ້ໄຂໜີ້ສິນພາຍໃນໂດຍສະເພາະການແກ້ໄຂໜີ້ສິນໂຄງການລົງທຶນຂອງລັດດ້ວຍຮູບແບບຕ່າງໆ ໄດ້ຊ່ວຍເຮັດໃຫ້ຫລຸດຜ່ອນຄວາມກົດດັນຂອງບັນດາຜູ້ປະກອບການ ແລະເພີ່ມສະພາບຄ່ອງໄດ້ດີຂຶ້ນແຕ່ໜີ້ສິນຕົວຈິງຍັງມີຈຳນວນຫລວງຫລາຍ. ພ້ອມນີ້, ການເກັບລາຍຮັບງົບປະມານເຫັນວ່າມີທ່າອ່ຽງດີຂຶ້ນແຕ່ຍັງບໍ່ທັນສົມຄູ່ກັບລາຍຈ່າຍທີ່ມີ ແລະຍັງບໍ່ສາມາດເກັບໄດ້ຢ່າງຄົບຖ້ວນ, ຍັງມີການຮົ່ວໄຫລທາງດ້ານລາຍຮັບ-ລາຍຈ່າຍ.

ນອກຈາກນີ້, ການຫັນເປັນທັນສະໄໝກໍເຫັນວ່າຍັງນຳໃຊ້ບໍ່ທັນກວ້າງຂວາງ;ການຄຸ້ມຄອງ ແລະບໍລິຫານລັດດ້ວຍກົດໝາຍຍັງບໍ່ທັນເຂັ້ມງວດ,ຍັງບໍ່ທັນໂລ່ງລ່ຽນ ແລະ ມີຫລາຍຂັ້ນຫລາຍຂອດ; ການຜັນຂະຫຍາຍຈັດຕັ້ງປະຕິບັດ ຄໍາສັ່ງ ສະບັບເລກທີ 18/ນຍ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະຕ້ານການຮົ່ວໄຫລຂອງລາຍຮັບງົບປະມານ ຍັງບໍ່ທັນເປັນເອກະພາບ; ການພັດທະນາ ແລະ ຂະຫຍາຍການນໍາໃຊ້ເຄື່ອງມືທັນສະໄໝເຂົ້າໃນການຄຸ້ມຄອງເກັບລາຍຮັບຍັງຊັກຊ້າ; ການຈັດເກັບລາຍຮັບຈາກພາ ສີທີ່ດິນ ໃນທົ່ວປະເທດ ຍັງຂາດຂໍ້ມູນເນື້ອທີ່ດິນ, ປະເພດທີ່ດິນ ແລະ ການເກັບອາກອນລາຍໄດ້ຈາກການໂອນສິດນຳໃຊ້ຍັງບໍ່ທັນຖືກຕາມຄວາມເປັນຈິງ, ການເກັບຄ່າທຳນຽມນໍາໃຊ້ພາຫະນະປະຈຳປີ ຍັງບໍ່ທັນຄົບຖ້ວນທັນຕາມກຳນົດເວລາ; ສຳລັບດ້ານລາຍຈ່າຍ ຄວາມເປັນເຈົ້າການຂອງບັນດາຂະແໜງການຂັ້ນສູນກາງ ແລະທ້ອງຖິ່ນໃນການຈັດຕັ້ງປະຕິບັດນະໂຍບາຍປະຢັດ ແລະຕ້ານການຟູມເຟືອຍຕາມດຳລັດ ສະບັບເລກທີ 205/ລບ, ວັນທີ 22 ກໍລະກົດ 2022 ຍັງບໍ່ທັນເປັນຮູບປະທຳເທົ່າທີ່ຄວນ.

ທ່ານ ນາຍົກລັດຖະມົນຕີ ໄດ້ເນັ້ນຕື່ມວ່າ: ໃນປີ 2023 ນີ້, ປະເທດເຮົາຍັງຈະສືບຕໍ່ປະເຊີນກັບສິ່ງທ້າທາຍຫລາຍຢ່າງ ປັນຕົ້ນ ໄພເງິນເຟີ້, ນໍ້າມັນເຊື້ອໄຟ ແລະ ລາຄາສິນຄ້າ-ສະບຽງອາຫານ ຍັງສືບ ຕໍ່ສູງຂຶ້ນ. ສະນັ້ນ, ພວກເຮົາຈະຕ້ອງໄດ້ພ້ອມກັນ ສຶກສາຄົ້ນຄວ້າ, ຮູ້ຄາດຄະເນ-ວິເຄາະວິໄຈຕໍ່ຜົນກະທົບ, ໂອກາດ ແລະ ສິ່ງທ້າທາຍ ຈາກການສະພາບການປ່ຽນແປງ ຂອງພາກພື້ນ ແລະ ສາກົນ ເພື່ອວາງນະ ໂຍບາຍ ແລະ ມາດຕະການປ້ອງກັນ ແລະ ຮັບມືຢ່າງເໝາະສົມ ແລະທັນການ ເພື່ອບໍ່ໃຫ້ປະເທດເຮົາ ຕົກຢູ່ໃນທ່າຮັບເກີນໄປ. ສະນັ້ນ, ຈຶ່ງຮຽກຮ້ອງມາຍັງບັນດາຜູ້ຮັບຜິດຊອບ ຂະແໜງການຫລັກແຫລ່ງ ທີ່ເປັນກຳລັງແຮງຂອງປະເທດຊາດຕ້ອງເປັນເຈົ້າການຢ່າງແທ້ຈິງ ເພື່ອເສີມຂະຫຍາຍຫົວຄິດປະດິດສ້າງ ເລີ່ມຄົ້ນຄິດເຖິງການປ່ຽນແປງໃໝ່ ຫລື ການປະຕິຮູບຢ່າງບຸກທະລຸແທ້ໆ ໂດຍສະເພາະຂະແໜງການເງິນ ຕ້ອງເອົາໃຈໃສ່ວຽກງານທີ່ສຳຄັນຈຳນວນໜຶ່ງ ດັ່ງນີ້: ສືບຕໍ່ເອົາໃຈໃສ່ສຶກສາອົບ ຮົມການເມືອງ-ແນວຄິດໃຫ້ພະນັກງານຢູ່ໃນຂົງເຂດການເງິນ ໃຫ້ມີຄວາມຈົ່ງຮັກພັກດີ, ມີຈັນຍາບັນ, ຮັກວິຊາຊີບ, ມີຄວາມອົດທົນເສຍສະຫລະ ແລະປະຕິບັດວິໄນ ແຜນການ-ການເງິນຢ່າງເຄັ່ງຄັດ, ຍົກສູງສະຕິຄວາມຮັບຜິດ ຊອບໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ ແລະ ຖືເອົາຜົນປະໂຫຍດຂອງປະເທດຊາດເປັນກົກເພື່ອລົບລ້າງປະກົດການຫຍໍ້ທໍ້ໃຫ້ຂາດໂຕ, ຖ້າຍັງມີປະກົດການເກີດຂຶ້ນແມ່ນໃຫ້ປະຕິບັດຕາມກົດໝາຍ ແລະ ລະ ບຽບການຢ່າງເຂັ້ມງວດ ແລະ ເດັດຂາດ; ຕ້ອງປັບປຸງ ແລະ ເຮັດໃຫ້ກົງຈັກຂະແໜງການເງິນ ກະທັດຮັດ, ສົມເຫດສົມຜົນສູງ ແລະ ແກ້ໄຂວຽກງານໃຫ້ໄດ້ຫລາຍ, ວ່ອງໄວ ແລະ ມີປະສິດທິຜົນ ໃຫ້ຖືກຕ້ອງ ຕາມກົດໝາຍ, ປະຢັດງົບປະມານ ແລະ ປະຢັດເວລາ; ສ້າງກົງຈັກໃຫ້ມີລັກສະນະສົ່ງເສີມໃຫ້ພະນັກ ງານມີຫົວຄິດປະດິດສ້າງ, ມີແນວຄິດກ້າວໜ້າ, ແຂ່ງຂັນໃນການສ້າງຜົນງານຢ່າງຖືກຕ້ອງປະກອບສ່ວນເຂົ້າໃນຂະບວນການຮັກຊາດ ແລະ ການພັດທະນາຢ່າງຟົດຟື້ນ; ເປັນເຈົ້າການປະສານສົມທົບໃນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃຫ້ເປັນຮູບປະທຳ, ນຳໃຊ້ທຸກນະໂຍບາຍ ແລະ ມາດຕະການແກ້ໄຂ ແລະຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະເຖຍລະພາບໂດຍພື້ນຖານ, ແກ້ໄຂຄວາມກົດດັນດ້ານການເງິນໃຫ້ຜ່ອນເບົາລົງເທື່ອລະກ້າວເພື່ອເຮັດໃຫ້ເສດຖະກິດສືບຕໍ່ຂະຫຍາຍຕົວຕາມລະດັບຄາດໝາຍທີ່ວາງໄວ້; ທຸກຂະແໜງການ ແລະທ້ອງຖິ່ນຕ້ອງປະສານສົມທົບກັນຢ່າງກົມກຽວ ໃນການສືບຕໍ່ຈັດຕັ້ງປະຕິບັດບັນດາ ວຽກງານຈຸດສຸມຕ່າງໆ ທີ່ລະບຸໃນມະຕິຮັບຮອງ ຂອງສະພາແຫ່ງຊາດກ່ຽວກັບວາລະແຫ່ງຊາດ, ຄຳແນະນຳ, ມະຕິຂອງລັດຖະ ບານຢ່າງເປັນເຈົ້າການ, ໜັກແໜ້ນ ແລະມີແບບແຜນການຜັນຂະຫຍາຍຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ແລະ ມີຜົນສຳເລັດແລ້ວລາຍງານຄວາມຄືບໜ້າໃຫ້ລັດຖະບານຊາບ ໃນແຕ່ລະໄລຍະຢ່າງມີຄນນະພາບ.

ພ້ອມກັນສືບຕໍ່ສຸມໃສ່ຢ່າງເລັ່ງດ່ວນໃນການຈັດຕັ້ງປະຕິບັດບັນດານະໂຍບາຍ ແລະມາດຕະການ ໃນການຄຸ້ມຄອງເສດຖະກິດມະຫາພາກທາງດ້ານການເງິນ, ເງິນຕາ ເພື່ອສ້າງຄວາມໝັ້ນທ່ຽງໃຫ້ເສດຖະກິດ, ສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນ ແລະ ຜູ້ປະກອບການຕໍ່ກັບສະພາບເສດຖະກິດຂອງປະເທດເຮົາ; ປັບປຸງວຽກງານຊຸກຍູ້, ສົ່ງເສີມ ທຸລະກິດ-ວິສາຫະກິດ ພາຍໃນ ແລະ ຕ່າງປະເທດຢ່າງແຂງແຮງ ແລະ ເປັນເຈົ້າການບຸກທະລຸແກ້ໄຂຂອດຂັ້ນການບໍລິການປະຕູດຽວໃຫ້ໄດ້ໄວ; ເພີ່ມທະວີຄວາມເປັນເຈົ້າການປະຕິບັດຄໍາສັ່ງ ສະບັບເລກທີ 02/ນຍ ແລະ 03/ນຍ ຢ່າງເຂັ້ມງວດ, ຮັບປະກັນຄຸນນະພາບ, ຮັບປະກັນຄວາມຖືກຕ້ອງ, ໂປ່ງໃສ, ໜ້າເຊື່ອຖືຕາມຈິດໃຈຮັບໃຊ້ປະຊາຊົນຢ່າງບໍ່ມີເງື່ອນໄຂແນໃສ່ດຶງດູດການລົງທຶນຕ່າງປະເທດຢ່າງມີຈຸດສຸມ, ມີຄຸນນະພາບ, ສົ່ງເສີມກົນໄກຕິດຕາມ, ກວດກາການປະຕິບັດວຽກງານຂອງພະນັກງານເປັນສໍາຄັນ ແລະ ປັບປຸງກົນໄກການອຳນວຍຄວາມສະດວກ ໃຫ້ແກ່ການດໍາເນີນທຸ ລະກິດ ມີຄວາມວ່ອງໄວ, ໂປງໃສ່, ຖ້າພົບພະນັກງານຜູ້ໃດຍັງກົດໜ່ວງທ່ວງດຶງຕ້ອງແກ້ໄຂຢ່າງເດັດຂາດ, ເລັ່ງປັບປຸງບັນດານິຕິກໍາ ແລະນະໂຍບາຍສົ່ງເສີມການລົງທຶນຂອງທຸລະກິດ ທີ່ຍັງບໍ່ທັນສອດຄ່ອງ; ເລັ່ງວຽກງານການເງິນຢ່າງຮອບດ້ານ ແລະແຂງແຮງຕາມຍຸດທະສາດທີ່ລັດຖະບານ ໄດ້ຮັບຮອງໃຫ້ມີຄວາມຄືບໜ້າໄວ ແລະ ຮັບປະກັນການເກັບລາຍຮັບໃຫ້ໄດ້ຕາມແຜນ ແລະ ລື່ນແຜນໄດ້ຍິ່ງເປັນການດີໃຫ້ສົມຄູ່ກັບທ່າແຮງໄດ້ປຽບທີ່ພວກເຮົາມີ.

ທ່ານ ນາຍົກລັດຖະມົນຕີ ຍັງໄດ້ຢໍ້າໃຫ້ສູ້ຊົນຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2023 ໃຫ້ບັນລຸໄດ້ຕາມລະດັບຄາດໝາຍ, ພ້ອມທັງສຸມໃສ່ສືບຕໍ່ການປັບປຸງກົນໄກ, ການຫັນເປັນທັນສະໄໝ ແລະ ການບັງຄັບໃຊ້ກົດໝາຍລວມທັງການສະກັດກັ້ນການຮົ່ວໄຫລງົບປະມານເພື່ອສາມາດເພີ່ມລາຍຮັບໃຫ້ສູງຂຶ້ນເປັນກ້າວໆ, ຄຸ້ມຄອງ ແລະ ປະຕິບັດລາຍຈ່າຍຢ່າງມີຈຸດສຸມ ມີປະສິດທິຜົນສູງ ແລະ ປະ ຢັດມັດທະຍັດ; ພ້ອມກັນ ເປັນເຈົ້າການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫລຂອງລາຍຮັບງົບປະມານແຫ່ງລັດ, ໃນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ງົບປະມານ, ປະຕິຮູບກົນໄກການຄຸ້ມຄອງລາຍຮັບງົບປະມານຢ່າງແຂງແຮງໂດຍການຄຸ້ມຄອງເກັບລາຍຮັບເຂົ້າສູ່ລະບົບທັນສະໄໝໃຫ້ກວ້າງຂວາງ ແລະທົ່ວເຖິງທຸກເປົ້າໝາຍ. ພ້ອມທັງປະສານສົມທົບກັບບັນດາກະຊວງທີ່ກ່ຽວຂ້ອງໃນການສ້າງກົນໄກຄຸ້ມຄອງແຫລ່ງລາຍຮັບໃຫ້ກົມກຽວໃນການຫັນເປັນທັນສະໄໝ ແລະວ່ອງໄວ.
ຂ່າວ: ຂປລ. ມະນີທອນ