ມອບຄືນໃຫ້ລັດຖະບານຄຸ້ມຄອງໂຄງການພັດທະນາ-ປັບປຸງ ສວນນໍ້າພຸຊຽງຍືນ

ບໍລິສັດ ເອເຊຍລົງທຶນ, ພັດທະນາ ແລະກໍ່ສ້າງ ຈຳກັດຜູ້ດຽວ ໄດ້ຈັດພິທີມອບຄືນ ໂຄງການພັດທະນາ ແລະປັບປຸງສວນສາທາລະນະນໍ້າພຸຊຽງຍືນ ໃຫ້ລັດຖະບານເປັນຜູ້ຄຸ້ມຄອງຮັກສາ ໃນວັນທີ 21 ທັນວາ 2022 ຊຶ່ງຕາງໜ້າມອບໂດຍ ທ່ານ ພຶດສະພາ ພູມມະສັກ ປະທານ ບໍລິສັດເອເຊຍລົງທຶນ, ພັດທະນາ ແລະກໍ່ສ້າງ ຈຳກັດຜູ້ດຽວ ແລະ ຕາງໜ້າຮັບໂດຍທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີໂດຍມີທ່ານ ຄຳພັນ ວິພາວັນ ນາຍົກລັດຖະມົນຕີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດນີ້ ທ່ານ ພຶດສະພາ ພູມມະສັກ ລາຍງານໃຫ້ຮູ້ວ່າ: ໃນໄລຍະທີ່ມີການສຳປະທານ ເລີ່ມແຕ່ປີ 2011 ໄດ້ມີການປັບປຸງນໍ້າພຸຊຽງຍືນ ຕາມທີ່ນະຄອນຫລວງວຽງຈັນໄດ້ວາງອອກເພື່ອໃຫ້ນໍ້າພຸແຫ່ງນີ້ຖືກພັດທະນາໄປຕາມຍຸກ ຕາມສະໄໝ ແລະ ຮັກສາໄດ້ເອກະລັກຂອງຊາດ ໂດຍສະເພາະ ໃຫ້ມວນຊົນໄດ້ເຂົ້າມາຊົມນ້ຳພຸ, ມາພັກຜ່ອນ ທັງສ້າງສີສັນໃໝ່ໃຫ້ນະຄອນຫລວງວຽງຈັນ. ການພັດທະນາ ແລະ ປັບປຸງສວນນໍ້າພຸ ໄດ້ຮັກສາໂຄງສ້າງນໍ້າພຸໄວ້ຄືເກົ່າແຕ່ເຮັດໃຫ້ນໍ້າພຸມີຫລາຍສີສັນ ແລະ ງົດງາມຂຶ້ນ, ປັບທັດ ສະນີຍະພາບໃຫ້ທັນສະໄໝ ແຕ່ກໍຍັງຮັກສາເອກະລັກຂອງລາວໄວ້ຄືເກົ່າ.

ທ່ານ ອາລຸນໄຊ ສູນນະລາດ ໄດ້ກ່າວວ່າ: ສວນສາທາລະນະນໍ້າພຸແຫ່ງນີ້ມີຄຸນຄ່າທາງດ້ານວັດທະນະທຳ, ມີຄວາມໝາຍທາງດ້ານປະຫວັດສາດ, ມີຄວາມຜູກພັນກັບຄົນຫລາຍຍຸກຫລາຍສະໄໝ ແລະ ຕິດພັນກັບຊາວນະຄອນຫລວງວຽງຈັນ ເຊິ່ງລັດຖະບານ ຍາມໃດກໍໃຫ້ຄວາມສຳຄັນຕໍ່ການອະນຸລັກ ແລະ ເສີມຂະຫຍາຍສະຖານທີ່ ທາງດ້ານວັດທະນະທຳທີ່ເປັນປະຫວັດສາດ ແລະມີຄຸນຄ່າທາງດ້ານວັດທະນະທຳທີ່ເປັນວັດຖຸ. ໄລຍະຜ່ານມາລັດຖະບານໄດ້ມີນະໂຍບາຍຊຸກຍູ້ສົ່ງເສີມໃນການພັດທະນາສະຖານທີ່ຕ່າງໆ ໂດຍສະເພາະ ສະຖານທີ່ສວນນໍ້າພຸແຫ່ງນີ້ເຊິ່ງບາງໄລຍະກໍມີຄວາມຮຽກຮ້ອງຕ້ອງການຫັນຈາກສະຖານທີ່ທີ່ເປັນສາທາລະນະກາຍເປັນສະຖານທີ່ບໍລິການດ້ວຍເຫດຜົນທີ່ເປັນພາວະວິໄສ ແຕ່ເຖິງຢ່າງໃດກໍຕາມເມື່ອຄວາມຮຽກຮ້ອງຕ້ອງການຂອງຊາວນະຄອນຫລວງກໍຄືປະຊາຊົນລາວບັນດາເຜົ່າຢາກໃຫ້ສວນນໍ້າພຸ ກັບກາຍມາເປັນສ່ວນສາທາລະນະຂອງປະຊາຊົນລາວໂດຍສະເພາະຊາວບ້ານຊຽງຍືນກໍຄືຊາວນະຄອນຫລວງວຽງຈັນ ສະນັ້ນບໍລິສັດເອເຊຍລົງທຶນ, ພັດທະນາ ແລະ ກໍ່ສ້າງ ຈຳກັດຜູ້ດຽວ ກໍໄດ້ມອບຄືນໂຄງການນີ້ໃຫ້ລັດຖະບານເປັນຜູ້ຄຸ້ມຄອງຮັກສາຕໍ່ໄປ.
ຂ່າວ: ກິດຕາ