ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ຢູ່ປະເທດເຮົາ

ສະພາທິດສະດີສູນກາງພັກ, ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໄດ້ຈັດກອງປະຊຸມປະກາດຜົນຂອງການວິທະຍາສາດ ຫົວຂໍ້: ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ຢູ່ປະເທດເຮົາມີຂຶ້ນໃນຕອນເຊົ້າຂອງວັນທີ 22 ທັນວາ 2022, ທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມສູນກາງພັກ (ຫຼັກ 6); ໂດຍໃຫ້ກຽດເປັນປະທານກອງປະຊຸມຂອງທ່ານ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ; ໃນກອງປະຊຸມຍັງມີທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຫົວໜ້າຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິ ຫານ, ທ່ານ ສົມສະຫວາດ ເລັ່ງສະຫວັດ, ທີ່ປືກສາສະພາທິດສະດີສູນກາງພັກ, ທີ່ປຶກສາຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ; ມີທ່ານ ປອ ສອນທະນູ ທຳມະວົງ ກຳມະການສູນກາງພັກ, ຫົວໜ້າສະຖາບັນວິທະຍາສາດເສດຖະກິດ ແລະສັງຄົມແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງພັກ, ຮອງຫົວໜ້າຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ແລະ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງພັກ, ຮອງຫົວໜ້າ, ຜູ້ປະຈຳການຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ; ນອກຈາກນີ້, ຍັງມີບັນດາທ່ານຄະນະປະຈຳ, ສະມາຊິກສະພາທິດສະດີສູນກາງພັກ, ຜູ້ສັງເກດຕີລາຄາ, ຄະນະກຳມະການ, ບັນດານັກວິທະຍາສາດ, ບັນດາທ່ານໃນຫ້ອງການສະພາທິດສະດີສູນກາງພັກ, ຄະນະໂຄສະນາອົບຮົບສູນກາງພັກ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງ ແລະບັນດາທ່ານຜູ້ຕາງໜ້າຄະນະຮັບຜິດ ຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ຂອງກະຊວງ, ອົງການອ້ອມຂ້າງສູນກາງເຂົ້າຮ່ວມ, ລວມທັງໝົດ 300 ຄົນ.

ການຈັດກອງປະຊຸມໃນຄັ້ງນີ້, ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກ, ສະບັບເລກທີ 058/ກມສພ, ລົງວັນທີ 13 ທັນວາ 2018 ວ່າດ້ວຍການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໃຫ້ເຂົ້າສູ່ລວງເລິກ, ໄປພ້ອມກັບການສະເຫຼີມສະຫຼອງວັນຊາດທີ 2 ທັນ ວາ ຄົບຮອບ 47 ປີ ແລະວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ທີ່ຜ່ານມາບໍ່ດົນນີ້.

ໂດຍປະຕິບັດຕາມວາລະຂອງກອງປະຊຸມ, ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງຄຳເຫັນລາຍງານສະພາບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ ຢູ່ປະເທດເຮົາ ລວມມີ 08 ເຫຼັ້ມ, ຄື: ແນວຄິດໄກສອນ ພົມວິຫານ ກ່ຽວກັບພັກປະຊາຊົນປະຕິວັດລາວໃນພາລະກິດປ່ຽນແປງໃໝ່,ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານພະນັກງານໃນພາລະກິດປ່ຽນແປງໃໝ່, ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ໃນຂົງເຂດອຳນາດແຫ່ງລັດ,ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ໃນຂົງເຂດວຽກງານປ້ອງກັນຊາດ, ແນວຄິດໄກສອນ ພົມວິຫານ ກ່ຽວກັບປ່ຽນແປງໃໝ່ ໃນຂົງເຂດວຽກງານປ້ອງກັນຄວາມສະຫງົບ, ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານແນວໂຮມ ແລະອົງການຈັດຕັ້ງມະຫາຊົນ ໃນພາລະກິດປ່ຽນແປງໃໝ່; ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ ໃນຂົງເຂດວັດທະນະທຳ-ສັງຄົມ ແລະແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ໃນຂົງເຂດເສດຖະກິດ ເຊິ່ງທ່ານ ຮສ ພູວົງ ອຸ່ນຄຳແສນ ໄດ້ຍົກໃຫ້ເຫັນເຖິງແຜນການເຄື່ອນໄຫວໃນການຄົ້ນຄວ້າ ຂອງແຕ່ລະຂົງເຂດນັບແຕ່ເລີ່ມຕົ້ນຈົນສຳເລັດ.

ໃນຄໍາເຫັນກ່າວເປີດພິທີປະກາດຜະລິດຕະພັນດັ່ງກ່າວ, ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ກ່າວບາງຕອນທີ່ສຳຄັນວ່າ: “ການເປີດຜະລິດຕະພັນປື້ມແນວຄິດໄກສອນ ພົມວິຫານ ຈຳນວນ 08 ເຫຼັ້ມ ໃນມື້ນີ້ ເປັນຂີດໝາຍສຳຄັນຂອງວຽກງານຄົ້ນຄວ້າທິດສະດີ ແລະສະຫຼຸບພຶດຕິກຳ, ເປັນການເພີ່ມເຕີມຄັງສາງທິດສະດີຂອງພັກ,ປະກອບສ່ວນບູລະນະແນວທາງປ່ຽນແປງໃໝ່ຮອບດ້ານ ແລະມີຫຼັກ ການ ຂອງພັກໃຫ້ ນັບມື້ນັບສົມບູນ, ທັງເປັນການສ້າງເງື່ອນໄຂໃຫ້ພະນັກງານ, ສະມາຊິກພັກ ແລະກຳລັງປະກອບອາວຸດ ຈະມີໂອກາດໄດ້ຄົ້ນຄວ້າ,ໝູນໃຊ້ຢ່າງປະດິດສ້າງແນວຄິດໄກສອນ ພົມວິຫານ ເຂົ້າໃນຊີວິດຕົວຈິງ, ທັງເປັນການສຶກສາອົບຮົມ ແລະຝຶກຝົນຫຼໍ່ຫຼອມໃຫ້ແກ່ສະມາຊິກພັກ, ພະນັກງານ, ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ, ເຮັດໃຫ້ທຸກຄົນມີຄວາມຮັບຮູ້ເຂົ້າໃຈ, ມີຄວາມເຊື່ອໝັ້ນ, ສະໜັບສະໜູນ ແລະ ຕື່ນຕົວປະຕິບັດແນວທາງ, ນະໂຍບາຍຂອງພັກ ແລະລັດຢ່າງຕັ້ງໜ້າ. ດ້ວຍເຫດຜົນທັງໝົດທີ່ໄດ້ກ່າວມາຂ້າງເທິງນັ້ນ, ຂ້າພະເຈົ້າຕີລາຄາສູງ ແລະເຊື່ອໝັ້ນຢ່າງໜັກແໜ້ນວ່າ: ພິທີປະກາດຜະລິດຕະພັນການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ຢູ່ປະເທດເຮົາໃນເທື່ອນີ້ແມ່ນພິທີທີ່ມີຄວາມໝາຍສຳຄັນທັງໃນດ້ານທິດສະດີ, ພຶດຕິກຳ ແລະ ເປັນປະໂຫຍດອັນໃຫຍ່ຫຼວງໃຫ້ແກ່ສັງຄົມເພື່ອຈະນໍາເອົາຜະລິດຕະພັນດັ່ງກ່າວໄປເຜີຍເເຜ່ ແລະ ຜັນຂະຫຍາຍຢູ່ບັນດາກະຊວງ, ອົງການນັບທັງສູນກາງ ແລະທ້ອງຖິ່ນ.