ແຂວງວຽງຈັນ ຍິງທ້າຍເກມດັບຝັນ ນະຄອນຫຼວງ 1-0 ຄວ້າຫຼຽນຄຳ ປະຫວັດສາດ ເຕະບານຊາຍ ກິລາແຫ່ງຊາດ

ທັບນັກກິລາເຕະບານ ແຂວງວຽງຈັນ ທີມມ້າມືດ ໄດ້ປະຕູໄຊໃນໄລຍະທ້າຍເກມ ຈາກການຍິງຂອງ ຈິວ ນົນມະນີ ນັກເຕະປະສົບການສູງຈາກກະຊວງປ້ອງກັນຄວາມຫງົບ ແຈ້ງເກີດຄວ້າຫຼຽນຄຳ ປະຫວັດສາດ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງເກມ ທີ່ແຂວງຊຽງຂວາງ ເປັນເຈົ້າພາບສ່ວນນະຄອນຫຼວງ ໄດ້ພຽງຫຼຽນເງິນ ແລະຫຼຽນທອງ ຕົກເປັນຂອງແຂວງເຊກອງ.

ການແຂ່ງຂັນກິລາເຕະບານຊາຍ ຊຽງຂວາງ ເກມ ຮອບຊີງຊະນະເລີດ ຫຼື ຮອບຊີງຫຼຽນຄຳ ລະຫວ່າງ ແຂວງວຽງຈັນ ພົບກັບ ນະຄອນຫຼວງວຽງຈັນ ແຊ໋ມເກົ່າ 3 ສະໄໝ ຫຼ້າສຸດ ແຊ໋ມຫຼວງພະບາງ ເກມ 2011 ໄດ້ມີຂຶ້ນ ໃນວັນທີ 21 ທັນວາ 2022 ທີ່ສະໜາມກິລາໄຫຫີນ ເມືອງແປກ ແຂວງຊຽງຂວາງ, ໃຫ້ກຽດເຂົ້າຮ່ວມຊົມ ແລະ ມອບຫຼຽນລາງວັນຂອງ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ແລະ ທ່ານ ປອ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ມີບັນດາຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຫົວໜ້າ-ຮອງຫົວໜ້າພະແນກ, ພະນັກງານ, ທະຫານ-ຕຳຫຼວດ, ຄູຝຶກ, ນັກກິລາ ຕະຫຼອດມວນຊົນຊາວແຂວງຊຽງຂວາງ ເຂົ້າຮ່ວມຊົມ-ເຊຍຢ່າງຫຼວງຫຼາຍ.

ການແຂ່ງຂັນເຕະບານຊາຍຊຽງຂວາງເກມ ໄດ້ມີຂຶ້ນລະຫວ່າງວັນທີ 5-21 ທັນວາ 2022 ຊຶ່ງມີ 16 ພາກສ່ວນເຂົ້າຮ່ວມ, ໃນນັ້ນ ມີ 2 ກະຊວງ, 1 ນະຄອນຫຼວງ ແລະ 13 ແຂວງ ແບ່ງອອກເປັນ 4 ກຸ່ມ ແຕ່ລະກຸ່ມແຂ່ງຂັນພົບກັນໝົດຄັດເລືອກເອົາທີ 1-2 ແຕ່ລະກຸ່ມ ຜ່ານເຂົ້າໄປຫຼິ້ນໃນຮອບຕໍ່ໄປ. ສຳລັບກຸ່ມ ກ ມີ ນະຄອນ ຫຼວງ, ແຂວງວຽງຈັນ,ກະຊວງປ້ອງກັນປະເທດ,ແຂວງໄຊຍະບູລີ ແລະແຂວງໄຊສົມບູນ; ກຸ່ມ ຂ ມີ ແຂວງເຊກອງ, ແຂວງຊຽງຂວາງ ເຈົ້າພາບ, ກະຊວງສາທາລະນະສຸກ ແລະແຂວງບໍ່ແກ້ວ; ກຸ່ມ ຄ ມີ ແຂວງຄຳມ່ວນ,ແຂວງຈຳປາສັກ, ແຂວງອັດຕະປື ແລະແຂວງບໍລິຄຳໄຊ; ກຸ່ມ ງ ແຂວງສາລະວັນ, ແຂວງຫົວພັນ, ແຂວງສະຫວັນນະເຂດ ແລະ ແຂວງຫຼວງພະບາງ. ຜ່ານການແຂ່ງຂັນຄູ່ຊີງຊະນະເລີດ ປະກົດວ່າ: ຈິວ ນົນມະນີ ນັກເຕະປະສົບການສູງຈາກກະຊວງປ້ອງກັນຄວາມຫງົບຍິງປະຕູຊ່ວຍໃຫ້ ແຂວງວຽງຈັນ ທີມມ້າມືດ ໃນເວລາສຳຄັນນາທີ 80 ກວ່າໆ ໄລ່ເອົາຊະນະ ນະຄອນຫຼວງວຽງຈັນ ໄປແບບຫວຸດຫວິດ 1-0 ຄວ້າຫຼຽນຄຳ ປະຫວັດສາດ ໃນຊຽງຂວາງເກມ ຢ່າງເປັນທາງການ. ສ່ວນນະຄອນຫຼວງວຽງຈັນ ໄດ້ພຽງຫຼຽນເງິນ ແລະຜົນຄູ່ຊີງຫຼຽນທອງກໍເປັນຝ່າຍທີມແຂວງເຊກອງທີ່ແມ້ນຈຸດໂທດດັບຝັນ ເຈົ້າພາບ ແຂວງຊຽງຂວາງ 3-2 ປະຕູ (ໃນເກມສະເໝີ 0-0 ປະຕູ) ສົ່ງຜົນໃຫ້ ແຂວງເຊກອງ ໄດ້ຫຼຽນທອງໄປຄ້ອງຄໍ.

ຂ່າວໂດຍ: ບຸນນິກ