4 ນັກກິລາ ນະຄອນຫຼວງຊ່ວຍກັນປັ່ນລົດຄູ່ໃຈເຂົ້າເສັ້ນໄຊ ຄວ້າຫຼຽນຄຳ ທີ 3 ໃນຊຽງຂວາງເກມ

4 ນັກກິລາລົດຖີບ ນະຄອນຫຼວງວຽງຈັນ ຊຶ່ງປະກອບມີ ທ້າວ ທອງມະນີ ໄຊຍະລາດ, ທ້າວ ສຸດທິສັກ ວັນດີລາ, ທ້າວ ຖາວອນ ພົນອາສາ ແລະ ທ້າວ ທະນະກອນ ວົງເດືອນ ຊ່ວຍກັນປັ່ນລົດຄູ່ໃຈເຂົ້າເສັ້ນໄຊເປັນອັນດັບທີ 1 ຄວ້າຫຼຽນຄຳ ທີ 3 ໃນລາຍການ ລົດຖີບຈັບເວລາໄລຍະທາງໄກ 100 ກິໂລແມັດທີມຊາຍ ພາທັບນັກກິລາລົດຖີບນະຄອນຫຼວງວຽງຈັນ ຄອງເຈົ້າຫຼຽນຄຳໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ທີ່ແຂວງຊຽງຂວາງເປັນເຈົ້າພາບ.

ການແຂ່ງຂັນກິລາລົດຖີບ ຊຽງຂວາງເກມ ຈັດຂຶ້ນ ລະຫວ່າງວັນທີ 15-20 ທັນວາ 2022 ໃຫ້ກຽດເຂົ້າຮ່ວມ ແລະ ມອບຫຼຽນລາງວັນຂອງທ່ານ ບົວເງິນ ຫຸມໄຊຍະພົມ ຮອງເຈົ້າແຂວງຊຽງຂວາງ ພ້ອມດ້ວຍບັນດາຄະນະນຳແຕ່ລະແຂວງ, ຄູຝຶກ ແລະນັກກິລາ ຕະຫຼອດຮອດມວນຊົນຊາວແຂວງຊຽງຂວາງ ເຂົ້າຮ່ວມຊົມ-ເຊຍຢ່າງຫຼວງຫຼາຍ.

ການແຂ່ງຂັນກິລາດັ່ງກ່າວມີການຊີງໄຊທັງໝົດ 12 ຫຼຽນຄຳ, 12 ຫຼຽນເງິນ ແລະ 12 ຫຼຽນທອງ, ໃນນັ້ນ ປະເພດທີມມີຊີງໄຊ 2 ຫຼຽນຄຳ ແຂ່ງຂັນທີ່ສອງສະໜາມ ກໍຄື ສະໜາມທີ່ອ່າງນໍ້າຫງຳ ແລະ ສະໜາມບ້ານລາດງ່ອນ (ເສັ້ນທາງເລກ 7) ເມືອງແປກຫາເມືອງພູກູດ ແຂວງຊຽງຂວາງ ຊຶ່ງມີນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 48 ຄົນ, ຍິງ 9 ຄົນ ມາຈາກ 1 ກະຊວງ, ນະຄອນຫຼວງວຽງຈັນ ແລະ 7 ແຂວງ ປະກອບມີ ກະຊວງປ້ອງກັນປະເທດ ຫຼື ປກຊ, ນະຄອນຫຼວງວຽງຈັນ, ແຂວງສະຫວັນນະເຂດ, ແຂວງວຽງຈັນ, ແຂວງຄຳມ່ວນ, ແຂວງຊຽງຂວາງ, ແຂວງບໍ່ແກ້ວ, ແຂວງຫົວພັນ ແລະແຂວງຫຼວງພະບາງ.

ໃນມື້ສຸດທ້າຍ ກໍໄດ້ມີການຊີງຫຼຽນຄຳ ຈາກປະເພດລົດກວັກຈັບເວລາທາງໄກ ໄລຍະທາງ 100 ແມັດຊາຍທັງດ່ຽວຊາຍ ແລະທີມຊາຍ ຊຶ່ງລາຍການນີ້ດັ່ງເດີມແມ່ນຈະແຂ່ງຂັນໄລຍະທາງ 120 ກິໂລແມັດ ແຕ່ຕົວຈິງກຳມະການຈັດແຂ່ງຂັນຕັດອອກ 20 ກິໂລແມັດ ຜ່ານການແຂ່ງຂັນຜົນປະກົດວ່າ: 4 ນັກກິລາລົດຖີບ ນະຄອນຫຼວງວຽງຈັນ ຊຶ່ງປະກອບມີ ທ້າວ ທອງມະນີ ໄຊຍະລາດ, ທ້າວ ສຸດທິສັກ ວັນດີລາ, ທ້າວ ຖາວອນ ພົນອາສາ ແລະ ທ້າວ ທະນະກອນ ວົງເດືອນ ຊ່ວຍກັນປັ່ນລົດຄູ່ໃຈເຂົ້າເສັ້ນໄຊເປັນອັນດັບທີ 1 ຄວ້າຫຼຽນຄຳ ທີ 3 ຊ່ວຍທັບນັກກິລາລົດຖີບນະຄອນຫຼວງຄອງເຈົ້າຫຼຽນຄຳໃນງານດັ່ງກ່າວສ່ວນປະເພດບຸກຄົນຫຼຽນຄຳເປັນຂອງ ອະລິຍາ ພູນສະຫວັດ ຈາກແຂວງຊຽງຂວາງ.

ສະຫຼຸບຫຼຽນລາງວັນ ອັນດັບທີ 1 ນະຄອນຫຼວງ ຍາດໄດ້ 3 ຫຼຽນຄຳ, 4 ຫຼຽນເງິນ ແລະ 3 ຫຼຽນທອງ, ອັນດັບທີ 2 ແຂວງຊຽງຂວາງ ຍາດໄດ້ 3 ຫຼຽນຄຳ, 2 ຫຼຽນເງິນ ແລະ 2 ຫຼຽນທອງ; ອັນດັບທີ 3 ແຂວງຄຳມ່ວນ ຍາດໄດ້ 3 ຫຼຽນຄຳ; ອັນດັບທີ 4 ແຂວງສະຫວັນນະເຂດ ຍາດໄດ້ 2 ຫຼຽນຄຳ ແລະ 1 ຫຼຽນທອງ; ອັນດັບທີ 5 ແຂວງບໍ່ແກ້ວ ຍາດໄດ້ 1 ຫຼຽນຄຳ, 4 ຫຼຽນເງິນ ແລະ 2 ຫຼຽນທອງ; ອັນດັບທີ 6 ແຂວງວຽງຈັນ ຍາດໄດ້ 2 ຫຼຽນເງິນ ແລະ 3 ຫຼຽນທອງ; ອັນດັບທີ 7 ແຂວງຫຼວງພະບາງ ຍາດໄດ້ 1 ຫຼຽນທອງ.

ຂ່າວໂດຍ ບຸນນິກ