ບໍລິສັດພັດທະນາແຫລ່ງທ່ອງທ່ຽວ ນໍ້າຕົກຕາດເຍືອງມອບຜ້າຫົ່ມ ແລະເສື້ອກັນໜາວໃຫ້ປະຊາຊົນ

ໃນວັນທີ 17 ທັນວາ 2022, ບໍລິສັດ ພັດທະນາແຫລ່ງທ່ອງທ່ຽວ ນໍ້າຕົກຕາດເຍືອງ ເມືອງປາກຊ່ອງ ແຂວງຈຳປາສັກ ຮ່ວມກັບ ມະຫາວິທະຍາໄລ ລາດຊະພັດ ອຸບົນລາດຊະທານີ ປະເທດໄທ ນຳໂດຍທ່ານ ນາງ ສອນທິດາ ອຸນາພົມ ປະທານບໍລິສັດ ພັດທະນາແຫລ່ງທ່ອງທ່ຽວ ນໍ້າຕົກຕາດເຍືອງ ໄດ້ນຳເອົາຜ້າຫົ່ມ 140 ຜືນ ແລະ ເສື້ອກັນໜາວ 160 ຜືນ ມາມອບໃຫ້ປະຊາຊົນບ້ານຫລັກ 40 ເມືອງປາກຊ່ອງ ແຂວງຈຳປາສັກ ແລະ ປະຊາຊົນບ້ານສະນືມໃນ 88 ຜືນ, ບ້ານສະນືມນອກ 66 ຜືນ , ບ້ານຄຽງຕາດສູງ 90 ຜືນ ແລະບ້ານທົ່ງຂາມ 116 ຜືນ ເມືອງເລົ່າງາມ ແຂວງສາລະວັນ.

ທ່ານ ນາງ ສອນທິດາ ອຸນາພົມ ໄດ້ກ່າວວ່າ: ການມອບເຄື່ອງຕ້ານໄພໜາວໃນຄັ້ງນີ້, ເປັນການແບ່ງປັນນໍ້າໃຈ ໃຫ້ເພື່ອນມະນຸດດ້ວຍກັນ. ພ້ອມນີ້, ຍັງໄດ້ສະແດງຄວາມເປັນຫ່ວງເປັນໃຍ ຕໍ່ພໍ່ແມ່ປະຊາຊົນ ໂດຍສະເພາະ ແມ່ນຜູ້ເຖົ້າ ແລະເດັກນ້ອຍ ຈົ່ງພ້ອມກັນເອົາໃຈໃສ່ເບິ່ງແຍງສຸຂະພາບໃຫ້ດີໃນໄລຍະລະດູໜາວ.

ໃນໂອກາດນີ້, ປະຊາຊົນທີ່ໄດ້ຮັບເຄື່ອງຊ່ວຍເຫລືອດັ່ງກ່າວໄດ້ສະແດງຄວາມ ຂອບໃຈບໍລິສັດພັດທະນາແຫລ່ທ້ອງທ່ຽວນໍ້າຕົກຕາດເຍືອງ ແລະມະຫາວິທະຍາໄລ ລາດສະພັດອຸບົນລາດຊະທານີ ທີ່ເຫັນໄດ້ຄວາມສຳຄັນນຳເອົາເຄື່ອງມາມອບໃຫ້ໃນຄັ້ງນີ້, ມັນມີປະໂຫຍດຫລາຍເນື່ອງຈາກວ່າຢູ່ປາກຊ່ອງອາກາດໜາວເຢັນເປັນປະຈຳ, ເຊິ່ງເຄື່ອງທີ່ໄດ້ຮັບໃນຄັ້ງນີ້ຈະຊ່ວຍເຮັດໃຫ້ສຸຂະພາບຂອງປະຊາຊົນພາຍໃນບ້ານແຂງແຮງ ແລະອົບອຸ່ນຂຶ້ນກວ່າເກົ່າ.