ກຽມພັດທະນາແຫລ່ງທ່ອງທ່ຽວ 2 ແຫ່ງຢູ່ເມືອງເລົ່າງາມ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ( MOU ) ລະຫວ່າງ ຫ້ອງການຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ເມືອງເລົ່າງາມ ແຂວງສາລະວັນ ກັບ ບໍລິສັດພັດທະນາແຫລ່ງທ່ອງທ່ຽວຕາດເຍືອງກ່ຽວກັບການພັດທະນາແຫລ່ງທ່ອງທ່ຽວທາງທຳມະຊາດ 2 ແຫ່ງຢູ່ເມືອງເລົ່າງາມ ຈັດຂຶ້ນໃນວັນທີ 17 ທັນວາ 2022 ຜ່ານມາ ລະຫວ່າງທ່ານ ຈັນຫວາງ ແກ້ວທະນູສິນ ຫົວໜ້າຫ້ອງການຖະແຫລງຂ່າວ,ວັດທະນະທຳ ແລະທ່ອງທ່ຽວເມືອງເລົ່າງາມ ແລະ ທ່ານ ນາງ ສອນທິດາ ອຸນາພົມ ປະທານບໍລິສັດພັດທະນາແຫລ່ງທ່ອງທ່ຽວຕາດເຍືອງ ເມືອງປາກຊ່ອງ ແຂວງຈຳປາສັກ ໂດຍມີ ທ່ານ ຄຳຫວັນ ສີສະໝຸດ ຮອງເຈົ້າເມືອງເມືອງເລົ່າງາມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ການເຊັນບົດບັນທຶກສັນຍາຄວາມເຂົ້າໃຈຄັ້ງນີ້, ເຫັນດີໃຫ້ ບໍລິສັດ ພັດທະນາ ແຫລ່ງທ່ອງທ່ຽວຕາດເຍືອງ ມີສ່ວນຮ່ວມໃນການພັດທະນາ, ຄຸ້ມຄອງ ແລະສົ່ງເສີມການທ່ອງທ່ຽວຢູ່ແຫລ່ງທ່ອງທ່ຽວຕາດສູງ ບ້ານສະນຶມໃນ ແລະແຫລ່ງທ່ອງທ່ຽວຖຳ້ 9 ຮູພູຕາກເຂົ້າ ບ້ານທົ່ງຂາມ ເມືອງເລົ່າງາມ ແຂວງສາລະວັນ; ຊຸກຍູ້ ແລະ ສົ່ງເສີມຜະລິດຕະພັນການທ່ອງທ່ຽວ, ເຄື່ອງຫັດຖະກຳ, ຜົນຜະລິດກະສິກຳຈາກພູມປັນຍາຂອງຊາວບ້ານເຊັ່ນ: ຈັກສານ,ຫັດຖະກຳຕຳຫູກ, ເຄື່ອງທີ່ລະນຶກ, ປູກຜັກປອດສານພິດ ແລະ ອື່ນໆ ເພື່ອສົ່ງເສີມປະຊາຊົນພານໃນບ້ານ ຫລືບໍລິເວນບ້ານໄກ້ຄຽງທີ່ເປັນເຄືອຂ່າຍການທ່ອງທ່ຽວ.

ທ່ານ ນາງ ສອນທິດາ ອຸນາພົມ ໄດ້ກ່າວວ່າ: ການເຊັນບົດບັນທຶກໃນຄັ້ງນີ້, ເປັນການສ້າງເຄືອຂ່າຍ ໃນການພັດທະນາ, ສົ່ງເສີມ ແລະຂະຫຍາຍການຕະຫລາດນັກທ່ອງທ່ຽວຮ່ວມກັນ ໂດຍສະເພາະແມ່ນການສົ່ງເສີມການທ່ອງທ່ຽວແບບອະນຸລັກປະຊາຊົນມີສ່ວນຮ່ວມ, ສ້າງວຽກເຮັດງານທຳໃຫ້ປະຊາຊົນຂັ້ນບ້ານໄດ້ມີລາຍຮັບເພີ່ມຈາກການທ່ອງທ່ຽວ, ພ້ອມທັງພັດທະນາເສດຖະກິດ- ສັງຄົມຂອງແຂວງ, ເມືອງ ແລະ ບ້ານ ໃຫ້ມີຄວາມເຂັ້ມແຂງ, ໂຄສະນາດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາຢ້ຽມຢາມແຂວງສາລະວັນໃຫ້ຫລາຍຂື້ນ, ເຊິ່ງຈະເຮັດໃຫ້ວຽກງານການທ່ອງທ່ຽວມີການພັດທະນາໄປເທື່ອລະກ້າວ ແລະຄາດວ່າໃນຕົ້ນປີ 2023 ບໍລິສັດພັດທະນາແຫລ່ງທ່ອງທ່ຽວຕາດເຍືອງຈະເຂົ້າໄປພັດທະນາແຫລ່ງທ່ອງທ່ຽວດັ່ງກ່າວ ແລະຄາດວ່າຈະເປີດໃຫ້ບໍລິການ ໃນເດືອນ 4 ປີ 2023 ທີ່ຈະມາເຖິງນີ້.

ໃນໄລຍະຜ່ານ, ບໍລິສັດພັດທະນາແຫລ່ງທ່ອງທ່ຽວຕາດເຍືອງຍັງໄດ້ຮັບລາງວັນຫ້ອງນໍ້າສາທາລະນະສະອາດ ອາຊຽນ; ລາງວັນນັກທຸລະກິດດີເດັ່ນຂະແໜງການຈ້າງງານດີເດັ່ນອາຊຽນ ແລະລາງວັນການທ່ອງທ່ຽວຍືນຍົງອາຊຽນອີກດ້ວຍ.

ຂ່າວ: ບຸນນິກ