ສຳເລັດການແຂ່ງຂັນລາວສະຕາດອັບ

ວັນທີ 16 ທັນວາ ໄດ້ມີການເປີດງານເທສະການຕາດອັບ ແລະປິດລົງໃນວັນທີ 18 ທັນວາ 2022 ໂດຍເຂົ້າຮ່ວມຂອງທ່ານ ບຸນເພັງ ສີບຸນເຮືອງ ຫົວໜ້າກົມສົ່ງເສີມວິສາຫະກິດຂະຫນາດນ້ອຍ ແລະກາງ, ທ່ານ ພົງສະຫວັນ ພົມກອງ ຫົວໜ້າຫ້ອງການ IFC ປະຈໍາ ສປປ ລາວ, ພ້ອມກັນນັ້ນຍັງມີບັນດາອົງການຈັດຕັ້ງທັງພາກລັດ, ເອກະຊົນ, ນັກທຸລະກິດ, ຜູ້ປະກອບກິດຈະການທຸລະກິດ Startup ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການຈັດງານເທສະການສະຕາດອັບ ປະຈໍາປີ 2022 (STARTUP FEST2022) ເປັນການຜັນຂະຫຍາຍ ແລະຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງກ້ານເສດຖະກິດ ແລະການເງິນທີ່ລັດຖະບານປະກາດໃຊ້ໂດຍສະເພາະແມ່ນວຽກສົ່ງເສີມການສ້າງສະຕາດອັບໃຫ້ແກ່ SME ຖືເປັນກິດຈະກໍາໜຶ່ງ ທີ່ຜັນຂະຫຍາຍແຜນວຽກ ຂອງກະຊວງອຸດສາຫະກໍາ ແລະການຄ້າກໍ່ຄືກົດໝາຍສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະກາງ (ຈນກ) ລວມທັງແຜນພັດທະນາ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ 2021-2025 ທີ່ີໄດ້ປະກາດໃຊ້ໃນໄລຍະທີ່ຜ່ານມາ. ຊຶ່ງງານເທດສະການສຕາດອັບ 2022 (Lao Startup Fest 2022) ໃນປີນີ້ແມ່ນໄດ້ຈັດຂຶ້ນເປັນປີທີ 3 ເພື່ອເປັນການເຕົ້າໂຮມເອົາບັນດາຫົວໜ່ວຍທຸລະກິດ Startup ທີ່ມີຄວາມໂດດເດັ່ນໃນລາວ ເພື່ອມາສະແດງສັກກະຍະພາບ ແລະຄວາມສາມາດຂອງສະຕາດອັບໃນລາວ.

ສໍາລັບພາຍໃນງານປະກອບມີ 3 ກິດຈະກຳຫຼັກຄື: ການວາງສະແດງກ່ຽວກັບການບໍລິການຂອງບັນດາຜູ້ປະກອບກິດຈະການສະຕາດອັບ ໃນ ສປປ ລາວ ເຊິ່ງມີຜູ້ມາວາງສະແດງທັງໝົດ 20 ກວ່າຫົວໜ່ວຍ. ໃນນັ້ນຍັງໄດ້ຈັດກອງປະຊຸມສຳມະນາກ່ຽວກັບການລິເລີ່ມທຸລະກິດໃນຂະແໜງການຕ່າງໆ, ການຊອກ ແລະເຂົ້າຫາແຫຼ່ງທຶນ ບັນຫາແລະສິ່ງທ້າທາຍ ແລະຕ່າງໆທີ່ທຸລະກິດຄວນຮູ້ຈາກຜູ້ປະກອບກິດຈະການສະຕາດອັບຢູ່ພາຍໃນ ແລະຕ່າງປະເທດເຊິ່ງມີທັງໝົດ 8 ຫົວຂໍ້.

ການແຂ່ງຂັນ ລາວສະຕາດອັບ Lao Startup Awardເຊິ່ງໃນປີນີ້ມີຜູ້ສະໝັກແຂ່ງຂັນທັງໝົດຫຼາຍກວ່າ 70 ຫົວໜ່ວຍເພື່ອຊິງເງິນລາງວັນລວມເຖິງ 100 ລ້ານກີບ. ທີມທີ່ໄດ້ຮັບລາງວັນຊະນະເລີດໃນປີ 2022 ປີນີ້ແມ່ນທີມ ເທວບິດ (Telbiz), ລາງວັນນະວັດຕະກຳດີເດັ່ນແມ່ນທີມອາຣູເຄເຊິ່ນ (ARucation) ແລະ ລາງວັນຄວາມຄິດສ້າງສັນດີເດັ່ນແມ່ນທີມ ກຸບິ (GUBI).