ເລຂາພັກກະຊວງການເງິນໂອ້ລົມສະມາຊິກພັກ-ພະນັກງານ

ໃນວັນທີ 19 ທັນວາ 2022 ນີ້, ທີ່ກະຊວງການເງິນ, ສະຫາຍ ບຸນໂຈມ ອຸບົນປະສີດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການເງິນ, ໄດ້ໂອ້ລົມຕໍ່ສະມາຊິກພັກ-ພະນັກງານ ຄະນະພັກຮາກຖານຄັງເງິນແຫ່ງຊາດ, ໜ່ວຍພັກຮາກຖານກົມຄຸ້ມຄອງໜີ້ສິນສາທາລະນະ, ໜ່ວຍພັກຮາກຖານ ກົມການເງິນຕ່າງປະເທດ ແລະໜ່ວຍພັກຮາກຖານກົມນະໂຍບາຍການເງິນ.

ໂອກາດນີ້, ສະຫາຍ ບຸນໂຈມ ອຸບົນປະສີດ ໄດ້ຍົກໃຫ້ເຫັນ ປີ 2022 ແມ່ນສືບຕໍ່ປະເຊີນກັບຫລາຍດ້ານໂດຍສະເພາະການແຜ່ລະບາດຂອງພະຍາດ ໂຄວິດ-19 ທີ່ແກ່ຍາວ, ການຜັນແປຂອງສະພາບການຂອງພາກພື້ນ ແລະສາກົນ, ບັນຫາໄພເງິນເຟີ້, ລາຄາພະລັງງານມີຄວາມຜັນຜວນເຮັດໃຫ້ສົ່ງຜົນຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ທັງໃຫ້ເຫັນໄດ້ບັນຫາຢ່າງພາວະວິໄສ, ສາມາດວາງແຜນເພື່ອຮັບມືທີ່ດີກັບສະພາບການທີ່ເປັນສິ່ງທ້າທາຍໃນການປະຕິບັດແຜນໃນປີ 2022 ນີ້.

ແຕ່ເຖິງແນວໃດກໍຕາມພາຍໃຕ້ການຊີ້ນໍາ-ນໍາພາຂອງ ຄະນະບໍລິຫານງານສູນກາງພັກ, ຂອງສະພາແຫ່ງຊາດ, ຂອງລັດຖະບານ, ໄດ້ມີຄວາມຊ່ວຍໜູນສໍາຄັນແມ່ນການເຕົ້າໂຮມຄວາມສາມັກຄີໃນຮອບດ້ານ, ສົ່ງເສີມຂະຫຍາຍນໍ້າໃຈຮັກຊາດ, ຄວາມເສຍສະຫລະ, ການປະກອບສ່ວນຂອງສັງຄົມທຸກຊັ້ນຄົນເຮັດໃຫ້ສາມາດປະຄັບປະຄອງມາໄດ້ໃນການຄຸ້ມຄອງວຽກງານທາງດ້ານເສດຖະກິດ. ພ້ອມນັ້ນ, ຍັງໄດ້ເນັ້ນໃຫ້ບັນດາຄະນະພັກຮາກຖານ ແລະບັນດາສະມາຊິກພັກໃຫ້ສຸມໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະໃຫ້ຮັບປະກັນໄດ້ ແລະ ພ້ອມກັນ ປຶກສາຫາລືໃນບັນດາວຽກງານຕ່າງ ເພື່ອແກ້ໄຂສິ່ງທີ່ຍັງຄົງຄ້າງ ແລະ ເຫັນວ່າຍັງບໍ່ທັນໂລ່ງລ່ຽນ. ສໍາລັບທິດທາງໃນການສ້າງແຜນໃນປີ 2023 ແມ່ນຕ້ອງຮັບປະ ກັນລາຍຮັບ-ລາຍຈ່າຍພາຍໃນປົກກະຕິ ແລະໃຫ້ມີສ່ວນທີ່ເຫລືອໄວ້ເພື່ອສືບຕໍ່ແກ້ໄຂຄວາມຫຍຸ້ງຍາກທີ່ສະສົມ ແລະເພື່ອຮັບປະກັນບໍ່ໃຫ້ປະເທດຕົກເຂົ້າເປັນປະເທດທີ່ບໍ່ສາມາດຊໍາລະໜີ້ສິນໄດ້ ທັງສຸມໃສ່ວຽກງານຫັນເປັນທັນສະໄໝໃຫ້ເປັນຮູບປະທໍາຫລາຍຂຶ້ນ.

ນອກນັ້ນ, ຍັງໃຫ້ເຫັນໄດ້ບັນດາໜ້າວຽກຕ່າງໆທີ່ຈະໄດ້ພ້ອມກັນສຸມໃສ່ໃນການຈັດຕັ້ງປະຕິບັດໃນຕໍ່ໜ້າເປັນຕົ້ນ: ການເບີກຈ່າຍຂອງລາຍຮັບງົບປະມານແມ່ນຕ້ອງໄດ້ມີການກວດກາຄືນພາຍຫລັງເບີກຈ່າຍຂອງບັນດາຂະແໜງການຢ່າງລະອຽດ, ປັບປຸງບັນດາຂອດຂັ້ນຕ່າງໆ ໃນການເຮັດວຽກງານໂດຍໃຫ້ຫັນໄປນໍາໃຊ້ລະບົບທີ່ທັນສະໄໝເຂົ້າໃນການຄວບຄຸມ ຫລື ຄຸ້ມຄອງໃຫ້ຫລາຍຂຶ້ນ, ມີການປັບປຸງຄົ້ນຄວ້າບັນດານະໂຍບາຍຕ່າງໆ ໃຫ້ສອດຄ່ອງກັບສະພາບການໃນປັດຈຸບັນ, ມີການສະຫລຸບຖອດຖອນບົດຮຽນຄືນໃໝ່ໃນການປະຕິບັດວຽກງານຂອງຄັງເງິນແຕ່ລະແຂວງໃຫ້ມີຄວາມເປັນເອກະພາບໂດຍສະເພາະການບໍລິຫານແຫລ່ງເງິນ, ການສະຫລຸບລາຍງານຕ່າງໆຂອງຂະແໜງການກ່ຽວຂ້ອງໃຫ້ມີການປະສານງານຢ່າງກົມກຽວ.

ທັງນີ້, ກໍເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດວຽງານຂອງຂະແໜງລາຍຈ່າຍ ແລະຂະແໜງການປິ່ນອ້ອມໄດ້ມີຄວາມກຽມພ້ອມຊອກຫາກົນໄກວິທີການຕ່າງໆ ໃນການປະຕິບັດວຽກງານໃຫ້ໄດ້ຮັບຜົນສໍາເລັດ.

ຂ່າວ: ບຸນນິກ