ທ່ານ ອາຄົມ ພົມມະຫານ ຮັບຫລຽນໄຊແຮງງານ ຜົນງານດີເດັ່ນໃນຂະບວນການແຂ່ງຂັນຮັກຊາດ ແລະພັດທະນາ

 

ຈາກການເອົາໃຈໃສ່ໃນການພັດທະນາທຸລະກິດຂອງຕົນເອງ ແລະເຫັນຄວາມສຳຄັນການຊ່ວຍສັງຄົມໃນການປະກອບສ່ວນວຽກງານສຳຄັນຕ່າງໆຂອງຊາດ ແລະ ຜົນງານຫຼາຍຢ່າງຜ່ານມາປະສົບຜົນສຳເລັດເຮັດໃຫ້ ທ່ານ ອາຄົມ ພົມມະຫານ ອຳນວຍການບໍລິສັດທ່ອງທ່ຽວ ລາວກຮີນ ຮັບຫລຽນໄຊແຮງງານຜົນງານດີເດັ່ນໃນຂະບວນການແຂ່ງຂັນຮັກຊາດ ແລະພັດທະນາ.



ທ່ານ ອາຄົມ ພົມມະຫານ ອຳນວຍການບໍລິສັດທ່ອງທ່ຽວ ລາວກຣີນ ໃຫ້ຮູ້ວ່າ: ບໍລິສັດສ້າງຕັ້ງຂື້ນແຕ່ປີ 2014 ມີຄວາມທ້າທາຍຫຼາຍຢ່າງບໍ່ວ່າຈະເປັນການແຂ່ງຂັນທາງການຕະຫຼາດ ແລະລາຄາອີກດ້ວຍ; ບໍລິສັດເຮົາກໍ່ຄືແຫຼ່ງທ່ອງທ່ຽວສວນດອກໄມ້ໃນປ່າໃຫ່ຍນໍ້າຕົກຕາດຮ້ອຍຄົວ ໄດ້ມີຫຼາຍກິດຈະກຳ ເຊັ່ນ: ຊົມນໍ້າຕົກຕາດຮ້ອຍຄົວ,ຊົມສວນດອກໄມ້ ແລະທຳມະຊາດທີ່ແສນງົດງາມ ພ້ອມນີ້ຍັງມີກິດຈະກຳທີ່ນ່າຕື່ນເຕັ້ນ ຄື: ຂີ່ສະລີງ,ຂີ່ລອບຄອສ, ຂີ່ຊ້າງ,ໃຫ້ອາຫານຊ້າງ,ໃຫ້ອາຫານນົກ, ໃຫ້ອາຫານກະຕ່າຍ ແລະ ຊົມສັດນາໆຊະນິດໃນທ່າມກາງປ່າໃຫ່ຍ. ນອກນີ້ແຫຼ່ງທ່ອງທ່ຽວພວກເຮົາຍັງມີທີພັກ, ກາງເຕັ້ນ, ຮ້ານອາຫານ, ຮ້ານກາເຟ ໃຫ້ນັກທ່ອງທ່ຽວເຂົ້າມາໃຊ້ບໍລິການພ້ອມນີ້ຍັງມີຕະຫຼາດຊຸມຊົນໃຫ້ຊາວບ້ານມານັ່ງຂາຍເຄື່ອງແລະອາຫານພື້ນບ້ານໃຫ້ນັກທ່ອງທ່ຽວໄດ້ເບີ່ງໄດ້ຊົມໄດ້ຊີມກັນ. ສ່ວນສາຂາພວກເຮົາເອງແມ່ນບໍ່ມີການຂະຫຍາຍແຕ່ພວກເຮົາມີຕົວແທນບໍລິສັດຫຼາຍບໍລິສັດຈຳໜ່າຍຜະລິດຕະພັນຂອງພວກເຮົາ.

ແນ່ນອນບໍລິສັດພວກເຮົາກໍ່ເປັນສ່ວນນື່ງໃນການປະກອບສ່ວນໃຫ້ສັງຄົມຫຼາຍພໍສົມຄວນ ເຊັ່ນ: ພັກແລະລັດຖະບານຈັດກອງປະຊຸມຕ່າງໆທີ່ສຳຄັນຂອງຊາດ, ໄພພິບັດທຳມະຊາດໂດຍສະເພາະຊ່ວງການແຜ່ລະບາດພະຍາດໂກວິດ19. ທາງບໍລິສັດກໍ່ໄດ້ມີສ່ວນຮ່ວມໃນການປະກອບສ່ວນເພື່ອການພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງຂື້ນໄປເລື້ອຍໆ.

ເມື່ອບໍ່ດົນມານີ້, ຢູ່ແຂວງຫລວງພະບາງ ໄດ້ຈັດພິທີປະດັບການຍ້ອງຍໍໃຫ້ບຸກຄົນ ແລະກົມກອງ ທີ່ມີຜົນງານດີເດັ່ນໃນຂະບວນການແຂ່ງຂັນຮັກຊາດ ແລະພັດທະນາ 2016-2020 ແລະ ປະກາດເນື້ອໃນຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາແຕ່ນີ້ຮອດປີ 2025 ໂດຍມີ ທ່ານ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫລວງພະບາງ, ມີຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະ ການພັກ ແຂວງ, ອະດີດການນຳ, ເຈົ້າເມືອງ, ຫົວໜ້າພະແນກການ, ນັກທຸລະກິດ, ລັດວິສາຫະກິດ, ຄອບຄົວຕົວແບບເຂົ້າຮ່ວມ.

ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນດັ່ງກ່າວ, ໄດ້ຮັບການຜັນຂະຫຍາຍ ແລະຈັດຕັ້ງປະຕິບັດຢູ່ທຸກພາກສ່ວນ ເສດຖະກິດ-ສັງຄົມ ນັບທັງຄອບຄົວ, ຜູ້ປະກອບການຜະລິດ, ນັກທຸລະກິດ, ພໍ່ຄ້າ-ຊາວຂາຍໄດ້ມີສ່ວນຮ່ວມ ແລະ ສາມາດຄັດເລືອກໄດ້ພະແນກການ, ອົງການ, ກົມກອງ ແລະ ບຸກຄົນດີເດັ່ນໄດ້ຮັບການຍ້ອງຍໍໃນແຕ່ລະປະເພດປະ ກອບມີ: ຫລຽນໄຊແຮງງານຊັ້ນ I ມີ 126 ທ່ານ, ມີ 7 ກົມກອງ ແລະ 2 ເມືອງ; ຫລຽນໄຊແຮງງານຊັ້ນ II ມີ 346 ທ່ານ, ມີ 27 ກົມກອງ, 8 ບ້ານ, 1 ເມືອງ; ຫລຽນໄຊແຮງງານຊັ້ນ III ມີ 804 ທ່ານ, ມີ 49 ກົມກອງ ແລະ 8 ບ້ານ; ຫລຽນກາແຮງງານມີ 1.501 ທ່ານ, ມີ 61 ກົມກອງ ແລະ 72 ບ້ານ; ໃບຍ້ອງຍໍລັດຖະບານມີ 3.339 ທ່ານ, ມີ 61 ກົມກອງ ແລະ 72 ບ້ານ; ໃບຍ້ອງຍໍທ່ານເຈົ້າແຂວງມີ 4.285 ທ່ານ, ມີ 89 ກົມກອງ.

ສຳລັບກົມກອງລວມໝູ່, ພະແນກການເງິນແຂວງຫລວງພະບາງ, ໄດ້ຮັບຫລຽນໄຊແຮງງານຊັ້ນ I, ສຳລັບບຸກຄົນດີເດັ່ນ (ສາມສາຍຕັ້ງ ແລະ ວິທະຍາໄລການເງິນພາກເໜືອ) ໄດ້ຮັບຫລຽນໄຊແຮງງານຊັ້ນ I ຈໍານວນ 5 ທ່ານ, ຫລຽນໄຊແຮງງານຊັ້ນ II ຈໍານວນ 13 ທ່ານ, ຍິງ 13 ທ່ານ, ຫລຽນໄຊແຮງງານຊັ້ນ III ຈໍານວນ 28 ທ່ານ, ຍິງ 10 ທ່ານ, ຫລຽນກາແຮງງານ ຈໍານວນ 57 ທ່ານ, ຍິງ 29 ທ່ານ ແລະ ໄດ້ຮັບໃບຍ້ອງຍໍລັດຖະບານ ຈໍານວນ 73 ທ່ານ, ຍິງ 31 ທ່ານ.

ຂ່າວ: ບຸນນິກ ມະນີ