ທົ່ງໄຫຫີນ ເປັນອີກໜຶ່ງຈຸດແຫຼງທ່ອງທ່ຽວທີ່ມີຄວາມໝາຍຄວາມສຳຄັນທາງດ້ານປະຫວັດສາດທີ່ສັງຄົມໃຫ້ຄວາມສົນໃຈບໍ່ວ່າພາຍໃນ ແລະຕ່າງປະເທດຊຶ່ງພຽງ 11 ເດືອນ ປີ 2022 ຕົວເລກທັງໝົດ 43.229 ຄົນ.
ອີງຕາມຂໍ້ມູນ ຫ້ອງການມໍລະດົກໂລກໄຫຫີນແຂກເຂົ້າຊົມແຫຼ່ງມໍລະດົກໂລກໄຫຫີນ 11 ເດືອນປີ 2022 ທັງໝົດ 43.229 ຄົນ ໃນນັ້ນ ເດືອນ ມັນກອງແຂກຄົນລາວ 2.940 ຄົນ, ແຂກຕ່າງປະເທດ 40 ຄົນ, ກຸມພາ 3.300 ຄົນ, ຕ່າງປະເທດ 100 ຄົນ, ມີນາ 4.000 ຄົນ, ຕ່າງປະເທດ 100 ຄົນ, ເມສາ 5,900 ຄົນ,ຕ່າງປະເທດ 200 ຄົນ, ພຶດສະພາ 3.753 ຄົນ, ຕ່າງປະເທດ 196 ຄົນ, ມິຖຸນາ3.100 ຄົນ, ຕ່າງປະເທດ 300 ຄົນ, ກໍລະກົດ 3.900 ຄົນ ຕ່າງປະເທດ 500 ຄົນ,ສິງຫາ2.500 ຄົນ,ຕ່າງປະເທດ 200 ຄົນ,ກັນຍາ 2.000 ຄົນ,ຕ່າງປະເທດ 300 ຄົນ,ຕຸລາ 3.200 ຄົນຕ່າງປະເທດ 600 ຄົນ,ພະຈິກ 5.200 ຄົນ,ຕ່າງປະເທດ 900 ຄົນ ລວມທັງໝົດ 43.229 ຄົນ.
ຕະຫຼອດໄລຍະ 20 ກວ່າປີ ທີ່ຢາກໃຫ້ໄຫຫີນ ໄດ້ເຂົ້າເປັນມໍລະດົກໂລກ, ລັດຖະບານແຫ່ງ ສປປ ລາວ ແລະອົງການອຸຍແນດສະໂກໄດ້ມີການຮ່ວມມືກັນໃນການສຶກສາສຳຫຼວດ, ຄົ້ນຄວ້າ ແລະກຳນົດແຜນໃນການປົກປັກຮັກສາ ແລະຄຸ້ມຄອງມໍລະດົກທາງດ້ານວັດທະນະທໍາອັນລໍ້າຄ່າ ດັ່ງກ່າວໃຫ້ມີຄວາມຍືນຍົງ ແລະເກີດປະໂຫຍດສູງສຸດ ໂດຍສຸມໃສ່ບັນດາໜ້າວຽກທີ່ສຳຄັນ. ຈົນມາຮອດວັນທີ 25 ມັງກອນ 2018 ເອກະສານຄໍາຮ້ອງ ແລະເອກະສານແຜນແມ່ບົດແຫຼ່ງໄຫຫີນ ແຂວງຊຽງຂວາງ ໄດ້ຖືກຮັບຮອງຈາກລັດຖະບານແຫ່ງ ສປປ ລາວ ເປັນສະບັບສົມບູນ ໄດ້ສຳເລັດ ແລະ ຖືກນຳສົ່ງໄປຍັງສູນມໍລະດົກໂລກຂອງອົງການອຸຍແນດສະໂກຢ່າງເປັນທາງການ ແລະ ວັນທີ 20-30 ຕຸລາ 2018 ທາງອົງການອຸຍແນດສະໂກໄດ້ສົ່ງຜູ້ຊ່ຽວຊານ ຂອງອົງການອີໂຄມອດສ ລົງມາກວດກາເບິ່ງສະພາບຄວາມເປັນຈິງ ຂອງພື້ນທີ່ແຫຼ່ງໄຫຫີນ ແຂວງຊຽງຂວາງ; ໃນວັນທີ 10 ກໍລະກົດ 2019 ກອງປະຊຸມໃຫຍ່ ຄັ້ງທີ 43 ຂອງອົງການອຸຍແນດສະໂກ ໄດ້ຈັດຂຶ້ນຢູ່ເມືອງບາກູ ປະເທດ ອາແຊກໄບຊານ ໄດ້ຮັບຮອງເອົາ “ ໄຫຫີນ ” ເຂົ້າເປັນມໍລະດົກໂລກຢ່າງເປັນທາງການ.
ແຫຼ່ງມໍລະດົກໄຫຫີນ 11 ແຫ່ງທີ່ປະກອບດ້ວຍ 15 ອົງປະກອບໄດ້ກວມເອົາເນື້ອທີ່ຂະໜາດໃຫຍ່ ຊຶ່ງນອນຢູ່ໃນ 4 ເມືອງ ຂອງແຂວງຊຽງຂວາງຄື: ເມືອງແປກ, ເມືອງຜາໄຊ, ເມືອງພູກູດ ແລະ ເມືອງຄຳ ທີ່ປະກອບດ້ວຍໄຫຫີນໃຫຍ່-ນ້ອຍ ທີ່ຖືກຄວັດເຈາະຢ່າງປານີດ ຈຳນວນ 1.325 ໜ່ວຍ ຢັງຢາຍກັນຢູ່ ຊຶ່ງໜ່ວຍໄຫຫີນ ມີຂະໜາດ 1 ຫາ 3 ແມັດ, ມີແຜ່ນຫີນຈຳນວນໜຶ່ງອາດມີຄວາມເປັນໄປໄດ້ທີ່ຈະເປັນຝາປິດໄຫຫີນ, ບັນດາອົງປະກອບຕ່າງໆ ນັ້ນ ລ້ວນແຕ່ແມ່ນຫຼັກຖານທີ່ໂດດເດັ່ນທີ່ສຸດສະແດງໃຫ້ເຫັນຄວາມຈະເລີນຮຸ່ງເຮືອງ ຂອງຊຸມຊົນໃນສັງຄົມຍຸກເຫຼັກທີ່ເປັນຜູ້ສ້າງ ແລະນຳໃຊ້ບັນດາໄຫຫີນ ເຫຼົ່ານັ້ນຊຶ່ງມີອາຍຸລະຫວ່າງ 2.500-3.000 ປີ.
ໃນຈຳນວນ 15 ອົງປະກອບ ຂອງບັນດາແຫຼ່ງໄຫຫີນນັ້ນແມ່ນປະກອບມີ 5 ແຫຼ່ງໄຫຫີນໃຫຍ່ ຄື: ແຫຼ່ງໄຫຫີນ 1, ໄຫຫີນ 2, ໄຫຫີນ 3, ໄຫຫີນ 42 ແລະ ໄຫຫີນ 52. ຈາກນັ້ນ, ຍັງປະກອບມີ ແຫຼ່ງໄຫຫີນນ້ອຍເຊັ່ນ: ໄຫຫີນ 23, 25 ແລະ 28 ທີ່ຖືກຄັດເລືອກດ້ວຍເຫດຜົນທີ່ມີຄວາມໝາຍສໍາຄັນທາງດ້ານຫຼັກຖານບູຮານຄະດີ, ສ່ວນອີກ 3 ແຫຼ່ງແມ່ນຖືກຄັດເລືອກດ້ວຍເຫດຜົນທີ່ເປັນຕົວແທນ ໃຫ້ແກ່ແຫຼ່ງຕັດຫີນ ແລະ ແຫຼ່ງຜະລິດໄຫຫີນເຊັ່ນ: ແຫຼ່ງໄຫຫີນ 8, 21 ແລະ 12 ຕາມລໍາດັບ.
ໂອກາດຂຶ້ນກ່າວມອບໃບຢັ້ງຢືນທົ່ງໄຫຫີນແຂວງຊຽງຂວາງ ມໍຣະດົກໂລກແຫ່ງທີ 3 ຂອງ ສປປ ລາວ ຂອງທ່ານ ນາງ ສວນສະຫວັນ ວິຍາເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ກ່າວບາງຕອນທີ່ສຳຄັນວ່າ: ທົ່ງໄຫຫີນແຂວງຊຽງຂວາງ ໄດ້ຖືກຮັບຮອງໃຫ້ເປັນມໍຣະດົກໂລກຈາກອົງການອຸຍແນັສໂກ ໃນວັນທີ 10 ກໍລະກົດ 2019 ເຊິ່ງເປັນແຫ່ງທີ 3 ຂອງ ສປປ ລາວ ຖັດຈາກວັດພູຈໍາປາສັກ ແລະ ເມືອງມໍຣະດົກໂລກຫຼວງພະບາງ ມື້ນີ້ພວກເຮົາໄດ້ພ້ອມກັນມາເຕົ້າໂຮມ ເພື່ອສະເຫຼີມສະຫຼອງທົ່ງໄຫຫີນອັນເອກະລັກທີ່ເປັນມິ່ງຂວັນຂອງຊາວພວນແຂວງຊຽງຂວາງ ທີ່ມີປະຫວັດສາດຄວາມເປັນມາຍາວນານ ແລະ ມີຄຸນຄ່າອັນໂດດເດັ່ນລະດັບຈັກກະວານຄຽງຄູ່ແຜ່ນດິນຊຽງຂວາງ ນັບເປັນເວລາຫຼາຍພັນປີ ໂດຍມີວັດຖຸໄຫຫີນມໍຣະດົກໂລກ ຈຳນວນຫຼາຍກວ່າ 2.100 ໜ່ວຍ ທີ່ເຄີຍນຳໃຊ້ເຂົ້າໃນພິທີຊາປະນະກິດສົບໃນຍຸກເຫຼັກ ແລະ ໄດ້ກາຍມາເປັນຊື່ຂອງທົ່ງໄຫຫີນ. ຜ່ານການກະກຽມຮອບດ້ານ ແລະ ການຄອງຄອຍມາເປັນເວລາຍາວນານ 20 ກວ່າປີ ທີ່ຢາກໃຫ້ທົ່ງໄຫຫີນ ໄດ້ເປັນມໍຣະດົກໂລກ. ມາປະຈຸບັນນີ້ ຄວາມພະຍາຍາມກໍໄດ້ກາຍເປັນຄວາມຈິງ ສົມດັ່ງຄວາມຫວັງຕັ້ງໃຈ ແລະ ການຄອງຄອຍ ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ແລະ ປະຊາຊົນຊາວຊຽງຂວາງ ແມ່ນສຸດແສນມີຄວາມປິຕິຊົມຊື່ນຍິນດີເປັນຢ່າງຍິ່ງ. ແມ່ນກຽດສັກສີອັນສູງສົ່ງຂອງຊາດຢູ່ໃນເວທີລະດັບໂລກ. ມັນເຮັດໃຫ້ຊື່ສຽງ ແລະ ພາບພົດຂອງປະເທດຊາດຖືກໂຄສະນາເຜີຍແຜ່ໂດ່ງດັງໄປທົ່ວໂລກ ເຮັດໃຫ້ຊາວໂລກສົນໃຈຢາກມາທ່ຽວຊົມປະເທດລາວນັບມື້ນັບເພີ່ມຂຶ້ນ. ນາມມະຍົດແຫ່ງຄວາມເປັນມໍຣະດົກໂລກ ໄດ້ກະຕຸກຊຸກຍູ້ອຸດສະຫະກໍາການທ່ອງທ່ຽວທາງວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ ທີ່ມີຄຸນຄ່າຍອດຍິ່ງລະດັບໂລກ ແລະ ທັງເປັນແມ່ເຫຼັກດຶງດູດການລົງທຶນ, ການຮ່ວມມືສາກົນ, ການພັດທະນາລະບົບໂຄງລ່າງຮອບດ້ານ ຊຶ່ງເປັນການປະກອບສ່ວນອັນສຳຄັນໃຫ້ແກ່ການຫຼຸດຜ່ອນຄວາມທຸກຍາກ ໃຫ້ແກ່ປະຊາຊົນ, ເປັນການສ້າງວຽກເຮັດງານທຳໃຫ້ແກ່ຊຸມຊົນທ້ອງຖິ່ນ, ເປັນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ນັບດີຂຶ້ນ. ສັງລວມແລ້ວອາດເວົ້າໄດ້ວ່າການອະນຸລັກ ແລະ ການພັດທະນາ ແມ່ນໄດ້ຊຸກຍູ້ສົ່ງເສີມເຊິ່ງກັນ ແລະ ກັນ ເພາະເມື່ອພວກເຮົາຫາກມີຄວາມເຂົ້າໃຈເລິກຊຶ່ງໃນການພັດທະນາຢ່າງມີການວາງແຜນການຮອບຄອບ ໂດຍຄໍານຶງລ່ວງໜ້າເຖິງທ່າແຮງຂອງມໍຣະດົກທີ່ບັນພະບູລຸດໄດ້ປູພື້ນຖານໄວ້ໃຫ້ແລ້ວນັ້ນກໍຍ່ອມເຮັດໃຫ້ເກີດພະລັງແຮງຕໍ່ຍອດ ຊຸກຍູ້ຊຶ່ງກັນ ແລະ ກັນ, ກາຍເປັນຊັບພະຍາກອນການທ່ອງທ່ຽວທີ່ບໍ່ບົກແຫ້ງ, ຍືນຍົງ ແລະ ເປັນແມ່ແຮງທາງດ້ານເສດຖະກິດແບບສີຂຽວຂອງຊາດ. ທັງໝົດທັງມວນນັ້ນກໍແມ່ນ ເພື່ອຍົກໃຫ້ທົ່ວສັງຄົມເຫັນໄດ້ຄຸນຄ່າອັນແທ້ຈິງຂອງມໍຣະດົກ ແລະ ຜົນໄດ້ຈາກການນຳໃຊ້ຄຸນຄ່າຂອງມໍຣະດົກດັ່ງກ່າວ ໃນການປະກອບສ່ວນແກ້ໄຂບັນຫາຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ນັບດີຂຶ້ນ, ຊຶ່ງມັນກໍແມ່ນເປົ້າໝາຍຂອງນະໂຍບາຍ ຂອງພັກ ແລະ ລັດຖະບານ.
ຂ່າວ: ບຸນນິກ ມະນີ