ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 7 ທັນວາ 2022 ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະການລົງທຶນ (ຜທ) ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງກຳມາທິການແຜນການ, ການເງິນ ແລະ ການກວດສອບ ແລະສະມາຊິກສະພາແຫ່ງຊາດກ່ຽວກັບການປະຕິບັດເປົ້າໝາຍ 1 ຂອງແຜນພັດທະນາເສດຖະກິດ-ສັງຄົມ ເພື່ອໃຫ້ເສດຖະກິດເຕີບໂຕຕໍ່ ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະຍືນຍົງຕິດພັນກັບເປົ້າໝາຍທີ 3 ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວນັ້ນ ເປັນຕົ້ນ ການກໍານົດຕົວຊີ້ບອກຄຸນນະພາບ ແລະຍົກລະດັບຊີວິດການເປັນຢູ່ເນື່ອງຈາກຜ່ານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 2 ປີຜ່ານມາ: ລາຍໄດ້ແຫ່ງຊາດ (GNI) ຫຼຸດລົງຕໍ່ເນື່ອງຈາກສາເຫດອັດຕາເງິນເຟີ້ ແລະການຜັນຜວນຂອງອັດຕາແລກປ່ຽນທີ່ເພີ່ມຂຶ້ນສູງຊຶ່ງສະແດງໃຫ້ເຫັນຄວາມສາມາດຊື້ຕົວຈິງມີທ່າອ່ຽງຫລຸດລົງຕໍ່ເນື່ອງ. ພ້ອມນີ້, ອັດຕາວ່າງງານເຫັນວ່າຢູ່ໃນລະດັບສູງຍ້ອນກິດຈະກຳສ້າງວຽກເຮັດງານທຳ ແລະການສ້າງສີມືແຮງງານຂະຫຍາຍຕົວຈຳກັດ.
ຕໍ່ກັບບັນຫາດັ່ງກ່າວນີ້ ທ່ານ ຄຳເຈນ ວົງໂພສີ ລະບຸວ່າ: ບັນຫານີ້ແມ່ນມີຄວາມຫຍຸ້ງຍາກຫລາຍເພາະເປັນບັນຫາກວມລວມຂອງໂລກ ແລະເປັນຍ້ອນເງິນກີບປະເທດເຮົານັບມື້ອ່ອນຄ່າ, ສົມທົບກັບນະໂຍບາຍຕ່າງໆ ຂອງບັນດາປະເທດໃນໂລກ. ສະນັ້ນ, ຕົວຊີ້ບອກ ຂອງເປົ້າໝາຍດັ່ງກ່າວໃນປີ 2023 ແມ່ນຄວນສືບຕໍ່ຮັກສາໄວ້ກ່ອນ. ສິ່ງສໍາຄັນແມ່ນຕ້ອງໄດ້ສືບຕໍ່ປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມທຸກຍາກ ເສດຖະກິດ-ການເງິນ ຕາມ 3 ຫລັກການໃຫ້ຖືກຕ້ອງເຂັ້ມງວດ ແລະເປັນເອກະພາບກັນສູງກວ່າເກົ່າ.
ສຳລັບຄໍາຊັກຖາມກ່ຽວກັບຫລັກການ ແລະເງື່ອນໄຂການກໍານົດໂຄງປະກອບການຈັດສັນງົບປະມານການລົງທຶນຂອງລັດປີ 2023 ໃນ 3 ປະເພດໂຄງການຕາມການ ລາຍງານຂອງກະຊວງແຜນການ ແລະການລົງທຶນ ຄື: ໂຄງການໜີ້ສິນ 30,71%, ໂຄງການສືບຕໍ່ 57,68%, ໂຄງການສະເໜີໃໝ່ 11,53%, ທ່ານ ລັດຖະມົນຕີ ກໍໄດ້ຊີ້ແຈງວ່າ: ການກຳນົດໂຄງປະກອບການລົງທຶນ ສຳລັບປີ 2023 ຕາມທີ່ໄດ້ລະບຸໃນບົດແນະນຳການສ້າງແຜນ ສະບັບເລກທີ 1658/ກຜທ.ກຜ3 ລົງວັນທີ 20 ກໍລະກົດ 2022 ໄດ້ກຳນົດຄື: ໂຄງການຊຳລະໜີ້ 40-50%, ໂຄງການສືບຕໍ່ 30-40% ແລະ ໂຄງການໃໝ່ 10-15%, ແຕ່ຜ່ານການຈັດ ຕັ້ງປະຕິບັດຕົວຈິງ ຂະແໜງການ ແລະ ທ້ອງຖິ່ນຕ່າງໆ ໄດ້ສະເໜີຫາກະຊວງແຜນການ ແລະ ການລົງທຶນ ພັດບໍ່ໄດ້ໄປຕາມນັ້ນ. ຕາມການສັງລວມບັນຊີໂຄງການຈາກແຕ່ລະພາກສ່ວນແລ້ວ ສັດສ່ວນການນໍາໃຊ້ການລົງທຶນ ຂອງລັດ ປີ 2023 ແມ່ນໄດ້ອອກມາຕາມຄຳເຈາະຈີ້ມ ຂອງສະພາແຫ່ງຊາດ. ເຖິງຢ່າງໃດກໍຕາມ ເພື່ອບໍ່ໃຫ້ມີຄວາມຊັກຊ້າໃນການຈັດຕັ້ງປະຕິບັດຕົວຈິງຄືປີ 2022 ຈຶ່ງສະເໜີໃຫ້ສະພາແຫ່ງຊາດ ພິຈາລະນາຕາມການສະເໜີ ຂອງກະຊວງແຜນ ການ ແລະ ການລົງທຶນສາກ່ອນ, ສ່ວນການສະເໜີຂອງສະມາຊິກສະພາແຫ່ງຊາດຈຳນວນໜຶ່ງ ຕໍ່ກັບສັດສ່ວນໂຄງປະກອບການຈັດສັນສັດສ່ວນໃຫ້ນໍ້າໜັກໂຄງການຊໍາລະໜີ້ 50-60% ແມ່ນຈະໄດ້ປະຕິບັດໃນປີ 2024 ໂດຍຈະໄດ້ມີປຶກສາຫາລື ແລະ ຄົ້ນຄວ້າຮ່ວມກັນກັບ ພາກສ່ວນກ່ຽວ ຂ້ອງ ລວມທັງທ້ອງຖິ່ນຕ່າງໆແຕ່ຫົວທີທັງຄຳນຶງເຖິງແຫລ່ງລາຍຮັບບ້ວງເງິນເກີນແຜນຂອງແຕ່ລະທ້ອງຖິ່ນຕື່ມອີກ.
ຕໍ່ຄໍາຊັກຖາມ ທີ່ສະເໜີໃຫ້ຊີ້ແຈງການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການລົງທຶນຂອງລັດ ມາດຕາ18 ແລະ 19 ມີຜົນສັກສິດ ແລະ ມີຄວາມຫຍຸ້ງຍາກນັ້ນ ທາງລັດຖະ ບານຈະມີວິທີ ແລະ ມາດຕະການແກ້ໄຂເປັນຕົ້ນ ໃນເວລາຄົ້ນຄວ້າ, ປັບປຸງກົດໝາຍວ່າດ້ວຍການລົງທຶນ ຂອງລັດສະ ບັບເລກທີ 72/ສພຊ ປີ 2015 ເຫັນວ່າການເຕີບໂຕເສດ ຖະກິດໃນໄລຍະນັ້ນ ແມ່ນຂະຫຍາຍຕົວດີ ໃນລະດັບ 6-7%/ປີ, ການເກັບລາຍຮັບສາມາດເກັບໄດ້ຕາມແຜນ ແລະ ງົບປະມານການລົງທຶນ ກໍສາມາດປະຕິບັດການຊຳ ລະບັນດາໂຄງການຕ່າງໆໄດ້. ແຕ່ມາໃນໄລຍະຫລັງນີ້ ໂດຍສະເພາະນັບແຕ່ປີ 2020 ເປັນຕົ້ນມາ ການຂະຫຍາຍຕົວທາງດ້ານເສດຖະກິດນັບມື້ຫລຸດລົງ ຍ້ອນດ້ານໜຶ່ງທາງລັດຖະບານ ກໍມີຄວາມເຂັ້ມງວດໃນການຄຸ້ມຄອງຊັບພະ ຍາກອນທໍາມະຊາດ ແລະ ມາຮອດທ້າຍປີ 2019 ພັດມີການລະບາດ ຂອງພະຍາດໂຄວິດ-19 ຍິ່ງເຮັດໃຫ້ການເກັບລາຍຮັບບໍ່ໄດ້ຕາມຄາດໝາຍ ແລະ ມາຮອດໃນປີ 2022 ພັດໄດ້ຮັບຜົນກະທົບຈາກສະພາວະເສດຖະກິດໂລກຖົດຖອຍ ຍິ່ງເຮັດໃຫ້ການປະຕິບັດຄາດໝາຍຕ່າງໆມີຄວາມຫຍຸ້ງຍາກໂດຍສະເພາະແມ່ນທາງດ້ານງົບປະມານ. ອັນສຳຄັນນັ້ນແມ່ນຄ່າເງິນກີບນັບມື້ອ່ອນລົງ. ສະນັ້ນ, ເຖິງວ່າລາຍຮັບເປັນເງິນກີບ ເມື່ອທຽບໃສ່ປີ 2020 ແມ່ນເພີ່ມຂຶ້ນ. ແຕ່ລາຄາວັດສະດຸ, ຄ່າແຮງງານ ແລະອື່ນໆພັດສູງຂຶ້ນຈຶ່ງບໍ່ສາມາດປະຕິບັດໄດ້ຕາມມາດຕາ 18 ແລະ ມາດຕາ 19 ຂອງກົດໝາຍວ່າດ້ວຍການລົງທຶນຂອງລັດ. ຈາກສະພາບການດັ່ງກ່າວຕາມທັດສະນະ ຂອງກະຊວງແຜນ ການ ແລະ ການລົງທຶນແລ້ວ ການແກ້ໄຂບັນຫານີ້ ແມ່ນຕ້ອງແກ້ໄຂຕາມຄວາມສາມາດ ແລະເງື່ອນໄຂຕົວຈິງ ຂອງງົບປະມານສາກ່ອນ, ສຳລັບການສະເໜີຈະປັບປຸງມາດຕາ 18 ແລະ ມາດຕາ 19 ຂອງກົດໝາຍນັ້ນ ຂໍໃຫ້ສະພາແຫ່ງຊາດພິຈາລະນາຕາມທາງຄວນເພື່ອເປັນບ່ອນອີງໃຫ້ລັດຖະບານສືບຕໍ່ໄປຄົ້ນຄວ້າ.
ໂອກາດດຽວກັນ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຍັງໄດ້ຊີ້ແຈງບັນຫາ ການຈັດຕັ້ງປະຕິ ບັດແຜນການຈັດສັນງົບປະມານສຳລັບບັນດາຂະແໜງການ ເປັນຕົ້ນຂະແໜງເສດຖະກິດ, ວັດທະນະທຳ-ສັງຄົມ, ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ຂະແໜງສິ່ງແວດລ້ອມ ແລະ ການຈັດສັນງົບປະມານໃນຂະແໜງສຶກສາ. ບັນຫາດັ່ງກ່າວນີ້ ລັດຖະບານ ໄດ້ຄົ້ນຄວ້າກຳນົດໂຄງປະກອບການລົງທຶນຂອງລັດ ໃນຂົງເຂດວັດ ທະນະທຳ-ສັງຄົມ ໃຫ້ສູງຂຶ້ນ ເນື່ອງຈາກໃນໄລຍະຫລາຍປີຜ່ານມາ ມີຮ່ວງເງິນສຳລັບໂຄງການໃໝ່ຫລາຍສົມຄວນ, ແຕ່ນັບຕັ້ງແຕ່ປີ 2020 ເປັນຕົ້ນມາ ໂຄງການລົງທຶນຂອງລັດ ສ່ວນໃຫຍ່ແມ່ນສຸມໃສ່ໂຄງການຊຳລະໜີ້, ໂຄງການສືບຕໍ່ເທົ່ານັ້ນ, ສ່ວນໂຄງການກໍ່ໃໝ່ແມ່ນໄດ້ກໍານົດແຕ່ອັນທີ່ຈຳເປັນ ແລະ ທີ່ພົວພັນວຽກງານຄວາມໝັ້ນຄົງ, ໄພພິບັດເທົ່ານັ້ນ, ຈຶ່ງບໍ່ກຳນົດໂຄງປະກອບຕາມຂະແໜງການຄືຜ່ານມາ.
ຂ່າວ: ຂປລ. ມະນີທອນ, ພາບ: ຂັນໄຊ