ເປີດນຳໃຊ້ອະນຸສາວະລີນັກບິນທະຫານ ອະດີດສະຫະພາບໂຊວຽດ ທີ່ເສຍຊີວິດຢູ່ລາວ

ພິທີເປີດນຳໃຊ້ ອະນຸສາວະລີນັກບິນທະຫານ ອະດີດສະຫະພາບໂຊວຽດ ທີ່ເສຍຊີວິດໃນການປະຕິບັດພັນທະສາກົນຢູ່ ສປປ ລາວ ຈັດຂຶ້ນໃນວັນທີ 6 ທັນວາ 2022 ທີ່ບ້ານອາກາດ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ. ທັງນີ້, ກໍເພື່ອການສະແດງເຖິງຄວາມຮູ້ບຸນຄຸນ ແລະລໍ້າລຶກເຖິງບັນດານັກບິນທະຫານດັ່ງກ່າວ, ພ້ອມທັງສະແດງໃຫ້ເຫັນເຖິງສັນຍາລັກ ແຫ່ງຄວາມສາມັກຄີຮ່ວມສໍາພັນ ລະຫວ່າງ ປະຊາຊົນສອງຊາດ ລາວ-ຣັດເຊຍ. ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ; ສະຫາຍ ວະລາດີເມຍ ກາລີນິນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສ ຣັດເຊຍ ປະຈໍາສປປ ລາວ ພ້ອມດ້ວຍພະນັກງານກ່ຽວຂ້ອງສອງຝ່າຍ.

ໃນໂອກາດນີ້, ສະຫາຍ ວະລາດີເມຍ ກາລີນິນ ໄດ້ກ່າວ່າ: ອະນຸສາວະລີແຫ່ງນີ້ຈະກາຍເປັນສັນຍາລັກຂອງສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງ ສອງປະເທດ, ເປັນຫລັກໝັ້ນເຊິ່ງກັນ ແລະກັນໃນການເພີ່ມທະວີການພົວພັນ ຄູ່ຮ່ວມມືຍຸດທະສາດຮອບດ້ານ, ຄວາມປາຖະໜາຂອງປະຊາ ຊົນ ຣັດເຊຍ ແລະ ລາວ ເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະພາກພື້ນອາຊີ-ປາຊີຟິກ. ນອກຈາກນີ້ ສະຖານທີ່ດັ່ງກ່າວຍັງເປັນການລະນຶກເຖິງຜົນງານຂອງວິລະຊົນ ທີ່ເສຍຊີວິດໃນປະເທດລາວ ເຊິ່ງເປັນຕົວຢ່າງແຫ່ງຄວາມກ້າຫານ ແລະຄວາມຢືດຢຸ່ນສໍາລັບທຸກຄົນ. ພ້ອມທັງເຊື່ອໝັ້ນວ່າມັນຈະຄົງຢູ່ໃນຄວາມຊົງຈຳຂອງປະຊາຊົນທັງສອງປະເທດ ແລະ ຈະປະກອບສ່ວນເຂົ້າໃນການພັດທະນາເພີ່ມທະວີການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງ ຣັດເຊຍ ແລະລາວຕື່ມອີກ.

ໂອກາດດຽວກັນ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວວ່າ: ອະນຸສາວະລີນັກບິນທະຫານ ອະດີດສະຫະພາບໂຊວຽດ ທີ່ເສຍຊີວິດຢູ່ ສປປ ລາວ ເປັນສັນຍາລັກ, ນໍ້າໃຈໄມຕີຈິດມິດຕະພາບ, ຄວາມເຄົາລົບຮັກຂອງລັດຖະບານ, ກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ຕໍ່ນັກບິນທະຫານອາດີດສະຫະພາບໂຊວຽດ ທີເສຍສະຫລະຊີວິດໃນການປະຕິບັດພັນທະສາກົນ. ລັດຖະບານແຫ່ງ ສປປ ລາວ ພ້ອມດ້ວຍປວງຊົນລາວທັງຊາດ ມີຄວາມພາກພູມໃຈ ແລະ ປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ເຫັນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອອັນດີງາມ ທີ່ມີມາແຕ່ຍາວນານ ລະຫວ່າງສອງຊາດ, ສອງກອງທັບ ລາວ-ຣັດເຊຍ ໄດ້ຮັບການພັດທະນາ ແລະ ກ້າວເຂົ້າສູ່ລວງເລິກ ໃນທຸກຂົງເຂດວຽກງານນັບມື້ຫລາຍຂຶ້ນ ເປັນຕົ້ນແມ່ນ ໃນໄລ ຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ສປປ ລາວ ແລະ ສ ຣັດເຊຍ ໄດ້ສືບຕໍ່ພົວພັນຮ່ວມມືກັນເລິກເຊິ່ງຍິ່ງຂຶ້ນ, ສ ລັດເຊຍ ໄດ້ເພີ່ມທະວີການສະໜັບສະໜູນຊ່ວຍເຫລືອ ສປປ ລາວ ໃນທຸກດ້ານ: ດ້ານການເມືອງ, ເສດຖະກິດ, ການສຶກສາ, ສາທາລະນະສຸກ, ວິທະຍາສາດເຕັກໂນໂລຊີ,ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ອັນພົ້ນເດັ່ນແມ່ນໄດ້ສ້າງຊັບພະຍາກອນມະນຸດ, ສ້າງພື້ນຖານໂຄງລ່າງວັດຖຸເຕັກນິກໃຫ້ແກ່ ສປປ ລາວ. ບັນດາກິດຈະກຳທີ່ໄດ້ຮັບການກໍ່ສ້າງ ມັນໄດ້ກາຍເປັນສັນຍາລັກ ການຊ່ວຍເຫລືອຂອງ ສ ຣັດເຊຍ ຕໍ່ ສປປ ລາວ.

ສະເພາະກອງທັບປະຊາຊົນລາວ ແລະກອງທັບ ສະຫະພັນຣັດເຊຍ ໄດ້ມີການພົວພັນສະໜິດແໜ້ນນຳກັນນັບແຕ່ດົນນານ, ປັດຈຸບັນການພົວພັນຂອງທັງສອງກອງທັບລາວ ແລະ ຣັດເຊຍ ຍິ່ງໄດ້ກ້າວສູ່ລວງເລິກ ແລະ ເປັນຮູບປະທຳຫລາຍຂຶ້ນ. ໄລຍະທີ່ຜ່ານມາ ນອກຈາກການຮ່ວມມືທາງດ້ານການແລກ ປ່ຽນຄະນະຜູ້ແທນນຳກັນເປັນປະຈໍາແລ້ວ ກໍຍັງໄດ້ມີການພົວພັນທາງດ້ານການກໍ່ສ້າງບຸກຄະລະກອນ, ການຊ້ອມຮົບຮ່ວມກັນ, ການຊ່ວຍເຫລືອດ້ານເຕັກນິກການທະຫານ, ການຊ່ວຍເຫລືອດ້ານມະນຸດສະທຳ ແລະ ການສະໜອງອຸປະກອນເຕັກນິກການທະຫານ. ສອງກະຊວງປ້ອງກັນປະເທດ ລາວ-ຣັດເຊຍ ໄດ້ມີສັນຍາຮ່ວມກັນຫລາຍລະດັບທັງຂັ້ນລັດຖະບານ, ຂັ້ນກະຊວງປ້ອງກັນປະເທດດ້ວຍກັນ, ທັງນີ້ກໍເພື່ອແນໃສ່ຮັດແໜ້ນຄວາມສາມັກຄີຊ່ວຍເຫລືອກັນລະຫວ່າງສອງລັດຖະບານ, ສອງກະຊວງປ້ອງກັນປະເທດລາວ-ຣັດເຊຍ, ເປັນການຍົກລະດັບຄວາມສາມາດຂອງກອງທັບປະຊາຊົນລາວ ໃນການປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໃຫ້ໝັ້ນຄົງ.
ຂ່າວ: ຂປລ. ກິດຕາ ພາບ: ຄຕພ