ໃຕ້ການນຳພາຂອງພັກ-ລັດ ບໍລິສັດ ຮຸ່ງເຮືອງລາວເຕີບໃຫຍ່

ຈາກທິດຊີ້ນຳພາຂອງພັກ-ລັດໂດຍສະເພາະນະໂຍບາຍໃນເລື່ອງຂອງການຮ່ວມມື ລັດ ແລະທຸລະກິດ ເປັນສິ່ງສຳຄັນຂອງການພັດທະນາປະເທດຊາດ ບໍລິສັດ ຮຸ່ງເຮືອງລາວ ໂລເຈັສຕິກ ຈຳກັດຜູ້ດຽວຊຶ່ງຕະຫຼອດການດຳເນີນທຸລະກິດຜ່ານມາຖືເປັນໝາກຜົນສຳເລັດຂອງບໍລິສັດທີ່ໄດ້ເອົາໃຈໃສ່ພັດທະນາທຸລະກິດທີ່ເປັນແບບຢ່າງພົ້ນເດັ່ນຢູ່ລະດັບ ແຖວໜ້າລາວຊຶ່ງສາມາດເບິ່ງເຫັນໝາກຜົນຈຶ່ງເຮັດໃຫ້ບໍລິສັດຮັບລາງວັນນັກທຸ ລະກິດດີເດັ່ນ 2 ປີ.

ທ່ານນາງ ຄັດທະຈັນ ຈັນທະບູລີ ປະທານບໍລິສັດ ຮຸ່ງເຮືອງລາວ ໂລເຈັສຕິກ ຈຳກັດຜູ້ດຽວ ໃຫ້ຮູ້ວ່າ: ໜຶ່ງໃນນັກທຸລະກິດຍິງທີ່ມີຄວາມສາມາດໃນການບໍລິການຊຶ່ງຈັດຢູ່ລະດັບແຖວໜ້າຂອງປະເທດບໍລິສັດ ຮຸ່ງເຮືອງລາວ ໂລເຈັສຕິກ ຈຳກັດ ເປັນບໍລິສັດຂອງຄົນລາວ 100% ສ້າງຕັ້ງຂຶ້ນປີ 2009 ພາຍໃຕ້ການເປັນປະທານທ່ານນາງ ຄັດທະຈັນ ຈັນທະບູລີ ໃນການດຳເນີນທຸລະກິດດ້ານ ໂລເຈັສຕິກ ໂດຍໃຫ້ບໍລິການສິນຄ້າລະຫວ່າງປະເທດທີ່ສະໜາມບິນສາກົນວັດໄຕ, ຂົນສົ່ງສິນຄ້າທາງບົກ, ທາງອາ ກາດທັງພາຍໃນ ແລະຕ່າງປະເທດ, ການບໍລິການຫຸ້ມຫໍ່ສິນຄ້າ ແລະການບໍລິການເອກະສານນຳເຂົ້າ-ສົ່ງອອກ ຊຶ່ງເພິ່ນເນັ້ນຫົວໃຈສຳຄັນຫຼັກຂອງການບໍລິການທຸກຂັ້ນຕອນຈົນເປັນທີ່ຍອມຮັບຂອງສາກົນ.

ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 47 ປີ ຂ້າພະເຈົ້າ ໃນນາມເປັນຄົນລາວຜູ້ໜຶ່ງ ຮູ້ສຶກມີກຽດ ແລະພາກພູມໃຈເປັນຢ່າງຍິ່ງທີ່ໄດ້ເກີດເປັນຄົນລາວທີ່ມີມູນເຊື້ອອັນອົງອາດກ້າແກ່ນບໍ່ຍອມຈໍານົນຕໍ່ຊາດອື່ນພວກເຮົາມີບັນພະບູລຸດຂອງຊາດລາວ ແລະ ມີພັກປະຊາຊົນປະຕິວັດລາວນໍາພາຕໍ່ສູ້ກູ້ຊາດຈົນສາມາດປົດປ່ອຍປະເທດຊາດອອກຈາກແອກປົກຄອງຂອງພວກລ່າເມືອງຂຶ້ນ ແລະສະໝຸນບໍລິວານຂອງພວກເຂົາໄດ້ຢ່າງສົມບູນ ແລະສະຖາປະນາປະເທດຊາດເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສະຫງ່າອົງອາດໃນວັນທີ 2 ທັນວາ ປີ1975, ພັກປະຊາຊົນປະຕິວັດລາວ ໄດ້ນໍາພາປວງຊົນລາວທັງຊາດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ປະຊາຊົນມີຄວາມຢູ່ເຢັນເປັນສຸກ, ປະເທດຊາດມີຄວາມຈະເລີນມາເປັນກ້າວໆ ຈົນເທົ່າທຸກວັນນີ້ ແລະຕໍ່ໆໄປ.

ແນວໃດກໍ່ຕາມຊຶ່ງຕະຫຼອດການດໍາເນີນທຸລະກິດຜ່ານມາຖືກວ່າເປັນໝາກຜົນສຳເລັດຂອງບໍລິສັດທີ່ໄດ້ເອົາໃຈໃສ່ພັດທະນາທຸລະກິດທີ່ເປັນແບບຢ່າງຝົນເດັ່ນຮອບດ້ານ ຢູ່ໃນລະດັບແຖວໜ້າຂອງລາວ ແລະເປັນທີ່ຮູ້ຈັກກັນດີຊຶ່ງສາມາດເບິ່ງເຫັນການທີ່ບໍລິສັດໄດ້ຮັບລາງວັນນັກທຸລະກິດດີເດັ່ນ 2 ຄັ້ງຕິດຕໍ່ກັນ.

ສຳລັບຈຸດທີ່ພົ້ນເດັ່ນທີ່ສຳຄັນກໍ່ຄືສາງສິນຄ້າລະຫວ່າງປະເທດທີ່ສະໜາມ ບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ທີ່ສາມາດຈັດເກັບສິນຄ້າ ແລະຄວບຄຸມໂດຍລະບົບທີ່ຖືຕ້ອງທັນສະໄໝໂດຍສາມາດຮອງຮັບທຸກສາຍການບິນທີ່ເຂົ້າມາໃນ ສປປ ລາວ ໂດຍເປັນຜົນງານອັນໜຶ່ງທີ່ພົ້ນເດັ່ນໃນວົງການຂົງເຂດສະໜາມບິນຂອງລະດັບປະເທດທຽບເທົ່າສາກົນ.

ທ່ານ ນາງ ຄັດທະຈັນ ຈັນທະບູລີ ໃຫ້ຮູ້ຕື່ມວ່າ: ສາງສິນຄ້າພວກເຮົາ ແມ່ນປະກອບມີອາຄານໄດ້ຮັບການກວດສອບຮັບຮອງຈາກໜ່ວຍງານອົງການລະດັບສາກົນ ICAO ແລະ OCAL ເນື້ອທີ່ຫຼັກຂອງສາງແມ່ນປະກອບໄປດ້ວຍການຈັດສັນຈັດສວນຕ່າງໆ ເມື່ອຮັບຮອງການຈັດເກັບມ້ຽນສິນຄ້າຫຼາຍປະເພດຕາມລັກການສາກົນເຊ…
ນອກຈາກນີ້ຍັງມີບໍລິສັດໃນເຄືອຄືບໍ່ ລິສັດ ເຄຊີອາເວຍຊັນເຊີວິດຈຳກັດ ທີ່ບໍ່ລິການດ້ານການບໍາລຸງຮັກສາສ້ອມແປງ ເຮືອບິນ ແລະອຸປະກອນຮັບໃຊພາກພື້ນດິນກ່ຽວກັບສະໜາມບິນ ແລະ ທາງບໍລິ ສັດມີຮຸ້ນສ່ວນບໍລິສັດຢູ່ເຊັນໂລເຈສ ຕິກ ຊຶ່ງເປັນບໍລິສັດຂອງປະເທດຍີ່ປຸ່ນ ທີ່ໃຫຍ່ມີຄຸນນະພາບ ແລະມີເຄື່ອຂ່າຍໃນທົ່ວໂລກເມື່ອໄດ້ມາເປີດເປັນບໍລິສັດ ຢູ່ເຊັ່ນລາວຈຳກັດກໍ່ນັບວ່າ ເປັນບົດບາດໜຶ່ງ ແລະໃຫ້ເຮົາມີວິໄສທັດປະສົບການເພີ່ມຂຶ້ນຢ່າງກວ້າງໄກ.

ບໍລິສັດ HHL ເປັນການບໍລິຫານງານຂອງນັກທຸກລະກິດຍິງລາວທີ່ມີຄວາມສາມາດຮອບດ້ານເປັນຄົນຄິດກວ້າງໄກໃນການບໍລິຫານງານມີວິໄສທັດມິຕະພາບກັບຄູ່ຮ່ວມທຸລະກິດເຮັດໃຫ້ການດຳເນີນທຸລະກິດຜ່ານມາໂດຍສະເພາະວົງການນັກທຸລະກິດພາຍໃນ ແລະຕ່າງປະເທດໄດ້ເປັນທີ່ຮູ້ຈັກ ແລະໃຫ້ການຍອມຮັບ.

ນອກຈາກທາງບໍລິສັດຈະເນັ້ນເອົາໃຈໃສ່ເລື່ອງທຸລະກິດແລ້ວໃນໄລຍະຜ່ານມາກໍ່ຄືຊ່ວງການແຜ່ລະບາດຂອງພະຍາດໂຄວິດບໍລິສັດແມ່ນເລັ່ງສຸມໃສ່ປະກອບສ່ວນຊ່ວຍເຫຼືອດ້ານການນໍາເຂົ້າວັກຊິນ, ອຸປະກອນການແພດເຄື່ອງໃຊ້ທີ່ຈຳເປັນໃຫ້ແພດຕ່າງໆທີ່ມາຮັບໃຊ້ປິ່ນປົວ.

ສຸດທ້າຍໃນນາມປະທານບໍລິສັດຂໍສະແດງຄວາມຂອບໃຈ ແລະຮູ້ບຸນຄຸນມາຍັງການນຳພັກ-ລັດ ທີ່ໃຫ້ອຳນວຍຄວາມສະດວກ ແລະໃຫ້ການສະໜັບສະໜູນທາງບໍລິສັດຕະຫຼອດມາໃຫ້ບໍລິສັດ ໄດ້ມີການພັດທະນາຂຶ້ນ ເຮັດໃຫ້ທຸລະກິດ ຂອງພວກເຮົາໄດ້ຢືນຢູ່ໃນລະດັບຕົ້ນໆ ຂອງປະເທດ ແລະທຽບເທົ່າສາກົນ ແລະທີ່ສໍາຄັນຂອບໃຈລູກຄ້າທຸກພາກສ່ວນທີ່ໄດ້ໃຫ້ຄວາມໄວ້ວາງໃຈບໍລິສັດຕະຫຼອດມາ ແລະພວກເຮົາຈະພະຍາຍາມປັບປຸງ ແລະພັດທະນາດີຂຶ້ນເພື່ອຮັບໃຊ້ສັງຄົມຄືພວກທານຕະຫຼອດໄປ.