ເລຂາທິການໃຫຍ່ ປະທານປະເທດ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຊວນ ຖັງ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ,ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈີ່ມິງ ປະທານສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ໃນວັນທີ 5 ທັນວາ 2022 ທີ່ຫ້ອງວ່າການສູນກາງພັກ.

ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະຕີລາຄາສູງຕໍ່ ສະຫາຍ ຫງວຽນ ຊວນ ຖັງ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການສະເຫລີມມສະຫລອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດ ນາມ, ທັງເປັນການຮັດແໜ້ນຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານໃນທຸກຂົງເຂດວຽກງານ ໂດຍສະເພາະການຮ່ວມມືໃນຂົງເຂດວຽກງານສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ-ສະຖາບັນການເມືອງແຫ່ງຊາດໂຮ່ຈີ່ມິງ ສສ ຫວຽດນາມ ໃຫ້ໄດ້ຮັບການພັດທະນາ ແລະສືບຕໍ່ໃຫ້ການຊ່ວຍເຫລືອເຊິ່ງກັນ ແລະກັນຕະຫລອດໄປ, ພ້ອມນັ້ນ ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານກໍຄືປະຊາຊົນຫວຽດນາມທີ່ຍາມໃດກໍໄດ້ໃຫ້ການຊ່ວຍເຫລືອແກ່ ສປປ ລາວ ມາໂດຍຕະຫລອດ, ພ້ອມທັງສະແດງຄວາມຫວັງວ່າການພົວພັນຮ່ວມມືລະຫວ່າງສອງປະເທດ ທີ່ມີມາແຕ່ດົນນານແລ້ວນັ້ນຈະໄດ້ຮັບການພັດທະນາ ແລະສືບຕໍ່ພັດທະນາຂຶ້ນໄປຢ່າງບໍ່ຢຸດຢັ້ງ.

ໃນໂອກາດດຽວກັນ, ສະຫາຍ ຫງວຽນ ຊວນ ຖັງ ກໍໄດ້ສະແດງຄວາມຂອບໃຈມາຍັງສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງແຈ້ງໃຫ້ຊາບເຖິງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ແລະເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້.
ຂ່າວ: ຂປລ. ໜັງສືພິມປະຊາຊົນ