ເລີ່ມໂຄງການທົດລອງໃຊ້ສະຖານີສາກ ແລະລົດຂັບເຂື່ອນດ້ວຍພະລັງງານໄຟຟ້າ

   ວັນທີ 2 ເມສາຜ່ານມາທີ່ນະຄອນຫຼວງວຽງຈັນ ກະຊວງພະລັງງານ ແລະບໍ່ແຮ່ໄດ້ຈັດພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈໂຄງການສາທິດທົດລອງນຳໃຊ້ສະຖານີສາກ ແລະ ລົດທີ່ຂັບເຂື່ອນດ້ວຍພະລັງງານໄຟຟ້າໃນລາວ ໂດຍການເປັນປະທານຂອງທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ ທ່ານ ບຸນອູ້ມ ສີວັນເພັງ ຜູ້ອຳນວຍການລັດວິສາຫະກິດໄຟຟ້າລາວ, ທ່ານ ບຸນເລີດ ຫຼວງປະເສີດ ປະທານບໍລິສັດລົດທີ່ຂັບເຂື່ອນດ້ວຍພະລັງງານໄຟຟ້າ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ ຄຳມະນີ ອິນທິລາດ ໃຫ້ຮູ້ວ່າ: ພຽງໄລຍະ 10 ປີ ສປປ ລາວ ໄດ້ພັດທະນາແຫຼ່ງຜະລິດພະລັງງານໄຟຟ້າດ້ວຍລະດັບ ແລະຈັງຫວະຂອງການຂະຫຍາຍ ຕົວທີ່ກ້າວກະໂດດໝາຍຄວາມວ່າເມື່ອປີ 2005 ສປປ ລາວ ມີເຂື່ອນທີ່ພວມຜະລິດພະລັງງານໄຟຟ້າພຽງພໍແຕ່  9 ແຫ່ງ, ມີກຳລັງການຕິດຕັ້ງພຽງແຕ່ 679,5 ເມກາວັດ, ສາມາດຜະລິດພະລັງງານໄຟຟ້າໄດ້ພຽງແຕ່ 3.2 ພັນກິກາວັດໂມງຕໍ່ປີເທົ່ານັ້ນ.

   ແຕ່ມາຮອດປະຈຸບັນ ສປປ ລາວ ມີແຫຼ່ງຜະລິດພະລັງງານໄຟຟ້າທັງໝົດ 61 ແຫ່ງ, ດ້ວຍກຳລັງການຕິດຕັ້ງທັງ ໝົດ 7.2 ພັນກິໂລວັດ ແລະສາມາດຜະ ລິດພະລັງງານໄຟຟ້າໄດ້ເຖິງ 37 ພັນ ກິກາວັດໂມງຕໍ່ປີ, ປະຈຸບັນມີ 39 ແຫຼ່ງ ຜະລິດພະລັງງານໄຟຟ້າ ຊຶ່ງມີກຳລັງຕິດຕັ້ງທັງໝົດ 4.9 ພັນເມກາວັດ ແລະສາມາດຜະລິດພະລັງງານໄຟຟ້າໄດ້ເຖິງ 24.5 ພັນກາວັດໂມງຕໍ່ປີ, ທີ່ພວມລົງມືກໍ່ສ້າງ ແລະກຳລັງຈະລົງມືກໍ່ສ້າງຄາດວ່າຈະສຳເລັດທັງໝົດປີ 2020 ຫາ 2021 ແລະໃນເວລານັ້ນ ສປປ ລາວ ເຮົາຈະມີແຫຼ່ງຜະລິດພະລັງງານໄຟຟ້າ 100 ແຫ່ງ, ມີກຳລັງຕິດຕັ້ງປະມານ 12.1 ພັນເມກາວັດ ແລະມີກຳລັງຜະລິດປະມານ 61.8 ພັນກິກາວັດໂມງຕໍ່ ປີ, ໃນນີ້ປະມານ 85% ຈະສົ່ງອອກໄປຈຳໜ່າຍຢູ່ຕ່າງປະເທດ.

 ການເປີດໂຄງການສາທິດທົດລອງນຳໃຊ້ສະຖານີສາກ ແລະລົດທີ່ຂັບເຂື່ອນດ້ວຍພະລັງງານໄຟຟ້າໃນ ສປປ ລາວ ໃນເທື່ອນີ້ເປົ້າໝາຍຫຼັກແມ່ນການສົ່ງເສີມການນຳໃຊ້ພະລັງງານສະອາດເຂົ້າໃນຂະແໜງຄົມມະນາຄົມ-ຂົນສົ່ງ ຊຶ່ງແມ່ນຍຸດທະສາດການພັດທະນາໜຶ່ງໃນ 7 ຍຸດທະສາດບຸລິມະສິດຂອງກະຊວງພະລັງ ງານ ແລະບໍ່ແຮ່, ທັງເປັນສ່ວນໜຶ່ງຂອງໜ້າວຽກການປະຢັດ ແລະອະນຸລັກພະລັງງານຂອງລັດຖະບານ.

  ດັ່ງນັ້ນບັນດາການພັດທະນາພະລັງງານເປັນບຸລິມະສິດໜຶ່ງທີ່ສຳຄັນໄດ້ມີການພັດທະນາ ແລະມີການປັບປຸງໂຄງສ້າງອຸດສາຫະກຳພະລັງງານ, ການຍົກລະ ດັບຄວາມສາມາດທາງດ້ານວິຊາການໄປຄຽງຄູ່ກັບການນຳໃຊ້ເຕັກນິກ, ເຕັກໂນໂລຊີທັນສະໄໝ, ນຳໃຊ້ຊັບພະຍາກອນທຳມະຊາດຢ່າງມີປະສິດທິພາບ, ປະ ຢັດ ແລະມີປະສິດທິຜົນສູງສຸດ, ຫັນເອົາການພັດທະນາພະລັງງານເປັນອຸດສາຫະກຳ ແລະຫັນເປັນທັນສະໄໝ, ສະໜອງພະລັງງານໃຫ້ແກ່ພາກຄົມມະນາ ຄົມ-ຂົນສົ່ງຢ່າງພຽງພໍ, ການພັດທະນາພະລັງງານຕາມທິດສີຂຽວ, ສະອາດ ແລະຍືນຍົງເພື່ອຫຼຸດຜ່ອນການນຳເຂົ້ານໍ້າມັນເຊື້ອໄຟຈາກຕ່າງປະເທດ.

ຂ່າວ: ວົງມະນີ