ເງິນກີບອ່ອນຄ່າຍ້ອນການຄຸ້ມຄອງເງິນຕາບໍ່ທັນຮັດກຸມ

ໃນວັນທີ 5 ທັນວາ 2022 ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ໄດ້ລາຍງານການຈັດຕັ້ງປະຕິບັດແຜນເງິນຕາ ປີ 2022 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ຊຶ່ງໄດ້ຊີ້ເຖິງປັດໄຈຕົ້ນຕໍທີ່ພາໃຫ້ເງິນກີບອ່ອນຄ່າ ແມ່ນຍ້ອນເງິນລົງທຶນຈາກຕ່າງປະເທດ ຍັງບໍ່ທັນເຂົ້າມາປະເທດ ຜ່ານລະບົບທະນາຄານ. ຂະນະດຽວກັນ, ການຄຸ້ມຄອງເງິນຕາຕ່າງປະເທດ ຂອງທຸກພາກສ່ວນກ່ຽວຂ້ອງ ໃນ ສປປ ລາວ ຍັງບໍ່ທັນກົມກຽວ ແລະ ຮັດກຸມ ສົ່ງຜົນໃຫ້ຍັງມີສະພາບລາຍຮັບ ທີ່ເປັນເງິນຕາຕ່າງປະເທດຈາກການສົ່ງອອກ ແລະ ເງິນລົງທຶນ ຈາກຕ່າງ ປະເທດຈໍານວນຫລາຍ ຍັງບໍ່ທັນເຂົ້າມາປະເທດ ຜ່ານລະບົບທະນາຄານຕາມລະບຽບການ ເຮັດໃຫ້ເງິນ ຕາຕ່າງປະເທດ ເຂົ້າສູ່ລະບົບທະນາຄານຫນ້ອຍກວ່າທີ່ຄວນຈະເປັນ.

ໂອກາດນີ້ ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຍັງກ່າວວ່າ: ບັນຫາດັ່ງກ່າວໄດ້ສ້າງຄວາມບໍ່ສົມດຸນກັນລະ ຫວ່າງ ຄວາມຕ້ອງການ ແລະ ຄວາມສາມາດສະໜອງເງິນຕາຕ່າງປະເທດ ແລະ ກາຍເປັນປັດໄຈຕົ້ນຕໍ ທີ່ພາໃຫ້ເງິນກີບທຽບເງິນໂດລາ ອ່ອນຄ່າ 19,44% ແລະ ເງິນກີບທຽບເງິນບາດ ອ່ອນຄ່າ 18,02% ຮອດທ້າຍເດືອນ ກັນຍາ; ສຳລັບສ່ວນຕ່າງລະຫວ່າງອັດຕາແລກປ່ຽນຂອງທະນາຄານ ແລະ ຕະຫລາດນອກລະບົບ ສໍາລັບອັດຕາເງິນກີບ ທຽບໃສ່ເງິນໂດລາ ຢູ່ໃນລະດັບ 12,33% ແລະ ອັດຕາເງິນກີບທຽບ ໃສ່ເງິນບາດ ຢູ່ໃນລະດັບ 4,27%. ການອ່ອນຄ່າຂອງເງິນກີບຍັງໄດ້ສົ່ງຜົນເຮັດໃຫ້ອັດຕາເງິນເຟີ້ເພີ່ມສູງຂຶ້ນຮອດລະດັບສອງຕົວເລກນັບແຕ່ເດືອນພຶດສະພາເປັນຕົ້ນມາ ແລະ ຄາດວ່າຈະຍັງສືບຕໍ່ມີທ່າອ່ຽງເພີ່ມຂຶ້ນ ເພາະສິນຄ້ານໍາເຂົ້າໄດ້ກວມເຖິງໜຶ່ງສ່ວນສາມ. ພ້ອມນີ້, ສະພາບເສດຖະກິດ ຂອງບັນດາປະເທດໃນທົ່ວໂລກໂດຍລວມ ໄລຍະ 9 ເດືອນຕົ້ນປີ 2020 ຍັງບໍ່ ທັນຟື້ນຕົວໄດ້ເຕັມທີ່ ຈາກຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ກໍຕ້ອງມາປະເຊີນກັບ ສິ່ງທ້າທາຍອັນໃໝ່ຈາກອັດຕາເງິນເຟີ້ທີ່ເພີ່ມຂຶ້ນສູງໃນຮອບຫລາຍສິບປີ ຊຶ່ງໃນເບື້ອງຕົ້ນ ຫລາຍປະເທດໃນໂລກ ໄດ້ປະເມີນວ່າ ສາເຫດທີ່ພາໃຫ້ສະພາບເງິນເຟີ້ເພີ່ມສູງຂຶ້ນນັ້ນ ແມ່ນຍ້ອນການຢຸດສະງັກ ຂອງຕ່ອງໂສ້ການຜະລິດ ບວກໃສ່ກັບ ການປະຕິບັດການພິເສດທາງການທະຫານ ລະຫວ່າງອູແກຣນ ແລະ ຣັດເຊຍ ໃນຕົ້ນປີ 2022 ທີ່ເຮັດລາຄາພະລັງງານ ແລະ ລາຄາສະບຽງອາຫານ ເພີ່ມຂຶ້ນເກືອບເທົ່າຕົວ ພາໃຫ້ຫລາຍກວ່າ 80 ປະເທດໃນໂລກ ໄດ້ຕົກໃນພາວະເງິນເຟີ້ຢູ່ໃນລະດັບສອງຕົວເລກ.

ທ່ານຜູ້ວ່າການທະນາຄານ ແຫ່ງສປປ ລາວ ກ່າວອີກວ່າ: ສະຖາບັນການເງິນສາກົນຫລາຍແຫ່ງຂອງໂລກ ໄດ້ຄາດຄະເນອັດຕາເງິນເຟີ້ທົ່ວໂລກ ໃນປີ 2022 ຈະສູງເຖິງ 8,8%. ເພື່ອແກ້ໄຂສະພາບດັ່ງກ່າວ, ຫລາຍທະນາຄານກາງໃນທົ່ວໂລກ ຈຶ່ງໄດ້ດໍາເນີນນະໂຍບາຍການ ເງິນ-ເງິນຕາ ແບບຮັດກຸມ ເປັນຕົ້ນ ທະນາຄານກາງ ສະຫະລັດອາເມລິກາ(FED) ໄດ້ປັບຂຶ້ນອັດຕາດອກເບ້ຍ ນະໂຍບາຍໃນລະດັບທີ່ສູງ ຈາກລະດັບ 0,25% ໃນຕົ້ນປີ ເປັນ 4% ໃນປັດຈຸບັນ ແລະ ຄາດວ່າຈະສືບຕໍ່ປັບ ຂຶ້ນສູງເຖິງລະດັບ 4,5%-7% ໃນກາງປີ 2023 ຊຶ່ງຈະເຮັດໃຫ້ ສະກຸນເງິນໂດລາສາຫະລັດ ແຂງຄ່າຂຶ້ນຢ່າງຕໍ່ ເນື່ອງ ແລະ ສ້າງເເຮງກົດດັນເຮັດໃຫ້ຄ່າເງິນຂອງຫລາຍປະເທດໃນທົ່ວໂລກ ລວມທັງ ສປປ ລາວ ອ່ອນຄ່າລົງໃນ ລະດັບ 10%-30% ເປັນຕົ້ນ: ສະກຸນເງິນເອີໂຣ, ເຢນ, ເປໂຊ, ບາດ ແລະ ອື່ນໆ ຊຶ່ງຈະພາໃຫ້ທະນາຄານກາງ ໃນຂົງເຂດອາຊຽນກໍລ້ວນແຕ່ຈະເພີ່ມອັດຕາດອກເບ້ຍອ້າງອີງ ເພື່ອແກ້ໄຂສະພາບເງິນເຟີ້.
ຂ່າວ: ຂປລ. ສົມຫວັງ ພາບ:ຂັນໄຊ, ອ່າຍຄຳ