ນາຍົກລັດຖະມົນຕີ ຕ້ອນຮັບຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ

ໃນວັນທີ 5 ທັນວາ 2022 ສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ຊວນຖັງ ກຳມະການກົມການເມືອງສູນກາງພັກກອມມູນິດ ຫວຽດນາມ, ຫົວໜ້າສະຖາບັນການເມືອງ ແຫ່ງຊາດ ໂຮ່ຈິມິນ, ປະທານສະພາທິດສະດີສູນກາງພັກກອມມູນິດ ຫວຽດນາມ ພ້ອມດ້ວຍຄະນະໃນໂອກາດທີ່ໄດ້ເດີນທາງຢ້ຽມຢາມ ແລະເຮັດວຽກຢ່າງເປັນທາງການ ຢູ່ ສປປ ລາວ ແຕ່ວັນທີ 4-6 ທັນວາ 2022.

ໃນໂອກາດນີ້, ສະຫາຍ ພັນຄຳ ວິພາວັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະຕີລາຄາສູງຕໍ່ ສະຫາຍ ຫງວຽນຊວນ ຖັງ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະເຮັດວຽກຢູ່ ສປປ ລາວ, ເປັນການປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ແຕກດອກອອກຜົນຍິ່ງຂຶ້ນໄປເລື້ອຍໆ ໂດຍສະເພາະການພົວພັນຮ່ວມມືລະຫວ່າງສອງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ສປປ ລາວ ແລະສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ ສສ ຫວຽດນາມ ທີ່ໄດ້ເຄື່ອນໄຫວເຮັດວຽກຮ່ວມກັນຢ່າງເປັນປົກກະຕິຕໍ່ເນື່ອງເຊິ່ງເຫັນໄດ້ວ່າມີຜົນສຳເລັດຫລາຍດ້ານ ແລະມີບາດກ້າວອັນໃໝ່.

ໂອກາດດຽວກັນນີ້, ສະຫາຍ ຫງວຽນຊວນ ຖັງ ກໍໄດ້ສະແດງຄວາມຂອບໃຈມາຍັງ ທ່ານ ພັນຄຳ ວິພາວັນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງແຈ້ງໃຫ້ຊາບກ່ຽວກັບຈຸດປະສົງຂອງການເດີນທາງມາຢ້ຽມຢາມລາວໃຫ້ທ່ານນາຍົກລັດຖະມົນຕີຮັບຊາບ.
ຂ່າວ: ພາບ: ກິດຕາ