ທຫລ.ຈສ ​ປະ​ກອບ​ສ່ວນ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ທາງ​ດ້ານ​ເສດ​ຖະ​ກິດ-ການ​ເງິນ

          ທ່ານ ນວນຕາ ແກ້ວມະນີ ຫົວໜ້າສາ​ຂາທະ​ນາ​ຄານ​ແຫ່ງ ສ​ປ​ປ ລາວ ພ​າກ​ໃຕ້ ແຂວງ​ຈຳ​ປາ​ສັກ (ທຫລ.ຈສ) ໄດ້ໃຫ້ຮູ້ວ່າ: ທ​ຫລ.ຈ​ສ ມີພາລະບົດບາດໃນການຄຸ້ມຄອງມະຫາພາກທາງດ້ານເງິນຕາ-ສິນເຊື່ອ ແລະ ການຊຳລະສະສາງ ຢູ່ 4 ແຂວງພາກໃຕ້ (ແຂວງຈຳປາສັກ, ສາລະວັນ, ເຊກອງ ແລະ ແຂວງອັດຕະປື); ໃນ​ຜ່ານ​ມາ ທ​ຫລ.ຈ​ສ ໄດ​້ປະ​ກອບ​ສ່ວນ​ເຂົ້າ​ໃນການ​ແກ້​ໄຂ​ຄວາມຫຍຸ້ງ​ຍາກ​ທາງ​ດ້ານ​ເສດ​ຖະ​ກິດ-ການ​ເງິນ ຖື​ວ່າເປັນ​ວຽກ​ງານ​ທີ່​ສຳ​ຄັນ ແລະ ຖືກ​ກຳ​ນົດເປັນ​ວາ​ລະ​ແຫ່ງ​ຊາດ ໂດຍໄດ້ກຳນົດ 5 ຈຸດສຸມໃຫຍ່ ຊຶ່ງໃນນັ້ນຈຸດສຸມທີ 4 ​ແມ່ນການສ້າງສະເຖຍລະພາບທາງດ້ານເງິນຕາ ເປັນວຽກງານຂອງຂະແໜງການທະນາຄານ ທີ່ຈະຕ້ອງໄດ້ຜັນຂະຫຍາຍ ຊື່ງກຳນົດມີ 3 ທິດທາງຄື: ປະຕິບັດນະໂຍບາຍສິນເຊື່ອ ເພື່ອຊຸກຍູ້ການຜະລິດ-ບໍລິການທົດແທນການນຳເຂົ້າ ແລະ ເພື່ອສົ່ງອອກໄປຄຽງຄູ່ກັບການສ້າງເງື່ອນໄຂຫຼຸດຜ່ອນ ແລະ ຈຳກັດສິ່ງຂີດຂວາງໃນຂະແໜງເງິນຕາ ຕໍ່ພາກທຸລະກິດ; ຫຼຸດ ຜ່ອນລະດັບການຂາດດຸນຊໍາລະກັບຕ່າງປະເທດລົງເທື່ອລະກ້າວ, ສະສົມເງິນຕາຕ່າງປະເທດໃຫ້ໄດ້ຢ່າງຕໍ່ເນື່ອງ ແລະ ຍືນຍົງ; ປະຕິບັດກົນໄກຄຸ້ມຄອງອັດຕາແລກປ່ຽນໃຫ້ແທດເໝາະກັບສະພາບຕົວຈິງຫຼາຍຂຶ້ນ ແລະ ຍົກສູງປະສິດທິພາບຂອງການຄຸ້ມຄອງເງິນຕາຕ່າງ ປະເທດໃຫ້ສູງຂຶ້ນ.

          ໃນ​ຜ່ານ​ມາ; ທ​ຫລ.ຈ​ສ ຍັງ​ໄດ້​ມີ​​ການ​ຄຸ້​ມ​ຄອງ, ກວດ​ກາ ແລະຊຸກ​ຍູ້​ບັນ​ດາ​ທະ​ນາ​ຄານ​ທຸ​ລະ​ກິດ ແລະ ສະ​ຖາ​ບັນ​ການ ​ເງິນ​ດຳ​ເນີນ​ທຸ​ລະ​ກຳ ຕາມ​ລະ​ບຽບ​ການ. ຜ່ານ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ ເຫັນ​ວ່າບັນ​ດາທະ​ນາ​ຄານ​ທຸ​ລະ​ກິດ ແລະ ສະ​ຖາ​ບັນ​ການ​ເງິນ ທີ່​ຢູ່​ໃນ​ການ​ຄຸ້ມ​ຄອງ​ມີ​ຄວາມ​ໝັ້ນ​ຄົງ​ໂດຍ​ພື້ນຖານ ​ສາ​ມາດຕິດຕາມສະພາບການເຄື່ອນໄຫວ ແລະ ​ສະ​ກັດ​ກັ້ນບັນຫາ​ແຕ່​ຫົວ​ທີ, ຊ່ວຍໃຫ້ວຽກງານການຄຸ້ມຄອງກວດກາມີຄວາມເຂັ້ມແຂງຂຶ້ນ, ພ້ອມທັງເຮັດໃຫ້ລະບົບຂອງທະນາຄານ ​ທີ່​ຢູ່​ໃນ​ການ​ຄວາມ​ຮັບ​ຜິດ​ຊອບມີຄວາມເຂັ້ມແຂງ ແລະ ເຄື່ອນ​ໄຫວ​ທຸ​ລະ​ກິດ​ຢ່າງ​ມີ​ປະ​ສິດ​ທິ​ພາບ. ຄຽງຄູ່ກັນ​ນັ້ນ, ລູກຄ້າກໍ່ໃຫ້​ຄວາມເຊື່ອໝັ້ນ ​ຕໍ່ລະບົບທະນາຄານນັບມື້ນັບຫຼາຍຂຶ້ນ ເຮັດໃຫ້ການເຂົ້າເຖິງການບໍລິການດ້ານ​ການ​ເງິນຂອງປະຊາຊົນກໍ່​ມີ​ຈໍາ​ນວນເພີ່ມຂຶ້ນ. ການພັດທະນາທາງດ້ານຜະ ລິດຕະພັນ ແລະ ການບໍລິການຂອງທະນາຄານກໍ່ມີຄວາມຫຼາກຫຼາຍຂຶ້ນ, ອັນພົ້ນເດັ່ນແມ່ນການບໍລິການທະນາຄານເອເລັກໂຕຼນິກ ຫຼື E-Banking, ການພັດ​ທະ​ນາ​ລະ​ບົບ​ການ​ຊໍາ​ລະ​ສະ​ສາງ​ລະ​ຫວ່າງ​ທະ​ນາ​ຄານ​ຜ່ານ Applications ເທິງ​ໂທ​ລະ​ສັບ​ມື​ຖື ລວມທັງ​ການ​ນໍາ​ໃຊ້ QR Code ໃນ​ການ​ສະ​ແກນ​ຊຳ​ລະ ​ລະ​ຫວ່າງ​ທະ​ນາ​ຄານ ຊຶ່ງ​ໄດ້​ອໍາ​ນວຍຄວາມສະດວກໃຫ້ແກ່ຜູ້ຊົມໃຊ້ບໍລິການ ແລະ ຊ່ວຍຫຼຸດຕົ້ນທຶນຂອງທະນາຄານ.         

          ທ່ານຫົວໜ້າ ສາ​ຂາ ທ​ຫລ.ຈ​ສ ແຈ້ງຕື່ມ​ອີກວ່າ: ປະຈຸບັນ ມີ​ທະນາຄານ​ທຸລະ​ກິດ​ ທີ່ຢູ່​ພາຍ​ໃຕ້​ການ​ຄຸ້ມ​ຄອງ​ຂອງ​ ທ​ຫລ.ຈ​ສ 38 ແຫ່ງ (ໃນ​ນັ້ນມີໜ່ວຍ​ບໍ​ລິ​ການ​ເອ​ກະ​ລາດ 11 ແຫ່ງ); ມີສາຂາ​ທະນາຄານທຸລະ​ກິດ​ລັດ 4 ​ແຫ່ງ, ສາຂາທະນາຄານ​ສະ​ເພາະກິດ 2 ​ແຫ່ງ, ສາຂາ​ທະນາຄານ​ລັດຮ່ວມ​ທຶນ 10 ​ແຫ່ງ, ສາຂາທະນາຄານ​ທຸລະ​ກິດ​ເອກະ​ຊົນ 5 ​ແຫ່ງ, ສາຂາ​ທະນາຄານ​ທຸລະ​ກິດ​ໃນ​ເຄືອ​ສາຂາຂອງ​ຕ່າງປະ​ເທດ 5 ​ແຫ່ງ, ສາຂາ​ຕ່າງປະ​ເທດ 1 ​ແຫ່ງ, ໜ່ວຍ​ບໍລິການ​ມີ​ທັງ​ໝົດ 59 ​​ໜ່ວຍ, ​ໜ່ວຍ​ແລກປ່ຽນ​ເງິນຕາ​ຕ່າງປະ​ເທດ 5 ​ໜ່ວຍ ​ແລະ ມີຕູ້ ATM 195 ຕູ້, ມີ​ຍອດ​ຊັບ​ສິນ​ ເພີ່ມ​ຂຶ້ນ 28,87%; ສິນ​ເຊື່ອ​ທີ່​ສະ​ໜອງໃຫ້​ແກ່​ພາກສ່ວນ​ເສດຖະກິດທີ່ເປັນພາກທຸລະກິດ​​ ແລະ ລູກ​ຄ້າ​ທົ່ວ​ໄປ ເພີ່ມຂຶ້ນ 8,14% ໃນ​ຍອດ​ສິນ​ເຊື່ອ​ທັງ​ໝົດ​ນັ້ນ, NPL ໃນ​ຜັງກວມ​ເອົາ 2,96% ຂອງ​ຍອດ​ສິນ​ເຊື່ອ​ທັງ​ໝົດ​, ລູກ​ຄ້າເງິນ​ຝາກ​ຂອງ​ບັນດາ​ທະນາຄານ​ທຸລະ​ກິດ ເພີ່ມ​ຂຶ້ນ 21,65%, ລວມລາຍຮັບ ເພີ່ມຂຶ້ນ 181,68% ​ສ່ວນຕົວເລກລວມລາຍຈ່າຍມີ ເພີ່ມຂຶ້ນ 83,59% ທຽບ​ໃສ່ໄລ​ຍະດຽວກັນຂອງປີຜ່ານມາ.

          ຈາກຕົວເລກ​ດັ່ງ​ກ່າວ​ເຫັນ​ວ່າ: ບັນດາທະ​ນາ​ຄານທະນາຄານສ່ວນໃຫຍ່ ສາມາດສ້າງລາຍຮັບທົດແທນລາຍຈ່າຍ ແລະ ມີຜົນກຳໄລ ເຊິ່ງໃນປີ 2022 ທ​ຫລ.ຈ​ສ ໄດ້ປະຕິບັດສໍາເລັດການກວດກາກັບທີ່ ຢູ່ບັນດາທະນາຄານທຸລະກິດ ພາຍໃນ 4 ແຂວງພາກໃຕ້ ຕາມ​ແຜນ​ການ​ທີ່​ໄດ້​ຮັບ​ການ​ອະ​ນຸ​ມັດທັງໝົດ 16 ແຫ່ງ, ແຍກເປັນແຜນການໃນໄລຍະທີ I ມີ 10 ແຫ່ງ ແລະ ແຜນການໃນໄລຍະທີ II ມີ 6 ແຫ່ງ ໃນ​ນີ້, ແຂວງ​ຈໍາ​ປາ​ສັກ 9 ແຫ່ງ, ສາ​ລະ​ວັນ 2 ແຫ່ງ, ເຊກອງ 2 ແຫ່ງ ແລະ ແຂວງ​ອັດ​ຕະ​ປື 3 ແຫ່ງ. ທັງ​ໝົດໃນ​ການ​ກໍາ​ນົດ​ເປົ້າ​ໝາຍ​ຂອງ​ການກວດ​ກາ​ໄດ້​ອີງ​ໃສ່​ການ​ພິ​ຈ​າ​ລະ​ນາ​ຈາກ​ທະ​ນາ​ຄານ​ທີ່​ມີ​ຍອດ​ຊັບ​ສິນ​ສູງ, ທະ​ນາ​ຄານ ​

ທີ່​ມີໜີ້​ຕ້ອງ​ຮັບ​ທວງ​ຍາກ (NPL) ທີ່ກວມ​ອັດ​ຕາ​ສ່ວນ​ສູງ ແລະ ທະ​ນາ​ຄານ​ ທີ່​ບໍ່​ໄດ້​ຮັບ​ການກວດ​ກາ​ໃນ​ໄລ​ຍະ 24 ເດືອນ ໂດຍ​ເນັ້ນ​ໃສ່​ການກວດ​ກາ​ທາງ​ດ້ານ​ວຽກ​ງານ​ສິນ​ເຊື່ອ ແລະ ລະ​ບຽບ​ການ​ພາຍ​ໃນ​ຂອງ​ແຕ່​ລະ​ທະ​ນາ​ຄານເປັນ​ຈຸດ​ສຸມ.

          ສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາກທີ່ຢູ່​ພາຍ​ໃຕ້​ການ​ຄຸ້ມ​ຄອງ​ຂອງ ທ​ຫລ.ຈ​ສ ລວມ 37 ແຫ່ງ (ສຳນັກງານໃຫຍ່ 22 ແຫ່ງ; ສາຂາ ແລະ ໜ່ວຍບໍລິການ 15 ແຫ່ງ) ໃນນັ້ນມີສະຫະກອນສິນເຊື່ອ ແລະ ເງິນຝາກປະຍັດ 10 ແຫ່ງ, ສະຖາບັນການເງິນຈຸລະພາກທີີີ່ຮັບເງິນຝາກ 7 ແຫ່ງ, ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ 11 ແຫ່ງ, ບໍລິສັດເຊົ່າສິນເຊື່ອ 6 ແຫ່ງ ແລະໂຮງຊວດຈຳ 3 ແຫ່ງ; ມີຍອດຊັບສິນທັງໝົດ 719,62 ຕື້ກີບ. ຍອດເງິນຝາກທົ່ວລະບົບ ມີ 525,86 ຕື້ກີບ ແລະ ລວມຍອດສິນເຊື່ອມີທັງໝົດ 525,01 ຕື້ກີບ, ມີສະມາຊິກທັງໝົດ 58.524 ຄົນ; ໜີ້ເສຍ NPL ລວມກັນທັງໝົດກວມ 6,3% ຂອງຍອດສິນເຊື່ອ. ຕົວເລກດັ່ງກ່າວບໍ່ລວມຖານະການເງິນຂອງ ສກຈ ໃນຮູບແບບບໍລິສັດເຊົ່າສິນເຊື່ອ ແລະ ໂຮງຊວດຈຳ ເຊິ່ງໃນປີ 2022 ທ​ຫລ.ຈ​ສ ສໍາເລັດການກວດກາກັບທີ່ຢູ່ບັນດາສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາກ ພາຍໃນ 4 ແຂວງພາກໃຕ້ ຕາມ​ແຜນ​ການ​ທີ່ກຳ​ນົດໄວ້.​

           ສະ​ພາບ​ການ​ສະ​ໜອງ​ແຫຼ່ງ​ທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs) ໃນອັດຕາດອກເບ້ຍ 3% ຕໍ່ປີ, ລູກຄ້າທີ່ໄດ້ຮັບທຶນທັງໝົດ 23 ສັນຍາ ອະນຸມັດຈຳນວນ 28,98 ຕື້ກີບ, ຍອດເຫຼືອສິນເຊື່ອຈຳນວນ 26,55 ຕື້ກີບ. ໃນນັ້ນ, ຂະແໜງກະສິກຳ ກວມ 47,90% ຂອງສິນເຊື່ອ SMEs ທັງໝົດ (ໃນນີ້ ຂະແໜງລ້ຽງສັດ ກວມ 30%, ປູກຝັງ ກວມ 10,35% ແລະ ອື່ນໆທີ່ພົວພັນເຖິງກະສິກຳກວມ 7,25% ຂອງສິນເຊື່ອ SMEs ທັງໝົດ), ຮອງລົງມາຂະແໜງທ່ອງທ່ຽວ 5 ສັນຍາ 12,30 ຕື້ກີບ ກວມ 42,44% ຂອງສິນເຊື່ອ SMEs ທັງໝົດ (ໃນນີ້, ການບໍລິການຮ້ານອາຫານ ກວມ 20,70% ແລະ ອື່ນໆ ທີ່ຕິດພັນກັບການທ່ອງທ່ຽວ ກວມ 21,74%), ຂະແໜງອຸດສະຫະກຳ 1 ສັນຍາ 2 ຕື້ກີບ ກວມ 6,90% ຂອງສິນເຊື່ອ SMEs ທັງໝົດ ແລະ ຂະແໜງຫັດຖະກຳ 1 ສັນຍາ 800 ລ້ານກີບ ກວມ 2,76% ຂອງສິນເຊື່ອ SMEs ທັງໝົດ.

          ສຳ​ລັບສິນເຊື່ອບ້ານ 3 ສ້າງ ໂດຍແມ່ນທະນາຄານນະໂຍບາຍ ສະໜອງແຫຼ່ງທຶນໃຫ້ແກ່ເປົ້າໝາຍບຸລິມະສິດ​ຂອ​ງ​ລັດ​ຖະ​ບານ ໃນ​ການ​ປະ​ກອບ​ສ່ວນ​ແກ້​ໄຂ​ຄວາມ​ທຸກ​ຍາກ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ ໂດຍ​ຜ່ານ​ການ​ສະ​ໜອງ​ແຫຼ່ງ​ທຶນ​​ສະ​ເພາະເຂົ້າ​ໃນ​ເປົ້າໝາຍ​ບ້ານ 3 ສ້າງ ມີ​ທັງ​ໝົດ​ 120,50 ຕື້ກີບ ໃນ​ນີ້ແຂວງຈໍາປາສັກ 26,83 ຕື້ກີບ (ແຍກເປັນຂະແໜງການກະສິກໍາ-ປ່າໄມ້ 25,11 ຕື້ກີບ, ຂະແໜງຫັດຖະກໍາ 1,57 ຕື້ກີບ ແລະຂະແໜງອຸດສະຫະກໍາ 150 ລ້ານກີບ); ແຂວງສາລະວັນ ມີ 20,32 ຕື້ກີບ (ເປັນຂະແໜງ ການກະສິກໍາ-ປ່າໄມ້ ທັງໝົດ); ແຂວງເຊກອງ 36,82 ຕື້ກີບ (ແຍກເປັນຂະແໜງການກະສິກໍາ-ປ່າໄມ້ 35,87 ຕື້ກີບ, ຂະແໜງຫັດຖະກໍາ 75,87 ລ້ານກີບ ແລະ ຂະແໜງບໍລິການ 200 ລ້ານກີບ); ແຂວງອັດຕະປື 36,53 ຕື້ກີບ (ແຍກເປັນຂະແໜງການກະສິກໍາ-ປ່າໄມ້ 36,52 ຕື້ກີບ, ຂະແໜງບໍລິການ 250 ລ້ານກີບ ແລະ ຂະແໜງປະ​ກອບ​ວັດ​ຖຸ​ເຕັກນິກ 657,27 ລ້ານກີບ).

          ສຳລັບການຈັດຕັ້ງປະຕິບັດໂຄງການສິນເຊື່ອ ເພື່ອຊຸກຍູ້ການຜະລິດ; ມາຮອດປະຈຸບັນລູກ​ຄ້າ ​ທີ່​ໄດ້​ຮັບ​ສິນ​ເຊື່ອ ເພື່ອຟື້ນຟູໂຄວິດ-19 ​ຢູ່ 4 ແຂວງພາກໃຕ້ ໄດ້ອະນຸມັດທັງໝົດມີ 72 ລາຍມີ 82,88 ຕື້ກີບ, ຍອດເຫຼືອສິນເຊື່ອ 79,99 ຕື້ກີບ; ໃນນີ້, ຂະແໜງກະສິກຳ 53 ລາຍ 63,39 ຕື້ກີບກວມ 76,49% (ໃນນີ້, ລ້ຽງສັດກວມ 56,05%, ເກັບຊື້ເຄື່ອງກະສິກຳກວມ 6,94%, ປູກຝັງກວມ 6,88% ແລະ ອື່ນໆທີ່ພົວພັນເຖິງກະສິກໍາ 6,03%), ຂະແໜງບໍລິການ 6 ລາຍມີ 10,20 ຕື້ກີບກວມ 12,31%; ຂະແໜງອຸດສາຫະກຳ 4 ລາຍກວມ 7,84%, ຂະແໜງການຄ້າ 3 ລາຍມີ 2,70 ຕື້ກີບກວມ 3,26%, ຂະແໜງຫັດຖະກຳ 6 ລາຍ ມີ 90 ລ້ານກີບກວມ 0,11% ຂອງເງິນອະນຸມັດໃນ 4 ແຂວງພາກໃຕ້.