ທ່ານລັດຖະມົນຕີ ພ້ອມດ້ວຍຄະນະ ສໍາເລັດການເຂົ້າຮ່ວມກອງປະຊຸມ ສະພາມົນຕີ ຄະນະກໍາມາທິການແມ່ນໍ້າຂອງສາກົນ ຄັ້ງທີ 29

ກອງປະຊຸມ ສະພາມົນຕີ ຄະນະກຳມາທິການແມ່ນໍ້າຂອງສາກົນ (ຄມສ) ແມ່ນກອງປະຊຸມ ປະຈຳປີ ໃນລະດັບ ຂັ້ນລັດຖະມົນຕີ ຂອງບັນດາປະເທດສະມາຊິກ ຄະນະກຳມາທິການແມ່ນໍ້າຂອງສາກົນ ເຊິ່ງປະກອບມີ ສປປ ລາວ, ສສຫວຽດນາມ, ກຳປູເຈຍ ແລະ ໄທ. ສຳລັບ ກອງປະຊຸມ ສະພາມົນຕີ ຄະນະກຳມາທິການແມ່ນໍ້າຂອງສາກົນ ຄັ້ງທີ 29 ແລະ ກອງປະຊຸມ ສະພາມົນຕີ ຄະນະກໍາມາທິການແມ່ນໍ້າຂອງສາກົນ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ຄັ້ງທີ 27 ນີ້ ແມ່ນຈັດຂຶ້ນໃນວັນທີ 24 ພະຈິກ ຜ່ານມາ, ທີ່ເມືອງບາເຊັຍ, ແຂວງ ຫວຸງເຕົາ, ສສ ຫວຽດນາມ ພາຍໃຕ້ການເປັນປະທານກອງປະຊຸມ ຂອງ ທ່ານ ເຈີ່ນຮົ່ງຮ່າ, ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສສ ຫວຽດນາມ, ຮອງປະທານ ຄະນະກຳມະການແມ່ນໍ້າຂອງແຫ່ງຊາດ ສສ ຫວຽດນາມ, ສະມາຊິກສະພາມົນຕີ ຄມສ ສຳລັບ ສສ ຫວຽດາມ ໃນຖານະເປັນ ປະທານ ສະພາມົນຕີ ຄມສ ປະຈຳປີ 2022.

ຊຶ່ງໃນຕອນເຊົ້າ ຂອງວັນທີ 24 ພະຈິກ 2022 ແມ່ນກອງປະຊຸມ ສະພາມົນຕີ ຄະນະກຳມາທິການແມ່ນໍ້າຂອງສາກົນ ຄັ້ງທີ 29 ແມ່ນມີຜູ້ແທນ ຈາກ 4 ປະເທດສະມາຊິກ ຄະນະກໍາມາທິການແມ່ນໍ້າຂອງສາກົນ (ກໍາປູເຈຍ, ລາວ, ໄທ, ແລະ ຫວຽດນາມ) ແລະ ໃນພາກບ່າຍຂອງວັນດຽວກັນນັ້ນ ກໍ່ໄດ້ມີກອງປະຊຸມ ສະພາມົນຕີ ຄະນະກໍາມາທິການແມ່ນໍ້າຂອງສາກົນ ຮ່ວມກັບບັນດາຄູ່ຮ່ວມພັດທະນາ ຄັ້ງທີ 27 ຊຶ່ງມີຜູ້ເຂົ້າຮ່ວມ ຈາກບັນດາປະເທດສະມາຊິກ ຄມສ, ຄູ່ຮ່ວມເຈລະຈາ ຄມສ (ຈີິນ ແລະ ມຽນມາ) ແລະ ຄູ່ຮ່ວມພັດທະນາ ຂອງຄະນະກໍາມາທິການແມ່ນໍ້າຂອງສາກົນ.

ຄະນະຜູ້ແທນ ສປປ ລາວ ທີ່ເຂົ້າຮ່ວມກອງປະຊຸມ ດັ່ງກ່າວນຳໂດຍ ທ່ານ ນາງ ບຸນຄໍາ ວໍລະຈິດ, ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ປະທານຄະນະກຳມະການແມ່ນໍ້າຂອງແຫ່ງຊາດ ທັງເປັນ ສະມາຊິກສະພາມົນຕີ ຄະນະກຳມາທິການແມ່ນໍ້າຂອງສາກົນ, ພ້ອມດ້ວຍ ທ່ານ ຈັນທະເນດ ບົວລະພາ, ຮອງລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຮອງປະທານຄະນະກຳມາທິການແມ່ນໍ້າຂອງແຫ່ງຊາດ, ທ່ານ ປອ ສີນາວາ ສຸພານຸວົງ, ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ພອນປະເສີດ ພູລິພັນ, ຫົວໜ້າກອງເລຂາ ຄະນະກຳມະການແມ່ນໍ້າຂອງແຫ່ງຊາດ ພ້ອມດ້ວຍຜູ້ຕາງໜ້າຈາກ ກະຊວງການຕ່າງປະເທດ, ແລະ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ຈາກ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຂົ້າຮ່ວມນຳ.

ຈຸດປະສົງຂອງກອງປະຊຸມ ໃນຄັ້ງນີ້ ແມ່ນເພື່ອປຶກສາຫາລື ແລະ ພິຈາລະນາບັນດາເອກະ ສານສຳຄັນຂອງຄະນະກຳມາທິການແມ່ນໍ້າຂອງສາກົນ. ພ້ອມດຽວກັນນີ້, ຍັງໄດ້ທົບທວນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ທິດທາງແຜນການວຽກງານໃນຕໍ່ໜ້າ ຂອງຄະນະກໍາມາທິການແມ່ນໍ້າຂອງສາກົນ, ລວມທັງປຶກສາຫາລືກັບບັນດາປະເທດຄູ່ຮ່ວມພັດທະນາ ກ່ຽວກັບ ແຜນການຮ່ວມມືໃນຕໍ່ໜ້າ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງກັບການພັດທະນາອ່າງແມ່ນໍ້າຂອງແບບຍືນຍົງ.

ກອງປະຊຸມ ຄັ້ງນີ້, ບັນດາ ສະມາຊິກສະພາມົນຕີ ຄະນະກໍາມາທິການແມ່ນໍ້າຂອງສາກົນ ໄດ້ພ້ອມກັນປຶກສາຫາລື ແລະ ພິຈາລະນາຮັບຮອງເອົາເອກະສານສຳຄັນຈຳນວນໜຶ່ງ ເປັນຕົ້ນແມ່ນ: ອະນຸມັດເອກະສານແນວຄວາມຄິດ ໃນການຈັດກອງປະຊຸມສຸດຍອດ ຄມສ ຄັ້ງທີ 4 ທີ່ ສປປ ລາວ ຈະເປັນເຈົ້າພາບ ໃນປີ 2023 ແລະ ອະນຸມັດແຜນວຽກປະຈໍາປີ 2023-2024 ຂອງຄະນະກຳມາທິການແມ່ນໍ້າຂອງສາກົນ. ນອກຈາກນັ້ນ, ກອງປະຊຸມໄດ້ຮັບຟັງການລາຍງານ ແລະ ປຶກສາຫາລື ການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາຈາກ ກອງເລຂາຄະນະກໍາມາທິການແມ່ນໍ້າຂອງສາກົນ ແລະ ທິດທາງແຜນການວຽກງານໃນຕໍ່ໜ້າຂອງຕົນ ເຊັ່ນ: ຍຸດທະສາດການພັດທະນາອ່າງແມ່ນໍ້າຂອງ ຮອດປີ 2030, ການຈັດຕັ້ງປະຕິບັດບັນດາລະບຽບການ ຂອງ ຄມສ ແລະ ວຽກງານອື່ນໆ ຈຳນວນໜຶ່ງ.

ໃນວາລະກອງປະຊຸມສະພາມົນຕີ ຄມສ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ຄັ້ງທີ 27, ທ່ານ ນາງ ບຸນຄຳ ວໍລະຈິດ ກໍໄດ້ຕາງໜ້າໃຫ້ ຄະນະຜູ້ແທນ ລາວ ກ່າວມີຄຳເຫັນໃນກອງປະຊຸມ “ໂດຍໄດ້ເນັ້ນໃຫ້ບັນດາຜູ້ເຂົ້າຮ່ວມກອງປະຊຸມ ຮັບຮູ້ວ່າ ລັດຖະບານແຫ່ງ ສປປ ລາວ ໄດ້ໃຫ້ຄວາມສຳຄັນ ແລະ ຍຶດໝັ້ນໃນຫຼັກການພັດທະນາແບບຍືນຍົງ ໂດຍມີເປົ້າໝາຍ ເພື່ອຫຼຸດຜ່ອນຄວາມທຸກຍາກ ແລະ ຍົກລະດັບຊີວິດການເປັນຢູ່ໃຫ້ປະຊາຊົນບັນດາເຜົ່າ ພາຍໃນປະເທດ ໂດຍສະເພາະ ການພັດທະນາອ່າງແມ່ນໍ້າຂອງລັດຖະບານແຫ່ງ ສປປ ລາວ ແມ່ນຍຶດໝັ້ນ ປະຕິບັດຕາມສັນຍາແມ່ນ້ຳຂອງປີ 1995 ເຊິ່ງໄດ້ຖືວ່າ ເປັນເຄື່ອງມືອັນໜຶ່ງທີ່ສຳຄັນ ໃນການຫັດແໜ້ນການຮ່ວມມືຢູ່ໃນອ່າງແມ່ນ້ຳຂອງ. ພ້ອມດຽວກັນນັ້ນ, ລັດຖະບານລາວ ແມ່ນໄດ້ຮັບຊາບເຖິງຄວາມເປັນຫ່ວງ ແລະ ຄວາມກັງວົນຂອງບັນດາປະເທດສະມາຊິກ ຄມສ ແລະ ຄູ່ຮ່ວມພັດທະນາ ກ່ຽວກັບ ການພັດທະນາໂຄງການເຂື່ອນໄຟຟ້າພະລັງນ້ຳ ຕາມລຳນ້ຳຂອງ ຂອງ ສປປ ລາວ. ທາງ ສປປ ລາວ ຢືນຢັນຈະປະຕິບັດຕາມພັນທະຂອງສັນຍາແມ່ນ້ຳຂອງ ປີ 1995 ແລະ ລະບຽບການ ວ່າດ້ວຍ ການແຈ້ງໃຫ້ກັນຊາບ, ການປຶກສາຫາລືລ່ວງໜ້າ ແລະ ການເຮັດຂໍ້ຕົກລົງ ຢ່າງເຂັ້ມງວດ ໂດຍສະເພາະ ແມ່ນການເຂົ້າຮ່ວມການປຶກສາຫາລື, ການແລກປ່ຽນຂໍ້ມູນຂ່າສານ ແລະ ການເຮັດວຽກຮ່ວມກັນໃນອະນາຄົດ”. ນອກຈາກນັ້ນ, ທ່ານ ລັດຖະມົນຕີ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນນາມສະມາຊິກສະພາມົນຕີ ຄະນະກຳມາທິການແມ່ນ້ຳຂອງສາກົນ ກໍໄດ້ສະແດງຄວາມຂອບໃຈ ແລະ ຢຶນຢັນ ກັບບັນດາປະເທດສະມາຊິກ ຄະນະກໍາມາທິການແມ່ນໍ້າຂອງສາກົນ, ຄູ່ຮ່ວມພັດທະນາ ແລະ ຄູ່ຮ່ວມເຈລະຈາ ໃນການຈັດຕັ້ງປະຕິບັດບັນດາວຽກງານຕ່າງໆ ຂອງ ຄມສ ໂດຍສະເພາະ ວຽກງານການຄຸ້ມຄອງນ້ຳ ແລະ ຊັບພະຍາກອນທີ່ກ່ຽວຂ້ອງໃນອ່າງແມ່ນ້ຳຂອງ ໃນອະນາຄົດ.

ໃນກອງປະຊຸມ ດັ່ງກ່າວ ທ່ານ ນ ບຸນຄໍາ ວໍລະຈິດ ຍັງໄດ້ຮຽກຮ້ອງບັນດາປະເທດສະມາຊິກ ຄມສ ແລະ ລວມທັງປະເທດຄູ່ຮ່ວມພັດທະນາ ແລະ ປະເທດຄູ່ຮ່ວມເຈລະຈາ ສະໜັບສະໜູນ ສປປ ລາວ ໃນການເປັນເຈົ້າພາບ ກອງປະຊຸມ ສຸດຍອດ ຄມສ ຄັ້ງທີ່ 4 ທີ່ ສປປ ລາວ ເຊິ່ງຈະຈັດຂຶ້ນ ໃນເດືອນເມສາ 2023 ທີ່ຈະມາເຖິງນີ້, ເພື່ອໃຫ້ກອງປະຊຸມ ດັ່ງກ່າວ ໄດ້ຮັບຜົນສຳເລັດ. ໃນຕອນທ້າຍຂອງກອງປະຊຸມ, ທ່ານລັດຖະມົນຕີ ຍັງໄດ້ລົງນາມ ຮັບຮອງເອົາບົດບັນທຶກກອງປະຊຸມ.