ເຫຼົ່າຮົບປືນໃຫຍ່ໜ້າດິນ ສຸມໃສ່ການເຝິກຊ້ອມເພື່ອຮັບປະກັນໃຫ້ແກ່ການຊ້ອມຮົບ ລາວ-ຣັດເຊຍ

ທ່ານ ພັນໂທ ສາຄອນ ສີສະກຸນ ຫົວໜ້າການທະຫານກອງພັນ 631 ຄະນະຊີ້ນຳພາກສະໜາມເຫຼົ່າຮົບປືນໃຫຍ່ໜ້າດິນໄດ້ກ່າວວ່າ: ເຫຼົ່າຮົບປືນໃຫຍ່ໜ້າດິນແແມ່ນເຫຼົ່າຮົບໜຶ່ງມີຄວາມສຳຄັນໃນການຊ່ວຍທາງດ້ານກຳລັງໄຟໃຫ້ເຫຼົ່າຮົບອື່ນໆ ບໍ່ວ່າໃນເວລາບຸກໂຈມຕີ ຫຼືຈິງຈັງທ່າດັ່ງນັ້ນບໍ່ວ່າເວລາໃດກໍຕາມ, ພະນັກງານ -ນັກຮົບຂອງເຫຼົ່າຮົບປືນໃຫຍ່ໜ້າດິນກໍໄດ້ເອົາໃຈໃສ່ເຝິກຊ້ອມທາງດ້ານວຽກວິຊາສະເພາະເພື່ອເຮັດໃຫ້ມີຄວາມຊຳນິຊຳນານກຽມພ້ອມເຮັດສຳເລັດໜ້າທີ່ໄດ້ຮັບມອບໝາຍ.

ສຳລັບການເຂົ້າຮ່ວມຊ້ອມຮົບຮ່ວມ ລາວ -ຣັດເຊຍ ຄັ້ງນີ້ແມ່ນມີຄວາມໝາຍຄວາມສຳຄັນເປັນຢ່າງຍິ່ງຂອງເຫຼົ່າຮົບປືນໃຫຍ່ໜ້າດິນພວກເຮົາເວົ້າລວມ, ເວົ້າສະແມ່ນກອງພັນ 631 ທີ່ຂຶ້ນກັບກອງພົນທີ 1, ພາຍຫຼັງໄດ້ຮັບຄຳສັ່ງຂອງກົມໃຫຍ່ເສນາທິການກອງທັບ ຄະນະຮັບຜິດຊອບຂອງພວກເຮົາກໍ່ໄດ້ຮີບຮ້ອນເຕົ້າໂຮມພະນັກງານ-ນັກຮົບ ເພື່ອຈັດຕັ້ງເຜີຍແຜ່ຄຳສັ່ງ ແລະຈັດຕັ້ງສ້າງແຜນການ, ແຜນງານອັນລະອຽດພ້ອມນີ້, ກໍໄດ້ກຳນົດເອົາໜຶ່ງກອງຮ້ອຍກຳລັງໄຟປືນໃຫຍ່ 120 ມມ ເຂົ້າຮ່ວມການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣດ 2022” ນີ້, ໃນການເຂົ້າຮ່ວມຊ້ອມຮົບຄັ້ງນີ້, ກຳລັງປືນໃຫຍ່ໜ້າດິນພວກເຮົາແມ່ນມີໜ້າທີ່, ເປີດທາງໄຂຊ່ວຍໜູນໃຫ້ບັນດາເຫຼົ່າຮົບທີ່ຢູ່ໜ້າສະໜາມ ແລະ ເປີດກຳໄຟຊ່ວຍໜູນກົມກອງທະຫານລາບບຸກຕີຈັ້ງທ່າໃຫ້ໄດ້ຮັບຜົນຕາມແຜ່ນການທີ່ວາງໄວ້. ດັ່ງນັ້ນ, ມາຮອດປັດຈຸບັນຄະນະບັນຊາພວກເຮົາກໍໄດ້ຊີ້ນຳພະນັກງານວິຊາສະແຕ່ລະທ່ານເຂົ້າໃນການຫັດແອບຕົວຈິງ, ເຫັນໄດ້ວ່າແຕ່ລະສະຫາຍກຳໄດ້ບົດຮຽນ ແລະຮັບປະກັນໄດ້ການປະສານງານລະຫວ່າງຄະນະຊີ້ນຳໜ້າສະໜາມ ແລະສູນບັນຊາຈຸປືນຜ່ານການກວດກາເຕັກນິດປືນຕົວຈິງເຫັນໄດ້ສາມາດດັບສູນເປົ່າໝາຍໄດ້ຕາມຄາດໝາຍ, ທັງນີ້ກໍເພື່ອເປັນການຮັບປະກັນໃຫ້ມືປະສານສາມາດເຮັດສຳເລັດໜ້າທີ່, ຮັບປະກັນໄດ້ຄວາມປອດໄພ 100%. ພາຍຫຼັງເຂົ້າຮ່ວມການຊ້ອມຮົບຄັ້ງນີ້ສຳເລັດພວກເຮົາກໍຈະນຳເອົາທຸກບົດຮຽນ, ທຸການເຄື່ອນໄຫວນຳໄປໝູນໃຊ້ເຂົ້າໃນພຶດຕິກຳຕົວຈິງຂອງກົມກອງໃຫ້ເກີດດອກອອກຜົນສູງສຸດ.
ໂດຍ: ອາຫວຸ້ນ