ການກະກຽມສະໜາມຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣດ 2022” ສຳເລັດແລ້ວ 99%

ໃນວັນທີ 24 ພະຈິກ ທີ່ຜ່ານມາ ທ່ານ ພົນໂທ ຄຳລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບພ້ອມຄະນະໄດ້ລົງກວດກາສະໜາມຫັດແອບ ເພື່ອກະກຽມຄວາມພ້ອມໃຫ້ແກ່ການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣດ 2022” ທີ່ແຂວງຊຽງຂວາງ. ໂດຍມີຄະນະຊີ້ນຳພາກສະໜາມ, ບັນດາອານຸກຳມະການພາກສະໜາມທຸກພາກສ່ວນເຂົ້າຮ່ວມ. ສະຫາຍ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ,ຮອງຫົວໜ້າຄະນະຊີ້ນຳລວມຊ້ອມຮົບຮ່ວມລາວ-ຣັດເຊຍ “ລາໂຣ໌ສ 2022” ໄດ້ລາຍງານໃຫ້ຮູ້ວ່າ: ມາຮອດປັດຈຸບັນນີ້ສະໜາມເຝິກແອບຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣດ 2022” ຊຶ່ງປັດຈຸບັນແມ່ນສຳເລັດແລ້ວ 99%, ສ່ວນວຽກງານຮັບປະກັນອື່ນໆ ບໍ່ວ່າຈະເປັນເຮືອນພັກເຊົ່າ, ເຮືອນຄົວ, ຫ້ອງປະຊຸມ, ຫ້ອງນອນ, ເນື້ອໃນຫົວບົດໃນການຫັດແອບ, ວຽກງານພາລາທິການ, ວຽກງານເຕັກນິກພື້ນຖານແມ່ນສາມາດຮັບປະກັນໃຫ້ການຊ້ອມຮົບ ຄັ້ງນີ້ໄດ້ຕາມແຜນການທີ່ວາງໄວ້, ວຽກງານປ້ອງກັນຮັກສາ ຄວາມສະຫງົບໄດ້ຈັດວາງກຳ ລັງເຂົ້າຕາມຈຸດຕາມແຜນການທີ່ໄດ້ອະນຸມັດສຳເລັດ 100%, ວຽກງານການເມືອງ ໄດ້ຈັດຕັ້ງໂຄສະນາປະດັບປະດາ, ຂ່າວສານໜັງສືພິມ, ໂທລະພາບ ແລະ ອື່ນໆ ແມ່ນມີການເຄື່ອນໄຫວຢ່າງຕັ້ງໜ້າ, ວຽກງານລົງຮາກຖານການເມືອງປະຊາຊົນ ເພື່ອຍາດແຍງການຊ່ວຍເຫຼືອນຳອຳນາດການປົກຄອງ, ພໍ່ແມ່ປະຊາຊົນ, ສະພາບການເມືອງ ແລະ ແນວຄິດອ້າຍນ້ອງທຸກໆ ພາກສ່ວນແມ່ນມີຄວາມຈູບຈ້າວຫ້າວຫັນ, ມີຄວາມກະຕືລືລົ້ນຕໍ່ວຽກງານ ຂອງຕົນເປັນຢ່າງດີ ແລະ ພ້ອມແລ້ວທີ່ຈະເປີດຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣດ2022”. ໂອກາດນີ້, ທ່ານ ພົນໂທ ຄຳລຽງ ອຸທະໄກສອນ ພ້ອມດ້ວຍຄະນະກໍໄດ້ລົງກວດກາເບິ່ງ ສະຖານທີ່ແຕ່ລະບ່ອນ ວ່າມີຄວາມພ້ອມແລ້ວ ຫຼືບໍ່, ພ້ອມນັ້ນຍັງໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ບັນດາສະຫາຍຄະນະຊີ້ນຳ ແຕ່ລະຂັ້ນ ແລະ ໄດ້ເນັ້ນໜັກໃຫ້ແຕ່ລະພາກສ່ວນຈົ່ງພ້ອມກັນ ສືບຕໍ່ເອົາໃຈໃສ່ປັບປຸງສະຖານທີ່ບາງບ່ອນທີ່ບໍ່ທັນເໝາະສົມເຮັດໄປຕາມແຜນທີ່ໄດ້ກຳນົດໄວ້,ສ່ວນການຈັດວາງກ້ອນກຳລັງ, ພາຫະນະ, ວຽກງານປະດັບປະດາ, ຄວນປັບປຸງໃຫ້ຖືກຕ້ອງຕາມການຊີ້ນຳ ແລະ ເອກະພາບໃນແຕ່ລະຂັ້ນຕອນ, ເຮັດແນວໃດໃຫ້ຖືກຕ້ອງຕາມລະບຽບຫຼັກການ, ຖືກກັບສະພາບຕົວຈິງ, ມີຄວາມສວຍງາມ, ພ້ອມນີ້ ຍັງໄດ້ຮຽກຮ້ອງໃຫ້ຄະນະຊີ້ນຳ ແລະ ອະນຸກຳມະການເນື້ອໃນພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຈົ່ງສືບຕໍ່ເອົາໃຈໃສ່ປະສານສົມທົບກັນແໜ້ນທາງດ້ານເນື້ອໃນຫົວບົດໃນການຫັດແອບພ້ອມກັນແກ້ໄຂບໍ່ວ່າຈະເປັນຂອດປະສານງານໃນການພົວພັນຮ່ວມມື,ດ້ານພາຫະເຕັກນິກ, ຈຳນວນພົນແຕ່ລະເຫຼົ່າຮົບຕ້ອງເປັນເຈົ້າການຈັດຕັ້ງປະຕິບັດບັນດາໜ້າວຽກຂອງຕົນໃຫ້ສຳເລັດ, ບັນລຸຕາມຄາດໝາຍ ແລະຮັບປະກັນໃຫ້ມີຄວາມປອດໄພ 100%.
ໂດຍ: ອາຫວຸ້ນ