ປະທານສູນກາງແນວລາວສ້າງຊາດ ຕ້ອນຮັບຜູ້ແທນສູນກາງແນວໂຮມປະເທດຊາດຫວຽດນາມ

ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງ ທ່ານ ເລຕຽນເຈົ່າ ກໍາມະການສູນກາງພັກກອມມູນິດຫວຽດນາມ, ຮອງປະທານ ຜູ້ປະຈຳການສູນກາງແນວໂຮມປະເທດຊາດຫວຽດນາມ ພ້ອມ ຄະນະ ໃນວັນທີ 23 ພະຈິກ ຜ່ານມາ ທີ່ເມືອງໜອງບົກ ແຂວງຄຳມ່ວນ, ມີຮອງປະທານສູນກາງແນວລາວສ້າງຊາດ, ຄະນະນໍາຂອງແຂວງຄຳມ່ວນ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມຕ້ອນຮັບ.

ໃນພິທີ, ທ່ານຮອງປະທານສູນກາງແນວໂຮມປະເທດຊາດຫວຽດນາມໄດ້ລາຍງານຜົນສຳເລັດກອງປະຊຸມສາກົນເສີມສ້າງຊາຍແດນ ລາວ-ຫວຽດນາມ ສັນຕິພາບ, ມິດຕະພາບ, ຮ່ວມມືກັນພັດທະນາທີ່ແຂວງສະຫວັນນະເຂດ ແລະ ທ່ານຍັງໄດ້ຢືນຢັນວ່າຈະສືບຕໍ່ນຳເອົາບັນດາເນື້ອໃນຂອງກອງປະຊຸມໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານແນວໂຮມຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນຕ່າງໆຂອງບັນດາແຂວງທີ່ມີຊາຍແດນຕິດຈອດກັນຂອງສອງປະເທດເພື່ອຮ່ວມກັນຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ທີ່ໄດ້ລົງນາມຂໍ້ແຂ່ງຂັນຂອງກອງປະຊຸມ ໃຫ້ໄດ້ຮັບຜົນສຳເລັດ.

ໂອກາດນີ້, ທ່ານປະທານສູນກາງແນວລາວສ້າງຊາດໄດ້ສະແດງຄວາມຍິນດີຕ້ອນຮັບ ແລະຕີລາຄາສູງຕໍ່ການມາຢ້ຽມຢາມ ແລະເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ຊຶ່ງເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດ ລາວ-ຫວຽດນາມ ແລະ ຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມດັ່ງກ່າວ.

ພ້ອມກັນນີ້, ສອງຝ່າຍໄດ້ເຂົ້າວາງກະຕ່າດອກໄມ້ທີ່ອານຸສອນສະຖານປະທານໂຮ່ຈີມິນທີ່ບ້ານຊຽງຫວາ ເມືອງໜອງບົກ, ເຂົ້າວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນປະທານ ໄກສອນ ພົມວິຫານ ແລະສວນ 21 ມີນາຂອງປະທານ ສຸພານຸວົງ ເພື່ອສະແດງຄວາມເຄົາລົບຮັກກະຕັນຍູ້ຮູ້ບຸນຄຸນຕໍ່ກັບບັນດາວິລະບູລຸດແຫ່ງຊາດທີ່ໄດ້ອຸທິດຕົນເພື່ອປະເທດຊາດເພື່ອປະຊາຊົນດ້ວຍຄວາມສັດຊື່ບໍລິສຸດ ແລະໃນໂອກາດດັ່ງກ່າວ, ຄະນະຜູ້ແທນໄດ້ເຂົ້າພົບປະຢ້ຽມຢາມ ທ່ານ ວັນໄຊ ຟອງສະຫວັນ ກໍາມະການສູນກາງພັກ, ເລຂາພັກແຂວງເຈົ້າແຂວງໆຄໍາມ່ວນຕື່ມອີກ.