ກະຊວງການເງິນ ຊຸກຍູ້ການເກັບຄ່າທໍານຽມ-ຄ່າບໍລິການຜ່ານ iPOS

ເພື່ອຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດ ຖະກິດ-ການເງິນ ແລະປະຕິບັດຕາມຄໍາສັ່ງສະບັບເລກທີ 18/ນຍ, ລົງວັນທີ 16 ກັນຍາ 2021 ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ, ທັງຮັບປະກັນໃຫ້ຫົວໜ່ວຍງົບປະມານ, ສາມາດຫັນໄປສູ່ຫົວໜ່ວຍງົບປະມານກຸ້ມຕົນເອງໃນປີ 2023.

ໃນວັນທີ 24 ພະຈິກ 2022 ນີ້, ກົມສ່ວຍສາອາກອນ ກະຊວງການເງິນ, ນໍາໂດຍທ່ານ ທໍາມະລົດຣາຊະພົນຮອງຫົວ ໜ້າກົມສ່ວຍສາອາກອນ ກະຊວງການເງິນ, ພ້ອມດ້ວຍຄະນະໄດ້ລົງຊຸກຍູ້ ແລະ ຜັນຂະຫຍາຍ ການຄຸ້ມຄອງການຈັດເກັບຄ່າທຳນຽມ ແລະ ຄ່າບໍລິການ ຜ່ານອຸປະກອບ iPOS ຢູ່ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແລະ ຢູ່ກົມກົງສຸນ ແລະ ກົມການເງິນຂອງກະຊວງການຕ່າງປະເທດ, ກ່ຽວກັບການຄຸ້ມຄອງການຈັດເກັບຄ່າທໍານຽມ ແລະ ບໍລິການ ຢ່າງລວມສູນ ແລະ ຈັດຕັ້ງປະຕິບັດຢ່າງເປັນເອກະພາບຕາມລັດຖະບັນຍັດ 002/ປປທ ທີ່ໄດ້ກໍານົດໄວ້.

ການລົງຊຸກ ຍູ້ການເກັບຄ່າທໍານຽມ-ຄ່າບໍລິການຜ່ານ iPOS ຄັ້ງນີ້, ໄດ້ມີການແລກປ່ຽນກັນຫລາຍບັນຫາໃນການຈັດຕັ້ງປະຕິບັດວຽກງານກ່ຽວກັບການຄຸ້ມຄອງການຈັດເກັບຄ່າທໍານຽມ ແລະ ບໍລິການຂອງກະຊວງຖະແຫຼງຂ່າວວັດທະນະທໍາ ແລະທ່ອງທ່ຽວ, ກົມກົງສຸນ ແລະກົມການເງິນ ຂອງກະຊວງການຕ່າງປະເທດ ແລະ ອີກ 6 ຈຸດ ໃຫ້ບໍລິການໃນຂອບເຂດທົ່ວປະເທດ ຜ່ານອຸປະກອນ iPOS ຊຶ່ງເຫັນໄດ້ສະພາບການທີ່ມີທັງຂໍ້ດີ ແລະ ຂໍ້ສະດວກ ໃນການປະຕິບັດວຽກງານຕົວຈິງ. ການຫັນວຽກງານເປັນທັນສະໄໝ ແມ່ນເປັນວຽກງານສໍາຄັນໜຶ່ງ ທີ່ພັກ-ລັດຖະບານ ເລັ່ງໃສ່ໃຫ້ຫັນເປັນທັນສະໄໝໃນຫລາຍຂົງເຂດວຽກງານຊຶ່ງວຽກງານການຄຸ້ມຄອງການຈັດເກັບຄ່າທໍານຽມ ແລະບໍລິການກໍເປັນວຽກງານໜຶ່ງທີ່ຕ້ອງໄດ້ຈັດຕັ້ງປະຕິບັດ ໂດຍຜ່ານການນໍາໃຊ້ອຸປະກອນ iPOS ເພື່ອລວມສູນງົບປະມານຂອງລັດ ຕ້ານການຮົ່ວໄຫລຂອງລາຍຮັບງົບປະມານ.

ພ້ອມນັ້ນ, ໃນກອງປະຊຸມຄະນະທິມງານຈາກກົມສ່ວຍສາອາກອນຍັງໄດ້ມີການນໍາສະເໜີຂັ້ນຕອນ, ວິທີການນໍາໃຊ້ອຸປະກອນ iPOS ເນື່ອງຈາກການນຳໃຊ້ອຸປະກອນນີ້ ແມ່ນການຄຸ້ມຄອງການລວມສູນງົບປະມານຂອງລັດ, ຕ້ານການຮົ່ວໄຫລທີ່ອີງໃສ່ເລກທີ 18/ນຍ ໂດຍສັງລວມໃນຖານຂໍ້ມູນຂອງລະບົບTaxRIS ຂອງກົມສ່ວຍສາອາກອນ ກະຊວງການເງິນ, ເປັນອຸປະກອນທີ່ຈະຊ່ວຍໃຫ້ການຈັດເກັບຄ່າທຳນຽມ ແລະ ຄ່າບໍລິການ ມີຄວາມສະດວກສະບາຍ, ສາມາດຕິດຕາມການເຄື່ອນໄຫວໄດ້ຕະຫລອດເວລາ, ທັງສາມາດກວດກາຄືນຂໍ້ມູນ ແລະສັງລວມສະຫລຸບລາຍງານໄດ້ດ້ວຍລະບົບທີ່ທັນສະໄໝ, ທັງສາມາດອອກໃບບິນໃຫ້ດ້ວຍເຄື່ອງພິມແທນການຂຽນໃບບິນແບບເກົ່ານໍາດ້ວຍ.