ຄະນະຜູ້ແທນ ສປປ ລາວ ຮ່ວມກອງປະຊຸມລັດຖະມົນຕີ ຟຣັງໂກໂຟນີ ແລະກອງປະຊຸມສຸດຍອດ ຂອງອົງການ ຟຣັງໂກໂຟນີ

ໃນວັນທີ 18-20 ພະຈິກ 2022, ທ່ານ ອະໂສກະ ຣາຊະພົນ ອັກຄະລັດຖະທູດທີ່ປຶກສາ ປະຈໍາສະ ຖານທູດລາວ ທີ່ປາຣີ, ໄດ້ຕາງໜ້າໃຫ້ຄະນະຜູ້ແທນລາວເພື່ອເຂົ້າຮ່ວມກອງປະຊຸມລັດຖະມົນຕີຟຣັງໂກໂຟນີ ຄັ້ງທີ 43 ແລະ ກອງປະຊຸມສຸດຍອດ ຟຣັງໂກໂຟນີ ຄັ້ງທີ 18 ທີ່ເກາະ ແຊກບາ, ປະເທດ ຕຸຍນີຊີ, ໃນກອງປະຊຸມຄັ້ງນີ້ ມີຜູ້ເຂົ້າຮ່ວມທີ່ມາຈາກບັນດາປະເທດທີ່ເປັນສະມາຊິກ ຂອງອົງການ ຟຣັງໂກໂຟນີສາກົນ, ຊຶ່ງລວມມີປະເທດທີ່ເປັນສະມາ ຊິກສົມບູນ 54 ປະເທດ, ປະເທດສັງເກດການ 27 ປະເທດ ແລະປະເທດສົມທົບ 7 ປະເທດ ຊຶ່ງ ສປປ ລາວ ໄດ້ເຂົ້າເປັນສະມາຊິກສົມບູນ ມາແຕ່ ປີ 1991.

ກອງປະຊຸມລັດຖະມົນຕີຟຣັງໂກໂຟນີ (CMF) ຈັດຂຶ້ນໃນວັນທີ 18 ພະຈິກ 2022 ໂດຍການເປັນປະທານ ຂອງລັດຖະມົນຕີການຕ່າງປະເທດຕຸຍນີຊີ ແລະ ໄດ້ແຕ່ງຕັ້ງ ປະເທດ Andorre ເປັນຮອງປະທານ CMF ຊຶ່ງມີໜ້າທີ່ຮັບຜິດຊອບຈົນຮອດກອງປະຊຸມສະໄໝສາມັນຂອງ CMF ຄັ້ງຕໍ່ໄປ. ພ້ອມນີ້, ກອງປະຊຸມໄດ້ຮັບຮອງເອົາບັນດາ ເອກະສານສໍາຄັນຫລາຍສະບັບເປັນຕົ້ນບົດລາຍງານກອງປະຊຸມລັດຖະມົນຕີ ຟຣັງໂກໂຟນີ ຄັ້ງທີ 39, 40, 41 ແລະ 42; ຮັບຟັງບົດລາຍງານຂອງເລຂາທິການໃຫຍ່. ກອງປະຊຸມສະແດງຄວາມເປັນຫ່ວງຕໍ່ຫລາຍວິກິດການທີ່ເກີດຂື້ນໃນຂອບເຂດທົ່ວໂລກເປັນຕົ້ນແມ່ນສົງຄາມ, ການຍາດແຍ່ງອຳນາດ, ການສົ່ງເສີມປະຊາທິປະໄຕ, ສະຖຽນລະພາບ ແລະ ຄວາມ ໝັ້ນຄົງ, ເສດຖະກິດ, ສັງຄົມ, ສິດທິມະນຸດ, ອາຫານ, ສາທາລະນະສຸກ ແລະ ສະພາບແວດລ້ອມ.

ສ່ວນກອງປະຊຸມສຸດຍອດ ຟຣັງໂກໂຟນີ ຄັ້ງທີ 18 ຈັດຂຶ້ນໃນວັນທີ 19-20 ພະຈິກ 2022, ໂດຍການເປັນປະທານຂອງ ທ່ານ S.E. M. Kaïs Saïed, ປະທານປະເທດ ຕຸຍນິຊີ ດໍາເນີນພາຍໃຕ້ຫົວຂໍ້: ‘’ການເຊື່ອມຕໍ່ໃນຄວາມ ຫລາກຫລາຍ: ດິຈີຕອນ ເປັນຕົວຂັບເຄື່ອນຂອງການພັດທະນາ ແລະ ຄວາມສາມັກຄີໃນຂົງເຂດທີ່ນໍາໃຊ້ພາສາຝຣັ່ງ’’. ກອງປະຊຸມໄດ້ຮັບຟັງບົດລາຍງານກ່ຽວກັບ ຜົນກອງປະຊຸມລັດຖະມົນຕີ ຄັ້ງທີ 43, ໄດ້ສົນທະນາໃນ ຫົວຂໍ້: ອົງການ ຟຣັງໂກໂຟນີ ໃນອະນາຄົດ ແລະເປັນເອກະສັນໄດ້ເລືອກຕັ້ງເອົາ ທ່ານ ນາງ Louise Mushikiwabo ເພື່ອສືບຕໍ່ເປັນເລຂາທິການໃຫຍ່ອົງການຟຣັງໂກໂຟນີສາກົນສະໄໝທີ 2. ຝຣັ່ງ ຮັບສະໝັກເປັນເຈົ້າພາບຈັດກອງປະຊຸມສຸດຍອດ ຟຮັງໂກໂຟນີ ຄັ້ງທີ 19 ໃນປີ 2024, ພ້ອມກັນນັ້ນກອງປະຊຸມກໍໄດ້ຮັບຮອງເອົາເອກະສານສໍາຄັນຄື: ຖະແຫລງການ ຂອງກອງປະຊຸມສຸດຍອດ Djerba; ຍັດຕິກ່ຽວກັບວິກິດການ ແລະ ການສ້າງສັນຕິພາບໃນຂົງເຂດທີ່ນໍາໃຊ້ພາສາຝຣັ່ງ; ຖະແຫລງການກ່ຽວກັບການນໍາໃຊ້ພາສາຝຣັ່ງ ໃນຄວາມຫລາກຫລາຍທາງດ້ານພາສາຂອງອົງການຟຣັງໂກໂຟນີ; ຍຸດທະສາດຂອງອົງການຟຣັງໂກໂຟນີ ປີ 2023-2030 ແລະ ລະບຽບຂັ້ນຕອນການຮັບເອົາຫລືປ່ຽນແປງສະຖານະຂອງລັດ ຫລືລັດຖະບານຂອງອົງການ ຟຮັງໂກໂຟນີ.

ອົງການ ຟຣັງໂກໂຟນີ ສ້າງຕັ້ງຂຶ້ນ ໃນປີ 1970 ທີ່ ນິອາເມ ປະເທດນິແຊຣ ອົງການ ຟຣັງໂກໂຟນີ ມີເປົ້າໝາຍຫລັກແມ່ນສົ່ງເສີມການຮຽນ-ການສອນ ແລະການນຳໃຊ້ ພາສາຝຣັ່ງໃນຂອບເຂດທົ່ວໂລກ ເຊິ່ງມາເຖິງປັດຈຸບັນມີປະມານ 321 ລ້ານຄົນ ທີ່ໃຊ້ພາສາຝຣັ່ງໃນໂລກ. ຕໍ່ມາຟຣັງໂກໂຟນີໄດ້ຖືບົດບາດເປັນອົງການທາງດ້ານການເມືອງເພື່ອສົ່ງເສີມສັນຕິພາບ, ຄວາມເປັນລະບຽບຮຽບຮ້ອນທາງດ້ານສັງຄົມ, ສິດທິມະນຸດ ແລະ ຄວາມສະເໝີພາບຍິງ-ຊາຍ, ການຮ່ວມມືເສດຖະກິດດິຈີຕອນ, ການພັດທະນາທີ່ຍືນຍົງ ແລະ ຍົກສູງບົດບາດຂອງຊາວໜຸ່ມໃນສັງຄົມ.