ອອປສ ລາຍງານການເຄື່ອນໄຫວວຽກງານປີ 2022 ແລະສະເໜີແຜນການປີ 2023

ໃນໂອກາດເຂົ້າຮ່ວມກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນໃຫ້ແກ່ກອງະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 22 ພະຈິກ ທີ່ຜ່ານມາທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ໄດ້ລາຍງານການເຄື່ອນໄຫວວຽກງານຂອງອົງການໄອຍະການປະຊາຊົນ ໃນປີ 2022 ແລະ ທິດທາງແຜນການປີ 2023.

ໂອກາດນີ້, ທ່ານ ຄຳເພັດ ສົມວໍລະຈິດ ໄດ້ຍົກໃຫ້ເຫັນວ່າ: ໃນໜຶ່ງປີຜ່ນມາ ອົງການໄອຍະການປະຊາຊົນ ແລະອົງການໄອຍະການທະຫານໄດ້ເພີ່ມທະວີການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງ ຊາດ 5 ປີ ສະໄໝທີ IX, ມະຕິ ຂອງສະພາແຫ່ງຊາດ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກອົງການໄອຍະການປະຊາຊົນສູງສຸດ, ແຜນພັດທະນາວຽກງານໄອຍະການປະຊາຊົນ 5 ປີ (2021-2025) ເຂົ້າສູ່ວຽກງານຕົວຈິງຢ່າງມີປະສິດທິຜົນ; ສຶກສາອົບຮົມ, ໂຄສະນາ, ເຜີຍແຜ່ແນວທາງນະໂຍບາຍ, ມະຕິຄໍາສັ່ງຂອງພັກ ແລະ ກົດໝາຍຂອງລັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ; ປັບປຸງບູລະນະກົງຈັກການຈັດຕັ້ງ ແລະພັດທະນາບຸກຄະລາກອນແຕ່ສູນກາງລົງຮອດທ້ອງຖິ່ນ; ສ້າງຕັ້ງຫ້ອງການອົງການໄອຍະການປະຊາຊົນເຂດ II ປະຈໍາເມືອງປາກງື່ມ, ນະຄອນຫລວງວຽງຈັນ, ເຂດ III ປະຈໍາເມືອງເຟືອງ, ແຂວງວຽງຈັນ, ເຂດ I ປະຈໍາເມືອງຫີນບູນ, ແຂວງຄໍາມ່ວນ ແລະ ເຂດ III ປະຈໍາເມືອງຊໍາໃຕ້, ແຂວງຫົວພັັນ ແລະ ປະກາດສ້າງຕັ້ງອົງການໄອຍະການປະຊາຊົນເຂດ IV, ແຂວງຫລວງພະບາງ.

ພ້ອມນີ້, ຍັງຍົກສູງຄຸນນະພາບການຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດໝາຍ ແລະ ການສັ່ງຟ້ອງຜູ້ຖືກຫາຂຶ້ນສານຕາມກົດໝາຍ; ຫັນປ່ຽນວຽກງານຕິດຕາມກວດກາທົ່ວໄປຢ່າງແຂງແຮງ; ຄົ້ນຄວ້າ, ສ້າງກົນໄກປະສານງານກັບຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ກະຊວງ, ຂະແໜງການ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ກ່ຽວກັບການຕິດຕາມກວດກາທົ່ວໄປ ຄືການຕິດຕາມກວດກາການປະຕິບັດກົດໝາຍທົ່ວໄປ (ການຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດໝາຍໃຫ້ມີຄວາມຖືກຕ້ອງ ແລະເປັນເອກະພາບຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະທົ່ວສັງຄົມ), ການປ້ອງກັນອາຊະຍາກໍາ (ການຕ້ານ ແລະ ສະກັດກັ້ນອາຊະຍາກໍາ), ການອອກນິຕິກຳຂອງອົງການຂອງອົງການດັ່ງກ່າວ (ນິຕິກໍາໃຕ້ກົດໝາຍທີ່ມີຜົນບັງຄັບທົ່ວໄປ ແລ ນິຕກຳທີ່ມີຜົນບັງຄັບສະເພາະ), ການຕິດຕາມກວດກາການປະຕິບັດຄຳຕັດສີນຂອງສານ ແລະ ການຕິດຕາມກວດກາການດໍາເນີນຄະດີປົກຄອງ; ຄົ້ນຄວ້າສ້າງນິຕິກຳ, ປື້ມຄູ່ມື ກ່ຽວກັບວຽກງານກວດກາທົ່ວໄປ; ກະກຽມກອງປະຊຸມສະຫຼຸບຕີລາຄາວຽກງານຕິດຕາມກວດກາທົ່ວໄປທົ່ວປະເທດໃນທ້າຍປີນີ້; ຮ່ວມກັບກະຊວງພາຍໃນ ແລະ ຂະແໜງການອື່ນ ຂັ້ນສູນກາງ ຮ່າງກົດໝາຍວ່າດ້ວຍການປົກຄອງ; ຕິດຕາມກວດກາການສືບສວນ-ສອບສວນ, ການດໍາເນີນຄະດີຢູ່ສານ ແລະ ການປະຕິບັດຄຳຕັດສີນຂອງສານ; ຮ່ວມມືກັບຕ່າງປະເທດ ຢ່າງເປັນເຈົ້າການໂດຍສະເພາະກັບອົງການໄອຍະການປະຊາຊົນ ສສ ຫວຽດນາມ, ສປ ຈີນ, ກູບາ; ຮ່ວມມືກັບປະເທດອື່ນ ແລະ ອົງການຈັດຕັ້ງສາກົນ; ຄົ້ນຄວ້າ, ເຈລະຈາສົນທິສັນຍາວ່າດ້ວຍການສ້າງຜູ້ຮ້າຍຂ້າມແດນ ລາວ-ຫວຽດນາມ; ຍົກສູງວຽກງານກວດກາພັກ.

ທັງໝົດນັ້ນ, ໄດ້ເຮັດໃຫ້ວຽກງານໄອຍະການປະຊາຊົນແຕ່ສູນກາງຮອດທ້ອງຖິ່ນມີການຫັນປ່ຽນດີຂຶ້ນໃນການປະຕິບັດພາລະບົດບາດ, ສິດ ແລະໜ້າທີ່, ການປັບປຸງບູລະນະກົງຈັກການຈັດຕັ້ງ, ການພັດທະນາຖັນແຖວບຸກຄະລາກອນ, ການພັດທະນາພື້ນຖານໂຄງລ່າງ ແລະ ການປະຕິບັດໜ້າທີ່ວຽກງານວິຊາສະເພາະໃນການຄົ້ນຄວ້າແກ້ໄຂຄະດີ; ພະນັກງານອົງການໄອຍະການປະຊາຊົນ ແລະອົງການໄອຍະການທະຫານຂັ້ນຕ່າງໆ ມີຄວາມຮັບຜິດຊອບສູງ, ຮັບໃຊ້ປະຊາຊົນດ້ວຍຄວາມຊື່ສັດບໍລິ ສຸດ, ໂປ່ງໃສ ແລະ ຍຸຕິທຳ; ເຮັດໃຫ້ອົງການໄອຍະການປະຊາຊົນ ແລະອົງການໄອຍະການທະຫານນັບມື້ເຕີບໃຫຍ່ເຂັ້ມແຂງ, ກ້າວໜ້າ, ທັນສະໄໝ, ໂປ່ງໃສ ແລະ ຍຸຕິທໍາ.