ແຂວງບໍ່ແກ້ວ ຫາລືການກະກຽມພິທີບູຊາຫໍຫລັກເມືອງປະຈຳປີ 2022

ແຫຼ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ກອງປະຊຸມຂອງບັນດາຄະນະຮັບຜິດຊອບລວມ, ອະນຸກຳມະການກະກຽມ ແລະ ດຳເນີນຈັດພິທີບູຊາຫໍຫຼັກເມືອງປະຈຳປີ 2022 ຈັດຂຶ້ນໃນວັນທີ 16 ພະຈິກ 2022 ເພື່ອປຶກສາຫາລືໃຫ້ແກ່ການກະກຽມໃຫ້ແກ່ງານດັ້ງກ່າວ ໂດຍການເປັນປະທານຂອງ ທ່ານ ຄຳຜະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ຜູ້ຊິ້ນຳຂົງເຂດວັດທະນະທຳ-ສັງຄົມ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ສົມສັກ ມະຫາພົນ ຮອງຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບລວມ, ບັນດາອະນຸກຳມະການກະກຽມ ແລະ ດຳເນີນການຈັດງານບູຊາຫໍຫຼັກເມືອງ ປະຈຳປີ 2022. ໃນນັ້ນມີຄະນະຮັບຜິດຊອບຊີ້ນຳລວມ, ຄະນະຮັບຜິດຊອບເປັນອະນຸກຳມະການດ້ານເນື້ອໃນ, ສະຖານທີ່, ອະນຸກຳມະການພິທີທາງສາສະໜາ,ອະນຸກຳມະການປຸກລະດົມມວນຊົນບັນດາເຜົ່າ,ອະນຸກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຊຶ່ງແຕ່ລະອະນຸກຳມະການມີໜ້າທີ່ຄົ້ນຄວ້າ, ສ້າງແຜນການ, ແບ່ງຄວາມຮັບຜິດຊອບ,ມອບຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດ, ພ້ອມທັງມີການກວດກາ, ຕິດຕາມ ແລະ ມີການສະຫຼຸບລາຍງານການຈັດຕັ້ງປະຕິບັດໄປຕາມແຕ່ລະໄລຍະ.

ຈາກນັ້ນ, ບັນດາອະນຸກຳມະການໄດ້ປຶກສາຫາລື ແລະສົນທະນາແລກປ່ຽນບົດຮຽນຮ່ວມກັນແນໃສ່ເຮັດໃຫ້ງານບູຊາຫໍຫລັກເມືອງ ປະຈຳປີ 2022 ດຳເນີນໄປດ້ວຍດີ ແລະຖືກຕ້ອງຕາມຮີດຄອງປະເພນີຊຶ່ງງານດັ່ງກ່າວຕາມແຜນແມ່ນຈະຈັດໃນລະຫວ່າງວັນທີ 6-8 ທັນວາ 2022 ນີ້ ເຊິ່ງເປັນເດືອນຈຽງ ຂຶ້ນ 15 ຄໍ່າ.

ໂອກາດນີ້, ທ່ານ ຄຳຜະຫຍາ ພົມປັນຍາ ໄດ້ມີຄຳເຫັນຊີ້ນໍາໃຫ້ບັນດາອະນຸກຳມະການຈົ່ງເປັນເຈົ້າການປະຕິບັດຕາມການມອບໝາຍ, ພ້ອມກັນຈັດງານໃຫ້ແທດເໝາະຖືກຕ້ອງຕາມຮີດຄອງປະເພນີ, ປຸກລະດົມມວນຊົນຊາວພຸດເຂົ້າຮ່ວມໃຫ້ເປັນຂະບວນກວ້າງຂວາງ.
ຂ່າວ-ພາບ: ຄໍາພັນ ແກ້ວມະນີ