ອົງການປົກຄອງແຂວງຈໍາປາສັກ ຕີລາຄາວຽກງານ 9 ເດືອນ ແລະທິດທາງແຜນການທ້າຍປີ

ອົງການປົກຄອງແຂວງຈໍາປາສັກຕີລາຄາວຽກງານ 9 ເດືອນ ແລະທິດທາງແຜນການ 3 ເດືອນທ້າຍປີ 2022 ໃນວັນທີ 11 ພະຈິກນີ້ ທີ່ຫ້ອງວ່າການແຂວງຈຳປາສັກ ໂດຍພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກເລຂາພັກແຂວງ ເຈົ້າແຂວງຈຳປາສັກ, ມີບັນດາທ່ານຮອງເຈົ້າແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເຈົ້ານະຄອນ, ເຈົ້າເມືອງ,ພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ວິໄລວົງ ບຸດດາຄຳ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ຊຶ່ງທ່ານໄດ້ກ່າວວ່າ: ກອງປະຊຸມອົງການປົກຄອງແຂວງຄັ້ງນີ້ແມ່ນມີຄວາມສຳຄັນຫຼາຍ ສະນັ້ນ ຈຶ່ງຮຽກຮ້ອງມາຍັງບັນດາທ່ານທີ່ເຂົ້າຮ່ວມ ຈົ່ງໄດ້ເອົາໃຈໃສ່ຕິດຕາມ ແລະ ສຸມໃສ່ການປະກອບຄຳເຫັນ ແລະ ຊອກໃຫ້ເຫັນສາເຫດ ເພື່ອຄວາມເປັນເອກະພາບໃນດ້ານທັດສະນະແນວຄິດ, ສູ້ຊົນຜ່ານຜ່າແກ້ໄຂຄວາມທຸກຍາກ, ຈຳກັດຂໍ້ຂາດຕົກບົກຜ່ອງ, ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຄາດໝາຍສູ້ຊົນທີ່ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດໃນໄຕມາດທີ 4 ປີ 2022 ທີ່ວາງອອກໃຫ້ມີປະສິດທິຜົນສູງ.

ຈາກນັ້ນ, ທ່ານ ສຸກສະຫວັນ ວິໄລວົງ ຫົວໜ້າພະແນກແຜນການ ແລະການລົງທຶນແຂວງໄດ້ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໄລຍະ 9 ເດືອນ, ຄາດຄະເນໝົດປີ ແລະທິດທາງແຜນການ 3 ເດືອນທ້າຍປີ 2022 ແລະແຜນປີ 2023 ຕິດພັນກັບການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໂດຍສັງເຂບຊຶ່ງທ່ານໄດ້ຍົກໃຫ້ເຫັນສິ່ງທີ່ພົ້ນເດັ່ນຫຼາຍດ້ານ, ຍົກໃຫ້ເຫັນຈຸດອ່ອນຂໍ້ຄົງຄ້າງທີ່ຈະໄດ້ຮ່ວມກັນແກ້ໄຂໃຫ້ສຳເລັດໃນກອງປະຊຸມບັນດາທ່ານທີ່ເຂົ້າຮ່ວມຍັງໄດ້ພ້ອມກັນປະຄອບຄຳເຫັນເປັນຕົ້ນແມ່ນການຈັດຕັ້ງປະຕິບັດແຜນການຈັດເກັບລາຍຮັບງົບປະມານແຫ່ງລັດ 9 ເດືອນ, ຄາດຄະເນໝົດປີ ແລະທິດທາງຈຸດສຸມ 3 ເດືອນທ້າຍປີ 2022 ແຜນປີ 2023, ວຽກງານກະສິກຳ ແລະປ່າໄມ້ ການຊຸກຍູ້ຜະລິດກະສິກຳເປັນສິນຄ້າ ເພື່ອຮັບປະກັນການສະໜອງພາຍໃນ ແລະ ສ້າງໃຫ້ແຂວງເປັນແຫຼ່ງສະໜອງອາຫານຂອງປະເທດ, ການຈັດຕັ້ງປະຕິບັດ 5 ແຜນງານພັດທະນາອຸດສະຫະກຳປຸງແຕ່ງ, ການຄ້າ ແລະ 3 ວຽກຈຸດສຸມວາລະຂອງແຂວງ ຕາມເນື້ອໃນວາລະແຫ່ງຊາດ, ການຄຸ້ມຄອງການເຊົ່າ-ສຳປະທານດິນລັດໃນທົ່ວແຂວງໃນໄລຍະ 9 ເດືອນປີ 2022 ແລະ ທິດທາງແຜນການມາດຕະການຈັດຕັ້ງ 3 ເດືອນທ້າຍປີ 2022 ແລະ ແຜນປີ 2023, ການຊຸກຍູ້ສົ່ງເສີມ ແລະ ການຄຸ້ມຄອງການທ່ອງທ່ຽວໃນໄລຍະ 9 ເດືອນ, ການຈັດຫາວຽກເຮັດງານທຳ, ການແກ້ໄຂບັນຫາແຮງງານລາວໄປເຮັດວຽກຢູ່ຕ່າງປະເທດແບບຜິດກົດໝາຍຕິດພັນກັບການຕິດຕາມເກັບກຳສຳຫຼວດຄືນກຳລັງແຮງງານ, ອັດຕາການວ່າງງານໃນທົ່ວແຂວງ ແລະບັນຫາອື່ນໆອີກເພື່ອພ້ອມກັນປະຕິບັດໄດ້ຕາມຄາດໝາຍທີ່ກຳນົດໄວ້.
ຂ່າວ: ປະພິດ, ພາບ: ທັດຊະນະ