ການບາສີ ຫຼື ສູ່ຂວັນແມ່ນຮີດຄອງປະເພນີລາວທີ່ມີມາແຕ່ບູ ຮານນະການ, ໂດຍເປັນການມັດ ແຂນດ້ວຍຝ້າຍສີຂາວບໍລິສຸດເປັນການອວຍພອນເພື່ອໃຫ້ເປັນສິລິມຸງ ຄຸນແກ່ຜູ້ທີ່ຖືກອວຍພອນໄດ້ບັນລຸ ຈຸດປະສົງຕາມທີ່ປາດຖະໜາ ແລະ ອື່ນໆ.
ອີງຕາມຂໍ້ມູນຈາກປຶ້ມວັດທະນະທຳ ແລະປະເພນີບູຮານລາວໃຫ້ ຮູ້ວ່າ:ຕາມປະເພນີລາວການບາສີ ແມ່ນໃຊ້ໃນຫຼາຍກໍລະນີທີ່ຕິດພັນກັບການດໍາລົງຊີວິດຂອງຄົນລາວເປັນຕົ້ນ:ການບາສີຂຶ້ນເຮືອນໃໝ່,ການບາສີແຕ່ງດອງ,ການບາສີໃນວັນ ຂຶ້ນປີໃໝ່ລາວ, ການບາສີໃນໂອ ກາດແຂກມາຢ້ຽມຢາມແລະອື່ນໆໂດຍຈະມີພາຂວັນທີ່ປະກອບດ້ວຍຂັນໝາກເບັງເຮັດຈາກໃບຕອງທີ່ພັບເປັນຈວຍສິລະປະງົດງາມເອ້ຢ້ອງດ້ວຍດອກໄມ້ສົດທີ່ຊອກຫາມາໄດ້ຕາມທ້ອງຖິ່ນຊຶ່ງສ່ວນໃຫຍ່ ເພິ່ນນິຍົມໃສ່ດອກດາວເຮືອງເພາະມີຄວາມເຊື່ອວ່າຈະຮຸ່ງເຮືອງ.ນອກນັ້ນຍັງມີຝ້າຍຜູກແຂນສີຂາວບໍລິສຸດສອດໃສ່ໄມ້ສຽບສັບຫວ່າງກັບດອກໄມ້ເປັນອົງປະກອບທີ່ຂາດບໍ່ໄດ້ເມື່ອມີງານບາສີຕ່າງໆຍ້ອນວ່າຝ້າຍຜູກແຂນແມ່ນເຄື່ອງຕ້ອນຮັບພະລັງມະຫັດສະຈັນທີ່ມາຈາກນອກຕົວຂອງພວກເຮົາ ແລະເພື່ອໃຫ້ພະລັງແຮງດັ່ງກ່່າວຄົງຕົວຢູ່ໃນຝ້າຍຜູກແຂນເພີ່ນຈຶ່ງໄດ້ເຮັດຂອດເອົາໄວ້ທາງກາງສອງຂອດ ແລະກໍແມ່ນພະລັງແຮງອັນມະຫັດສະຈັນນີ້ເອງທີ່ ໄດ້ນໍາຄວາມໝາຍ ແລະຄຸນຄ່າມາໃຫ້ຝ້າຍຜູກແຂນທີ່ໝົດທຸກຄົນທີ່ ເຂົ້າຮ່ວມໃນພິທີບາສີຮັບຮູ້ນັບຖື ພ້ອມທັງເຂົ້າໃຈດີເຖີງຄວາມໝາຍ ແລະຄວາມສໍາຄັນຂອງຝ້າຍຜູກ ແຂນນໍາອີກ. ຝ້າຍຜູກແຂນສີຂາວແມ່ນສັນຍາລັກຂອງຄວາມບໍລິສຸດຄວາມຖືກຕ້ອງປອງດອງແລະຮັກແພງ,ໝາຍເຖິງສັນຕິພາບ, ໂຊກ ລາບ, ການຢູ່ດີມີແຮງ ແລະຄວາມອົບອຸ່ນໃນຄອບຄົວ ແລະສັງຄົມພ້ອມທັງເປັນສັນຍາລັກຂອງຄວາມຄົງຢູ່ຂອງສັງຄົມອີກດ້ວຍ.
ນອກຈາກນີ້ໃນພິທິີບາສີຍັງມີ ບຸກຄົນສໍາຄັນທີ່ຂາດບໍ່ໄດ້ຄື “ໝໍພອນ” ເພື່ອນໍາພາເລີ່ມພິທີທາງສາ ສະໜານັ້ນກໍຄືຄໍາກ່າວໃນພິທີບາສີ ຫຼື ເຊີນຂວັນຂອງໝໍພອນ ໂດຍແມ່ນການປະສົມປະສານຄໍາເວົ້າທີ່ມາ ຈາກສາສະໜາພຸດ ແລະສາສະໜາ ພາມເປັນຄໍາເວົ້າທີ່ທໍາມະດາແຕ່ຈົບ ງາມເພື່ອອວຍພອນໃຫ້ຄວາມເປັນ ສິລິມຸງຄຸນແກ່ຊີວິດກາຍເປັນຈິດ ຕະສາດໜຶ່ງທີ່ເຮັດໃຫ້ຜູ້ຖືກໃຫ້ພອນ ມີຄວາມເຂັ້ມແຂງທາງຈິດໃຈ ແລະ ຕັ້ງໜ້າຕັ້ງຕາເອົາໃຈໃສ່ກະທໍາສິ່ງ ທີ່ດີໃຫ້ກັບຕົນເອງ ແລະສັງຄົມ ຫຼື ສາມາດເວົ້າໄດ້ວ່າ: ພິທີບາສີມີ ຄວາມໝາຍທາງຈິດຕະສາດ, ຊຶ່ງ ໃນຍຸກປະຈຸບັນຫຼັງຈາກມັດແຂນ ແລ້ວເພີ່ນນິຍົມເຮັດພາເຂົ້າສາມັກຄີ ແລະມີການມ່ວນຊື່ນ.