ໂບນິຕາ ໜັງເຄັມ ຂອງຄົນລາວໂດ່ງດັງສັງຄົມໃຫ້ການຍອມຮັບ

ໜັງເຄັມ ຫລືໜັງຄວາຍຕາກແຫ້ງ ອາຫານເອກະລັກຂອງຄົນລາວທີ່ຊາວຕ່າງຊາດເຫັນແລ້ວຕົກໃຈວ່າກິນໄດ້ແນວໃດ? ເພາະທັງຫຍາບ,ທັງແຂງແຕ່ຄົນລາວສາມາດນໍາມາເປັນອາຫານໄດ້ຫລາຍເຍື່ອງບໍ່ວ່າຈະເປັນ ຈີ່ໜັງຈໍ້າແຈ່ວປາແດກ, ຍໍ່າໜັງ, ເອາະໜັງ ແລະອື່ນໆຕາມຄວາມມັກຂອງແຕ່ລະຄົນ. ເມື່ອກ່ອນຖ້າກິນຈີ່ໜັງແລ້ວ ຫລາຍຄົນກໍຄິດພາບໄວ້ວ່າຈີ່ແລ້ວຕ້ອງຟ້າວກິນເພາະຖ້າກິນບໍ່ທັນໜັງກໍ່ຈະແຂງ ແລະກິນບໍ່ໄດ້.

ດ້ວຍເຫດນັ້ນຜູ້ຜະລິດ ແລະປຸງແຕ່ງໜັງເຄັມຈຶ່ງພະຍາມຄິດຄົ້ນສູດ ແລະວິທີການຜະລິດເພື່ອເພີ່ມຄວາມແຊບໃນການກິນໜັງເຄັມຂຶ້ນຕື່ມເໝືອນກັບໜັງເຄັມຂອງທ່ານ ນາງ ໂບນິຕາ ວົງມີໄຊ ທີ່ກໍາລັງໄດ້ຮັບຄວາມນິຍົມຢ່າງກວ້າງຂວາງທັງຢູ່ພາຍໃນ ແລະ ຕ່າງປະເທດຍ້ອນມີລົດແຊບ, ອ່ອນ, ບໍ່ແຂງ, ຈີ່ຕອນເຊົ້າປະໄວ້ກິນຕອນແລງກໍໄດ້ ຊຶ່ງນີ້ໄດ້ເປັນຈຸດມັດໃຈລູກຄ້າທັງພາຍໃນ ແລະຕ່າງປະເທດເຮັດໃຫ້ມີຍອດຈໍາໜ່າຍເຖິງ 2.000 ກວ່າກິໂລຕໍ່ມື.

ທ່ານ ນາງ ໂບນິຕາ ວົງມີໄຊ ປະຊາຊົນ ບ້ານຫ້ອມ ເມືອງ ຫາດຊາຍຟອງ ນະຄອນຫລວງວຽງຈັນ ເວົ້າສູ່ຟັງວ່າ: ກ່ອນຈະມາເຮັດອາຊີບນີ້ ແມ່ນຂາຍເຄື່ອງອອນລາຍທົ່ວໄປກໍໄດ້ດີແຕ່ຍ້ອນການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ຂາຍເຄື່ອງບໍ່ໄດ້ຈຶ່ງເປັນຈຸດເລີ່ມຕົ້ນໃນການຫາອາຊີບໃໝ່ ແລະໄດ້ມາເຮັດໜັງເຄັມຂາຍ. ສາເຫດທີ່ເລືອກອາຊີບນີ້ສ່ວນໜຶ່ງກໍ່ເນື່ອງຈາກມີຍາດຕິພີ່ນ້ອງ ເພິ່ນເຮັດທຸລະກິດກ່ຽວກັບຄ້າຂາຍຊີ້ນຢູ່ທາງພາກໃຕ້ເລີຍມີວັດຖຸດິບໃນການຜະລິດໂດຍເບື້ອງຕົ້ນທີ່ເຮັດກໍ່ລອງຜິດລອງຖືກ ມາຫລາຍກວ່າຈະໄດ້ໜັງເຄັມທີ່ແຊບ ທັງເປັນທີ່ຍອມຮັບຈາກລູກຄ້າ ທັງພາຍໃນ ແລະ ປະເທດຕ່າງປະເທດ ໂດຍສະເພາະແມ່ນປະເພື່ອນບ້ານໃກ້ຄຽງຢ່າງຫລວງຫລາຍ ມື້ໜຶ່ງມີຍອດຂາຍເຖິງ 2.000 ກວ່າລິໂລ ແລະ ຍັງມີຕົວແທນຈໍາໜ່າຍເກືອບທຸກແຂວງທົ່ວປະເທດ. ສິ່ງທີ່ສາມາດເຮັດໃຫ້ຜະລິດຕະພັນຂອງຕົນມີຍອດຂາຍສູງ ນອກຈາກຄວາມແຊບທີ່ເປັນເອກະລັກແລ້ວ ແມ່ນຍ້ອນການໂຄສະນາ ໂດຍໃຊ້ສື່ອອນລາຍເປັນຫລັກ ບໍ່ວ່າຈະເປັນແອັບຕິກຕ໋ອກ, ເຟສບຸກ ຈຶ່ງສາມາດເຂົ້າເຖິງລູກຄ້າຢ່າງກວ້າງຂວາງ ທັງພາຍໃນ ແລະ ຕ່າງປະເທດທີ່ມັກກິນອາຫານລາວພື້ນບ້ານແທ້ໆ ໂດຍສະເພາະແມ່ນຈີ່ໜັງຈໍ້າແຈ່ວປາແດກກັບເຂົ້າໜຽວຮ້ອນໆເມື່ອໄດ້ກິນແລ້ວຈົນບໍ່ຢາກເຊົາ ຍິ່ງໄດ້ກິນໜັງເຄັມທີ່ແຊບໆຂອງໂບນິຕາ ທີ່ມີຈຸດພິເສດທີ່ແຕກຕ່າງຈາກໜັງເຄັມທົ່ວໄປຄື: ເວລາຈີ່ອອກມາແລ້ວຈະມີຊີ້ນດ້ານໃນ ເຮັດໃຫ້ໜັງເຄັມ ມີຄວາມໜຽວ ແລະອ່ອນເຖິງຈະຈີ່ແຕ່ຕອນເຊົ້າກໍ່ສາມາດເກັບຮັກສາໄວ້ກິນຕອນແລງໄດ້ ແຕ່ຕ້ອງບໍ່ໃຫ້ຖືກລົມ ແລະປະໄວ້ໃນອຸນຫະພູມປົກກະຕິທົ່ວໄປ.

ສຳລັບທ່ານໃດທີ່ຕ້ອງການກິນໜັງເຄັມແຊບໆ ສາມາດຕິດຕໍ່ສອບຖາມໄດ້ ຜ່ານເບີໂທ 020 23239290 ໄດ້ ຫລື ເຟສບຸກ Bonita ໂບນິຕາ ຂາຍງານແບນລິຂະສິດ. ໃນລາຄາກິໂລໜຶ່ງ 65.000 ກີບ, ຖ້າເອົາ3 ໂລຂຶ້ນໄປຈະໄດ້ລາຄາ 60.000 ກີບຫລື ຖ້າເອົາຫລາຍກວ່ານັ້ນກໍຈະຖືກລົງເພື່ອໃຫ້ຄົນທີ່ເອົາໄປຂາຍຕໍ່ນັ້ນໄດ້ກໍາໄລນໍາກັນເພາະສະພາບການແບບນີ້ທຸກຄົນໃນສັງຄົມກໍຕ້ອງມີນໍ້າໃຈຊ່ວຍເຫລືອກັນຕາມຄວາມສາມາດຂອງທີ່ເຮັດໄດ້ພ້ອມດຽວກັນນີ້ຍັງໄດ້ບອກສູດການຈີ່ໜັງຕີມອີກວ່າ: ຖ້າຢາກໃຫ້ໜັງສວຍງາມ ແລະອ່ອນຕອນຈີ່ໜັງຕ້ອງໃຊ້ໄຟແຮງໆເພື່ອໃຫ້ໜັງໄໝ້ທຸກສ່ວນໂດຍລະອຽດຫລັງຈາກນັ້ນກໍໃຊ້ມີດຂູດຂີ້ດໍາໆອອກແລ້ວໃຊ້ຄ້ອນໜັກໆ ຫລືຄ້ອນຕີຕຸບແຮງໆ ຈຶ່ງຈະໄດ້ໜັງທີ່ອ່ອນ. ສໍາລັບແຜນອະນາຄົດແມ່ນຈະເຮັດຈີ່ໜັງສໍາເລັດຮູບທີ່ສາມາດກິນໄດ້ເລີຍໂດຍແຜນນີ້ຄາດວ່າຕົ້ນປີໜ້າຈະຈໍາໜ່າຍໃຫ້ລູກຄ້າໄດ້ຮັບປະທານແລ້ວ.