ກຳປູເຈຍ ກຽມພ້ອມຈັດກອງປະຊຸມອາຊຽນ

ຕາມຂ່າວຈາກນະຄອນຫຼວງພະນົມເປັນ, ກຳປູເຈຍ ໄດ້ກຽມພ້ອມຢ່າງເຕັມທີ່ໃນການເປັນເຈົ້າພາບຈັດກອງປະຊຸມ ສຸດຍອດ ອາຊຽນ ແລະກອງປະຊຸມທີ່ກ່ຽວຂ້ອງຈະຈັດຂຶ້ນ ຢູ່ນະຄອນຫຼວງພະນົມເປັນໃນລະຫວ່າງ ວັນທີ 10-13 ພະຈິກ ປີນີ້, ດ້ວຍການກຽມຄວາມພ້ອມທັງດ້ານສະຖານທີ່ ແລະມາດຕະການຮັກສາຄວາມປອດໄພຢ່າງເຂັ້ມງວດໃນທົ່ວນະຄອນຫຼວງພະນົມເປັນ. ຫຼງຈາກໄດ້ວາງກຳລັງ ເຈົ້າໜ້າທີ່ຮັກສາຄວາມປອດໄພ 10.000 ກວ່າຄົນ. ກອງປະຊຸມ ຄັ້ງນີ້. ນອກຈາກມີຜູ້ນຳປະເທດ ສະມາຊິກອາຊຽນເຂົ້າຮ່ວມແລ້ວຍັງມີຜູ້ນຳໂລກອີກຫຼາຍປະເທດເຂົ້າຮ່ວມເວທີປາໄສພາກພື້ນເພື່ອປຶກສາຫາລືກ່ຽວກັບການເພີ່ມທະວີການຮ່ວມມື ແລະການຮ່ວມມືດ້ານເສດຖະກິດ. ໂດຍຄາດວ່າຈະມີ ທ່ານ ໂຈໄບເດັນ, ປະທານາ ທິບໍດີ ສ.ອາເມລິກາ ຈະເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ.

(ບັນນາ ທິການ ຂ່າວ: ຕ່າງປະເທດ), ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ