ມສ ນາລວມ ປະກວດສິລະປະວັນນະຄະດີ ແລະນັກຮ້ອງສຽງດີ

  ໃນວັນທີ 19 ທັນວາ 2018, ໂຮງຮຽນ ມສ ນາລວມເມືອໄຊຍະບູລີໄດ້ຈັດພິທີປະກວດສະແດງສິລະປະວັນນະຄະດີແລະນັກຮ້ອງສຽງດີຄັ້ງທີ III ລະຫ່ວາງຫ້ອງແຂ່ງຫ້ອງຂຶ້ນທີ່ໂຮງຮຽນດັ່ງກ່າວ,ໂດຍການເປັນປະທານຂອງທ່ານອິນປັນໄຊຍະເດດຜູ້ອໍານວຍການໂຮງຮຽນ ມສ ນາລວມ,ໃຫ້ກຽດເຂົ້າຮ່ວມໂດຍທ່ານພົງສະສະຫວັນລັກຊີວີຮອງຫົວໜ້າຫ້ອງການສຶກສາທິການແລະກີລາເມືອງໄຊຍະບູລີ, ມີສະມາຄົມພໍ່ແມ່ນັກ ຮຽນ, ອໍານາດການປົກຄອງບ້ານ,ແຂກຖືກເຊີນ,ຄູ-ອາຈານ,ພໍ່ແມ່ຜູ້ປົກຄອງພ້ອມດ້ວຍນ້ອງນັກຮຽນເຂົ້າຮ່ວມ.

   ທ່ານອິນປັນໄຊຍະເດດຜູ້ອໍານວຍການໂຮງຮຽນໄດ້ກ່າວວ່າ:ການກະກຽມໃຫ້ແກ່ການຈັດງານປະກວດສະແດງສິລະປະວັນນະຄະດີແລະນັກຮ້ອງສຽງດີໃນຂັ້ນໂຮງຮຽນໄດ້ດໍາເນີນຢ່າງເປັນຂະບວນຟົດຟື້ນນັບແຕ່ເດືອນກັນຍາ 2018 ເປັນຕົ້ນມາໂດຍເລີ່ມຈາກການຄັດເລືອກນັກສິລະ ປະຂັ້ນຫ້ອງເພື່ອເປັນຕົວແທນຂອງໂຮງຮຽນແລະເຂົ້າຮ່ວມງານປະກວດສິລະປະວັນນະຄະດີ ຄັ້ງນີ້ ຊຶ່ງໄດ້ຈັດເປັນ 2 ລະດັບຄື:ຊັ້ນມັດທະຍົມຕົ້ນ ມ1- ມ3 ແລະຊັ້ນມັດທະຍົມປາຍ ມ4 - ມ7,ມີລາຍການສະແດງປະກວດທັງໝົດ 36 ລາຍ ການ, ໃນນີ້ບົດຟ້ອນ18 ລາຍການແລະບົດເພງ18 ລາຍການທີ່ມາຈາກຊັ້ນຮຽນແຕ່ລະຫ້ອງ ພາຍໃນໂຮງຮຽນແລະທ່ານຍັງກ່າວຕື່ມວ່າ:ວຽກງານສິລະປະວັນນະຄະດີແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຫຼາຍເພາະວ່າສິລະປະເປັນຄວາມດີງາມຄວາມອ່ອນຊ້ອຍທີ່ທຸກຄົນຕ້ອງເປັນສິນທໍາປະຈໍາໂຕກໍ່ຄືປະຈໍາຊາດທີ່ເປັນເອກະລັກສະເພາະຂອງໃຜລາວຊຶ່ງໄປຄຽງຄູ່ກັບ 3 ລັກສະນະຊາດແລະ 5 ຫຼັກມູນຂອງການສຶກສາດ້ວຍດີຕະຫຼອດມາ.

   ຜ່ານການປະກວດສະແດງຊັ້ນມຕົ້ນນັກ ຮ້ອງສຽງດີທີ 1 ນາງ ໄມຢ່າ ຫ້ອງ 1/3, ທີ 2 ນາງ ໄນ່ຈິນ ຫ້ອງ 3/2, ທີ 3 ນາງອານຸ່ນຫ້ອງ 3/1, ຟ້ອນທີ 1 ໄດ້ແກ່ບົດຟ້ອນແດນແຫ່ງອິດສະຫຼະຈາກຫ້ອງ 3/1,  ທີ 2 ບົດຟ້ອນສອງວັນປະຫວັດສາດຈາກຫ້ອງ 3/2, ທີ 3 ບົດຟ້ອນແກ້ວຫຼັກເມືອງຈາກຫ້ອງ 2/3; ຊັ້ນ ມປາຍນັກຮ້ອງສຽງດີທີ 1 ທ້າວບຸນທິບຫ້ອງ 7/1, ທີ 2 ນາງຂັນເງິນ ຫ້ອງ 5/1, ທີ 3 ທ້າວ ອາຄົມຫ້ອງ 6/2, ຟ້ອນທີ 1 ບົດຟ້ອນເຜົ່າລາວຊາດລາວຈາກຫ້ອງ 7/1, ທີ 2 ບົດຟ້ອນເຊີນທ່ຽວເມືອງລາວຈາກຫ້ອງ 4/1, ທີ 3 ບົດຟ້ອນລວມເຜົ່າລາວຈາກຫ້ອງ 5/1.

   ໃນພິທີຍັງມີການມອບຂອງຂວັນລາງວັນໃຫ້ແກ່ນັກຮ້ອງສຽງດີແລະບົດຟ້ອນທີ່ຊະນະການປະກວດຊຶ່ງໃຫ້ກຽດກ່າວມອບຂອງຂວັນລາງວັນໂດຍທ່ານພົງສະຫວັນ ລັກຊີວີຮອງຫົວໜ້າຫ້ອງການສຶກສາທິການແລະກີລາເມືອງໄຊຍະ ບູລີ.