ກຊສ ເຜີຍແຜ່ກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ ກະຊວງຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ

(ກຊສ) ຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງ ໃນວັນທີ 2 ພະຈິກ 2022 ທີ່ຫ້ອງປະຊຸມສູນການຮ່ວມມືສາກົນ ແລະຝຶກອົບຮົມ, ໂດຍການເປັນປະທານຂອງ ທ່ານ ອານົງສອນ ພົມມະຈັນ ຫົວໜ້າຫ້ອງການ ກຊສ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ທ່ານ ອານົງສອນ ພົມມະຈັນ ກ່າວວ່າ: ທີ່ດິນແມ່ນຊັບພະຍາກອນອັນລໍ້າຄ່າ ແລະເປັນທຶນຮອນມະສານຂອງຊາດທີ່ເປັນບ່ອນດຳລົງຊີວິດ ແລະທຳມາຫາກິນຂອງພົນລະເມືອງລາວ, ເປັນພາຫະນະທີ່ສຳຄັນ ແລະປັດໄຈຕົ້ນຕໍຂອງການຜະລິດ, ການພັດທະນາເສດຖະກິດ-ສັງຄົມ ແລະປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຖ້າພວກເຮົາມີການຄຸ້ມຄອງທີ່ດີ. ກົດໝາຍວ່າດ້ວຍທີ່ດິນເປັນກົດໝາຍໜຶ່ງທີ່ມີຄວາມສຳຄັນຫຼາຍໃນການຄຸ້ມຄອງທີ່ດິນທີ່ຕິດພັນກັບຫຼາຍຂະແໜງການ, ການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ແລະການດຳລົງຊີວິດຂອງປະຊາຊົນ, ກົດໝາຍສະບັບນີ້ ກໍານົດກ່ຽວກັບການຄຸ້ມຄອງການນໍາໃຊ້ທີ່ດິນແຕ່ລະປະເພດ, ການຫັນປ່ຽນປະເພດທີ່ດິນ, ການຄຸ້ມຄອງການນຳໃຊ້ທີ່ດິນລັດ, ການຄຸ້ມຄອງນຳໃຊ້ທີ່ດິນຂອງພົນລະເມືອງລາວ, ການຄຸ້ມຄອງການນໍາໃຊ້ທີ່ດິນຂອງຄົນຕ່າງປະເທດ, ຄົນບໍ່ມີສັນຊາດ, ຄົນຕ່າງປະເທດ, ຄົນຕ່າງປະເທດທີ່ເປັນເຊື້ອຊາດລາວ ລວມທັງການເຊົ່າ ຫຼືສໍາປະທານທີ່ດິນ, ພິເສດກົດໝາຍສະບັບນີ້ແມ່ນໄດ້ກຳນົດຫຼາຍບັນຫາເຂົ້າໃໝ່ ໂດຍສະເພາະການຊື້-ຂາຍ ສິດນໍາໃຊ້ທີ່ດິນຈັດສັນຂອງລັດແບບມີກໍານົດ ແລະບັນຫາອື່ນໆ.

ກອງປະຊຸມເຜີຍແຜ່ໃນຄັ້ງນີ້ເປັນບາດກ້າວທີ່ສຳຄັນ ແລະມີຄວາມໝາຍທີ່ສຸດ. ສະນັ້ນ, ມີບັນຫາໃດທີ່ບັນດາຂະແໜງການທີ່ເຫັນວ່າຍັງມີຂໍ້ຂ້ອງໃຈແມ່ນສາມາດຍົກຂຶ້ນມາແລກປ່ຽນໃນກອງປະຊຸມໂຄສະນາເຜີຍແຜ່ໃນຄັ້ງນີ້ເພື່ອເອກະພາບໃນການຈັດຕັ້ງປະຕິບັດໄປແນວທາງດຽວກັນ.

ຊຶ່ງຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເຜີຍແຜ່ກົດໝາຍສະບັບດັ່ງກ່າວໃຫ້ໄດ້ຮັບຮູ້,ເຂົ້າໃຈແລະສາມາດນຳໄປຈັດຕັ້ງປະຕິບັດໄປໃນທິດທາງດຽວກັນແນໃສ່ຮັບປະກັນຄວາມເປັນເອກະພາບທາງຫຼັກການ ແລະເນື້ອໃນ ແລະເປັນບ່ອນອີງໃນການຄຸ້ມຄອງ, ຕິດຕາມກວດກາວຽກງານທີ່ດິນໃຫ້ບັນລຸຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ.
(ຂ່າວ-ພາບ: ແສງຈັນ)